
ຜົນກອງປະຊຸມລັດຖະບານ ປະຈຳເດືອນກັນຍາ 2022
ເວລາອອກຂ່າວ: 2022-09-26 08:50:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:
ອີງຕາມບົດຖະແຫຼງຜົນກອງປະຊຸມລັດຖະບານ ປະຈຳເດືອນກັນຍາ 2022 ຂອງ ທ່ານ ນາງ ທິບພະກອນ ຈັນທະວົງ ສາ ຮອງລັດຖະມົນຕີ ຮອງຫົວ ໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ຜູ້ປະຕິບັດໜ້າ ທີ່ໂຄສົກລັດຖະບານ ຢູ່ທີ່ຫ້ອງ ວ່າການສຳນັກງານນາຍົກລັດ ຖະມົນຕີ ໃນວັນທີ 23 ກັນຍາ 2022 ນີ້, ໃຫ້ຮູ້ວ່າ: ກອງປະຊຸມ ລັດຖະບານ ປະຈຳເດືອນກັນຍາ 2022, ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 22-23 ກັນຍາ 2022 ຢູ່ທີ່ສຳນັກງານນາຍົກລັດຖະ ມົນຕີ, ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາ ຍົກລັດຖະມົນຕີ, ມີບັນດາຮອງ ນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.
ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບ ຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນກັນຍາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນຕຸລາ 2022; ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ບົດລາຍງານການກະກຽມຄວາມພ້ອມຮອບດ້ານ ໃຫ້ນາຍົກລັດຖະມົນຕີ ທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມປະເທດສິງກະໂປ ຢ່າງເປັນທາງການ ແລະ ການກະກຽມຕ້ອນຮັບການມາຢ້ຽມ ຢາມ ສ ປປ ລາວ ຢ່າງເປັນທາງ ການຂອງການນຳຂັ້ນສູງຈາກ ຕ່າງປະເທດ; ພິຈາລະນາຮ່າງບົດລາຍງານຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາໄລຍະ 9 ເດືອນ, ທິດທາງ 3 ເດືອນທ້າຍປີ 2022 ແລະ ທິດທາງແຜນການປີ 2023; ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຍຸດທະສາດການຄຸ້ມຄອງການປ່ຽນແປງດິນຟ້າອາກາດແຫ່ງຊາດຮອດປີ 2030 ແລະ ຍຸດທະສາດການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳ ແຫ່ງຊາດຮອດປີ 2030; ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຮອດປີ 2030 ແລະ ວິໄສທັດຮອດປີ 2040 ແລະ ພິຈາລະນາບົດລາຍງານການຫັນເອົາຫົວໜ່ວຍວິຊາ ການທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງທາງດ້ານການເງິນ ເທື່ອລະກ້າວ.
ສຳລັບເດືອນຕຸລາ 2022 ນີ້ ລັດຖະບານ ຈະໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຈຸດສຸມຈຳນວນໜຶ່ງ ດັ່ງນີ້:
1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມແຜນການ, ພ້ອມທັງ ເພີ່ມ ທະວີການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນ ສັງຄົມໃຫ້ຫຼຸດໜ້ອຍຖອຍລົງ; ເອົາໃຈໃສ່ປັບປຸງກຳລັງປະກອບອາວຸດ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃຫ້ເຂັ້ມແຂງໜັກແໜ້ນ.
2. ສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕິດພັນກັບວາລະແຫ່ງ ຊາດ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມ ລັດຖະບານ ເປີດກ້ວາງ ຄັ້ງທີ I ປະຈຳປີ 2022, ມະຕິຂອງສະ ພາແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2022 ຕາມແຜນແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ແລະ ໃຫ້ບັນລຸຕາມຄາດໝາຍ.
3. ສືບຕໍ່ສຸມໃສ່ແກ້ໄຂສະພາບຄວາມບອບບາງ ທາງດ້ານເສດຖະກິດມະຫາພາກໃຫ້ດີຂຶ້ນກວ່າເກົ່າ ໂດຍສຸມໃສ່ຄຸ້ມຄອງອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະ ດັບທີ່ສາມາດຄວບຄຸມໄດ້ ພ້ອມ ນັ້ນ, ກໍສຸມໃສ່ແກ້ໄຂບັນຫານ້ຳ ມັນເຊື້ອໄຟໃຫ້ພຽງພໍ ດ້ວຍຫຼາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບ ການກຳນົດມາດຕະການແກ້ໄຂຕົວຈິງທັງໃນໄລຍະກາງ ແລະ ໄລຍະຍາວ.
4. ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີີີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານຂອງລັດ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ; ດຳລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນພ້ອມທັງ, ສືບຕໍ່ສຸມໃສ່ຕິດຕາມກວດກາໂຄງການແຮ່ທາດແບບທົດລອງ.
5. ສືບຕໍ່ປັບປຸງປະສິດທິຜົນການລົງທຶນຂອງລັດ ໃຫ້ດີຂຶ້ນ, ຕິດຕາມຈັດສັນທຶນໃສ່ໂຄງການ ໃໝ່ທີ່ມີປະສິດທິຜົນ ແລະ ສຸມ ໃສ່ໂຄງການລົງທຶນ ເພືີີ່ອແກ້ໄຂຄວາມທຸກຍາກ ທີ່ເປັນບຸລິມະສິດ.
6. ສືບຕໍ່ສຸມໃສ່ແກ້ໄຂບັນຫາໜີ້ສິນສາທາລະນະ ດ້ວຍຫຼາຍຮູບແບບ ໂດຍສະເພາະ ບັນຫາໜີ້ສິນຂອງລັດວິສາຫະກິດໃຫ້ສາມາດແກ້ໄຂໄດ້ໂດຍໄວ, ຫຼຸດຜ່ອນການສ້າງ ໜີ້ສິນໃໝ່ທີ່ບໍ່ຈຳເປັນ ແລະ ອືີ່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບ ທີີ່ບໍ່ສາມາດຊຳລະໜີ້ໄດ້.
7. ສືບຕໍ່ຈັດຕັ້ງຜັນຂະຫຍາຍການປະຕິຮູບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຕາມທິດຊີ້ນຳຂອງກອງປະຊຸມນາຍົກ-ຮອງນາຍົກ ແລະ ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ, ກໍສືບຕໍ່ຄົ້ນຄວ້າປະຕິຮູບບັນດາລັດວິສາຫະກິດ ທີີີ່ກຳນົດໃນແຜນປະຕິຮູບຂອງລັດຖະບານໃຫ້ເປັນຮູບປະທຳ.
8. ເລັ່ງປັບປຸງ ແລະ ສ້າງກົນໄກອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ແລະ ການສົ່ງເສີມການລົງທຶນພາກເອກະຊົນ ໃຫ້ດີຂຶ້ນ ແລະ ສຳເລັດໃຫ້ທັນກັບສະພາບການ. ພ້ອມກັນນັ້ນ, ກໍເລັ່ງຊຸກຍູ້ສົ່ງເສີມໂຄງການລົງທຶນຂອງຕ່າງປະເທດ ທີີີ່ໄດ້ຮັບອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ໂດຍໄວ ໃນເວລາດຽວກັນ ກໍເລັ່ງຕິດຕາມກວດກາບັນດາໂຄງການທີ່ມີສັນຍາ ເພື່ອບໍ່ໃຫ້ມີການຈັບຈອງ ແລະ ທ່ວງດຶງການພັດທະນາ, ຊຸກຍູ້ໃຫ້ມີການນຳເງິນຕາຕ່າງປະເທດເຂົ້າ ສູ່ລະບົບເສດຖະກິດພາຍໃນໃຫ້ໄວຂຶ້ນ ດ້ວຍການກວດກາຄືນສັນຍາການລົງທຶນຂອງຕ່າງປະເທດ ທີ່ໃກ້ສີ້ນສຸດໂຄງການ ແລະ ເລີີີ່ມມີຜົນກຳໄລ.
9. ຮີບຮ້ອນສືບຕໍ່ປັບປຸງຂອດບໍລິການທາງລົດໄຟໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ການຈຳໜ່າຍປີ້ລົດໄຟ, ເຊິ່ງໃນໄລຍະມໍ່ໆມານີ້ ກໍມີການປັບປຸງດີຂຶ້ນໃນລະດັບໜຶ່ງແລ້ວ, ການຈັດສັນສະຖານ ທີີີ່ພາຍໃນສະຖານີລົດໄຟ, ການແກ້ໄຂບັນຫາການບໍລິການຝາກລົດ-ຈອດລົດສົ່ງຜູ້ໂດຍສານ ຢູ່ຈຸດສະຖານີລົດໄຟ ລາວ-ຈີນ ມີຫາງສຽງຈົ່ມວ່າຂອງສັງຄົມ ແລະ ການບໍລິການປິ່ນອ້ອມຕ່າງໆ ໃຫ້ ດີຂຶ້ນ.
10. ສືບຕໍ່ແກ້ໄຂຜົນກະທົບຈາກໄພນ້ຳຖ້ວມຢູ່ບາງແຂວງ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ໂດຍເອົາໃຈໃສ່ແກ້ໄຂ ບາງວຽກທີີີ່ຈຳເປັນຮີບດ່ວນ ເຊັ່ນ: ທ້ອງຖິ່ນໃດຖືກກະທົບໜັກ ກໍໃຫ້ພາກສ່ວນກ່ຽວຂ້ອງສົມທົບກັບອົງການປົກຄອງທ້ອງຖິ່ນ ໃຫ້ການຊ່ວຍ ເຫຼືອສຸກເສີນໃຫ້ທັນການ, ກະກຽມແນວພັນສັດ-ພືດ ເພື່ອສະໜອງໃຫ້ພຽງພໍ. ພ້ອມນັ້ນ, ກໍໃຫ້ຮີບຮ້ອນສ້ອມ ແປງຊົນລະປະ ທານ, ຂົວທີ່ຈຳ ເປັນເປ່ເພ ໃຫ້ກັບມາໃຊ້ໄດ້ປົກ ກະຕິ, ສ້ອມແປງເສັ້ນທາງຫຼວງແຫ່ງຊາດ-ເສັ້ນທາງທ້ອງຖິ່ນທີ່ເປ່ເພ, ເດັດຂາດບໍ່ໃຫ້ເສັ້ນທາງຕັດຂາດ. ພ້ອມນັ້ນ, ກໍເອົາໃຈໃສ່ຕິດຕາມລະດັບນ້ຳຂອງບັນດາເຂືີີ່ອນ ແລະ ມີແຜນການບໍລິຫານຈັດການນ້ຳ ທີ່ເປັນລະບົບ ແລະ ທັນການ, ເຊິ່ງຖ້າມີຄວາມຈຳ ເປັນຈະເປີດປະຕູນ້ຳ ກໍໃຫ້ແຈ້ງໃຫ້ປະຊາຊົນຮັບຊາບລ່ວງໜ້າ ແລະ ມີມາດຕະການຕ່າງໆ ເພືີີ່ອຮອງຮັບໃນການປ່ອຍນ້ຳແຕ່ລະຄັ້ງ ກໍຄືຜົນກະທົບທີີ່ອາດຈະເກີດຂຶ້ນ ໃຫ້ປະຊາຊົນໄດ້ຮັບຊາບຢ່າງທົ່ວເຖິງ ແລະ ມີສ່ວນຮ່ວມ.
11. ສືບຕໍ່ຕິດຕາມເຝົ້າລະວັງ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ ລວມທັງການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຕາມລະດູການ.
12. ສືບຕໍ່ສຸມໃສ່ໃນການແກ້ໄຂສະພາບວ່າງງານ ໂດຍເກັບກຳຂໍ້ມູນດ້ານຄວາມຕ້ອງການຂອງແຮງງານ ແຕ່ລະສາຂາອາຊີບ ເພື່ອຈັດເຂົ້າສູ່ການຈ້າງງານໃຫ້ໄວ. ພ້ອມທັງຍົກສູງຄຸນນະພາບຂອງສີມືແຮງງານ ແລະ ຊຸກຍູ້ໃຫ້ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ.
13. ສືບຕໍ່ຜັນຂະຫຍາຍຜົນ ສຳເລັດຂອງກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ ໃຫ້ສຳ ເລັດຕາມແຜນການ ແລະ ໄດ້ຮັບ ຜົນດີ; ສຸມໃສ່ຊີ້ນຳການແກ້ໄຂ ບັນຫາເຂດແດນເຊື່ອມຕໍ່ລະ ຫວ່າງທ້ອງຖິ່ນຕໍ່ທ້ອງຖິ່ນ ໃຫ້ມີຄວາມສະຫງົບປົກກະຕິ.
14. ສືບຕໍ່ຈັດຕັ້ງປະຕິບັດຕາມແນວທາງການຕ່າງປະເທດຂອງພັກ ໃຫ້ສຸດກົກສຸດປາຍ ເປັນຕົ້ນ ສືບຕໍ່ປະຕິບັດການສະເຫຼີມສະ ຫຼອງສາຍພົວພັນມິດຕະພາບລາວ-ຫວຽດນາມ ໃຫ້ໄດ້ຮັບຜົນດີຕາມຄາດໝາຍ. ພ້ອມນີ້, ກໍກະ ກຽມຄວາມພ້ອມຮອບດ້ານໃຫ້ ແກ່ການຢ້ຽມຢາມສິງກະໂປ ຢ່າງ ເປັນທາງການຂອງນາຍົກລັດ ຖະມົນຕີ, ກະກຽມຕ້ອນຮັບການນຳຂັ້ນສູງຂອງຕ່າງປະເທດ ຈະມາຢ້ຽມຢາມລາວຢ່າງເປັນທາງການໃຫ້ດີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ