ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດຜົນລາງວັນບັ້ນເເຂ່ງຂັນ ກວດສອບບົດປະພັນ ວັນນະຄະດີ ສະຫຼອງປີສາມັກຄີ ລາວ-ຫວຽດນາມ 2022
ເວລາອອກຂ່າວ: 2022-09-26 08:48:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 375 | ຄວາມນິຍົມ:



ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຮ່ວມ​ກັບກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ແລະ ສະມາຄົມ​ນັກ​ປະພັນ​ລາວ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ບັ້ນ​ແຂ່ງຂັນ​ກວດ​ສອບ​ບົດ​ປະພັນວັນນະຄະດີ ທົ່ວ​ປະເທດ ເພື່ອ​ສະເຫຼີມສະຫຼອງ​ປີ​ສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ຂຶ້ນ​ໃນ​ວັນ​ທີ 23 ກັນ ຍາ 2022 ນີ້, ໂດຍ​ການ​ເປັນ ປະທານ​ຂອງ ທ່ານ ບຸນ​ທອງ ຈິດ​ມະນີ ຮອງ​ປະທານ​ປະເທດ, ປະທານ​ຄະນະ​ຊີ້​ນຳ​ລະດັບ​ຊາດ ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດ ຕະພາບ​ລາວ-ຫວຽດນາມ ປີ 2022, ມີ​ບັນດາ​ລັດຖະມົນຕີ,ຮອງ​ລັດຖະມົນຕີ, ຫົວໜ້າ​ກົມ, ບັນດາ​ນັກ​ຂຽນ​ກິດ​ຕິ​ມະ​ສັກ, ນັກ​ຂຽນ​ມື​ອາຊີບ ແລະ ສະ​ໝັກ​ຫຼິ້ນ ໃນ​ທົ່ວ​ປະເທດ​ເຂົ້າ​ຮ່ວມ. ທ່ານ ທອງ​ໃບ ໂພທິ​ສານ ປະທານ​ສະມາຄົມ​ນັກ​ປະພັນ ລາວ ກ່າວ​ວ່າ: ໃນ​ໄລຍະ​ຜ່ານ​ມາ ສະມາຄົມ​ນັກ​ປະພັນ​ລາວ ກະຊວງ​ວັດທະນະທຳ ແລະ ທ່ອງ​ທ່ຽວ ຮ່ວມ​ກັບ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ໄດ້​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ແຂ່ງຂັນ​ກວດ​ສອບ​ບົດ​ປະພັນ​ວັນນະຄະດີ​ທົ່ວ​ປະເທດ ແລະ ຈັດ​ພິມ​ປື້ມ​ຜົນງານ​ວັນນະກຳ​ດີເດັ່ນ ເພື່ອ​ສະເຫຼີມ​ສະຫຼອງ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ ປີ 2022 ເຊິ່ງ​ປະກອບ​ດ້ວຍ 3 ກິດຈະກຳ​ຕົ້ນຕໍ ຄື: ກິດຈະກຳ​ທີ 1 ຈັດ​ພິມ​ປຶ້ມ “ຕາມ​ຮອຍ​ປະຫວັດສາດ ສືບ​ສານ​ມູນເຊື້ອ ບົນ​ເສັ້ນທາງ​ໂຮ່​ຈີ່​ມິນ ໃນ​ຜືນ​ແຜ່ນດິນ​ລາວ” ສະບັບ​ພາສາ​ລາວ, ກິດຈະກຳ​ທີ 2 ໄດ້​ເຊີນ​ນັກ​ປະພັນ, ນັກ​ກະວີ​ອາ ວຸ​ໂສ-ກິດ​ຕິ​ມະ​ສັກ​ຈຳນວນ 17 ທ່ານ ຂຽນ​ບົດ​ກ່ຽວ​ກັບ​ມູນເຊື້ອ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ ເຊິ່ງ​ໄດ້​ຈັດ​ພິມ​ເປັນ​ເຫຼັ້ມ ເພື່ອ​ໂຄສະນາ​ເຜີຍແຜ່​ສູ່​ສັງ ຄົມ ແລະ ກິດຈະກຳ ທີ 3 ໄດ້​ຈັດ​ຕັ້ງ​ຂະ​ບວນ​ການ​ແຂ່ງຂັນ​ກວດ​ສອບ​ບົດ​ປະພັນ​ວັນນະຄະດີ ທົ່ວ​ປະເທດ ແລະ ຈັດ​ພິມ​ຜົນງານ​ທີ່​ໄດ້​ຮັບ​ລາງວັນ ເຜີຍແຜ່​ໂຄສະນາ. ຜ່ານ​ການຈັດຕັ້ງ​ປະຕິບັດ ກອງ​ເລຂາ​ໄດ້​ຮັບ​ບົດ​ທັງ​ໝົດ 235 ບົດ ໃນ​ນີ້ ມີ​ບົດ​ບັນທຶກ 56 ບົດ, ເລື່ອງສັ້ນ 47 ບົດ ແລະ ບົດ​ກະວີ 132 ບົດ, ຜ່ານ​ການ​ຄັດ​ເລືອກ​ສາມາດ​ເລືອກ​ໄດ້ ລາງວັນ​ທີ 1 ຈຳນວນ 2 ບົດ, ລາງວັນ​ທີ 2 ຈຳ ນວນ 4 ບົດ, ລາງວັນ​ທີ 3 ຈຳ ນວນ 6 ບົດ ແລະ ລາງວັນຊົມ ເຊີຍ ຈຳນວນ 30 ບົດ. ໂອກາດ​ນີ້, ທ່ານ ຮອງ​ປະທານ​ປະເທດ ກໍ​ໄດ້​ສະແດງ​ຄວາມ​ຊົມ ເຊີຍ​ຕໍ່ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ສະມາຄົມ​ນັກ​ປະພັນ​ລາວ ແລະ, ກະຊວງ​ຖະແຫຼງ​ຂ່າວ​ວັດທະນະທຳ ແລະ ທ່ອງ​ທ່ຽວ ຕະຫຼອດ​ຮອດ​ທຸກ​ພາກສ່ວນ ແລະ ບັນດາ​ນັກ​ຂຽນ​ມື​ອາຊີບ ແລະ ສະໝັກ​ຫຼິ້ນ ໃນ​ທົ່ວ​ປະເທດ ທີ່​ໄດ້​ປະກອບສ່ວນ​ສ້າງ​ຂະ​ບວນ​ການ ສະເຫຼີມສະຫຼອງ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ ປີ 2022 ໂດຍ​ຜ່ານ​ບົດ​ປະພັນ, ບົດ​ບັນທຶກ, ບົດ​ເລື່ອງສັ້ນ, ບົດ​ກະວີ ທີ່​ສ່ອງ​ແສງ​ເຖິງມູນເຊື້ອ​ສາຍ​ພົວພັນ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ເຊິ່ງ​ມີ​ເນື້ອ​ໃນ ແລະ ມີ​ບັນຍາກາດ​ຟົດຟື້ນ​ກວ້າງຂວາງ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ນັກ​ປະພັນ, ນັກ​ກະວີ ກໍ​ຄື ການຈັດຕັ້ງ​ພັກ-ລັດ ແລະ ທຸກ​ພາກສ່ວນ​ໃນ​ສັງຄົມ ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່ ຊຸກຍູ້​ສົ່ງເສີມ​ຂະ​ບວນ​ການ​ປະດິດ​ຄິດ​ແຕ່ງ​ບົດ​ປະພັນ​ວັນນະຄະດີ ທີ່​ມີ​ລັກສະນະ​ຊາດ, ລັກສະນະ​ປະຊາຊົນ ແລະ ລັກສະນະ​ກ້າວໜ້າ, ໃຫ້​ຖື​ເປັນ​ພາຫະນະ​ໜຶ່ງ ທີ່​ສຳຄັນ​ຂອງການ ​ເຮັດ​ວຽກ​ງານ​ແນວ​ຄິດ​ໃນ​ທົ່ວ​ສັງ ຄົມ ແນໃສ່​ສ້າງ​ທຸກ​ຄົນ​ທຸກ​ພາກ ສ່ວນໃຫ້​ມີ​ຈິດໃຈ​ຮັກ​ຊາດ-ຮັກ​ວັດທະນະທຳ ອັນ​ດີງາມ​ຂອງ​ຊາດ, ພ້ອມ​ທັງ ໃຫ້​ຖື​ສຳຄັນ ແລະ ເອົາໃຈໃສ່​ຊຸກຍູ້​ສົ່ງເສີມ​ຢ່າງ​ແຂງ ແຮງ ແລະ ຕໍ່​ເນື່ອງ, ຂະ​ບວນ ​ການເຄື່ອນໄຫວ​ທາງດ້ານການ​ ປະພັນ ແລະ ການ​ປະດິດ​ຄິດ​ແຕ່ງ​ວັນນະຄະດີ ໃຫ້​ມີ​ຄວາມ​ອຸດົມ​ຮັ່ງມີ​ດ້ວຍ​ຫຼາຍ​ຮູບ​ແບບ​ ແລະ ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການທາງ​ດ້ານ​ຊີວິດ​ຈິດໃຈຂອງ​ປະຊາຊົນ ກໍ​ຄື ຜູ້​ອ່ານ, ຜູ້​ຊົມໃຊ້​ດ້ານ​ມໍລະດົກ​ທາງ​ປັນຍາ​ຄວາມ​ຮູ້, ສູ້​ຊົນ​ໃຫ້​ມີ​ບົດ​ປະພັນ​ວັນນະຄະດີ ທີ່​ມີ​ຄຸນ​ນະ​ພາບ, ມີ​ຄຸນຄ່າ​ສູງ, ສ່ອງ​ແສງ​ ​ເຖິງມູນ​ເຊື້ອ​ຂອງ​ຊາດ ຂອງ​ພາລະກິດ​ປະຕິວັດ​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ທັງ​ສ່ອງ​ແສງ​ເຖິງ​ແບບແຜນ​ດຳລົງ​ຊີວິດ ທີ່​ກ້າວໜ້າ​ສົດໃສ​ຈົບງາມ, ສ້າງ​ວັນນະຄະດີ​ໃຫ້​ມີ​ຄຸນຄ່າ ແລະ ມີ​ຄຸນ​ນະ​ພາບ ຖືກ​ກັບ​ຄວາມ​ມັກ​ຄວາມ​ນິຍົມ​ຊົມ​ຊອບ ທີ່​ຖືກຕ້ອງ ຂອງ​ມະຫາຊົນ, ພ້ອມ​ທັງ​ເອົາໃຈໃສ່​ຖະ​ນຸ​ບຳລຸງ ແລະ ເສີມ​ຂະຫຍາຍ​ທຸກ​ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ປະດິດ​ຄິດ​ແຕ່ງຂອງ​ນັກ​ປະພັນ​ວັນນະຄະດີ ຂອງ​ຊາດ​ເຮົາ ໃຫ້​ຂະຫຍາຍຕົວ ແລະ ເຂັ້ມແຂງ​ຂຶ້ນ​ໄປ​ເລື້ອຍໆ. ໂດຍ: ວິໄລ​ພອນ ສອນ​ມະນີ​ລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ