ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນ​ກອງ​ປະຊຸມ​ລັດຖະບານ ປະຈຳ​ເດືອນ​ກັນຍາ 2022
ເວລາອອກຂ່າວ: 2022-09-26 08:50:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 453 | ຄວາມນິຍົມ:



ອີງ​ຕາມ​ບົດ​ຖະແຫຼງ​ຜົນ​ກອງ​ປະຊຸມ​ລັດຖະບານ ປະຈຳ​ເດືອນ​ກັນຍາ 2022 ຂອງ ທ່ານ ນາງ ທິບ​ພະ​ກອນ ຈັນທະ​ວົງ ສາ ຮອງ​ລັດຖະມົນຕີ ຮອງ​ຫົວ ໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາ ຍົກລັດຖະມົນຕີ ຜູ້​ປະຕິບັດໜ້າ ທີ່​ໂຄສົກ​ລັດຖະບານ ຢູ່​ທີ່ຫ້ອງ​ ວ່າການ​ສຳນັກງານ​ນາຍົກລັດ ຖະມົນຕີ ໃນ​ວັນ​ທີ 23 ກັນຍາ 2022 ນີ້, ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ ລັດຖະບານ ປະຈຳ​ເດືອນກັນຍາ 2022, ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ ວັນ​ທີ 22-23 ກັນຍາ 2022 ຢູ່​ທີ່​ສຳນັກງານ​ນາຍົກລັດຖະ ມົນຕີ, ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ພັນ​ຄຳ ວິພາ​ວັນ, ນາ ຍົກລັດຖະມົນຕີ, ມີ​ບັນດາຮອງ ​ນາຍົກລັດຖະມົນຕີ, ສະມາຊິກ​ ລັດຖະບານ ແລະ ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງເຂົ້າ​ຮ່ວມ. ກອງ​ປະຊຸມ ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບ ຮອງ​ເອົາ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ພົ້ນ​ເດັ່ນ​ຂອງ​ລັດຖະບານ ໃນ​ເດືອນ​ກັນຍາ ແລະ ແຜນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຈຸດ​ສຸມ ສຳລັບ​ເດືອນ​ຕຸລາ 2022; ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ ບົດ​ລາຍ​ງານ​ການ​ກະກຽມ​ຄວາມ​ພ້ອມ​ຮອບດ້ານ ໃຫ້​ນາຍົກລັດຖະມົນຕີ ທີ່​ຈະ​ເດີນທາງ​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມ​ປະເທດ​ສິງກະໂປ ຢ່າງ​ເປັນ​ທາງ​ການ ແລະ ການ​ກະກຽມ​ຕ້ອນຮັບ​ການ​ມາ​ຢ້ຽມ ຢາມ ​ສ ປປ ລາວ ຢ່າງ​ເປັນ​ທາງ​ ການຂອງ​ການ​ນຳ​ຂັ້ນ​ສູງຈາກ ​ຕ່າງປະເທດ; ພິຈາລະນາ​ຮ່າງ​ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ໃນ ​ການຈັດຕັ້ງ​ປະຕິບັດແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ ແຫ່ງ​ຊາດ, ແຜນ​ງົບປະມານ​ແຫ່ງລັດ ແລະ ແຜນ​ເງິນຕາໄລຍະ 9 ເດືອນ, ທິດ​ທາງ 3 ເດືອນ​ທ້າຍ​ປີ 2022 ແລະ ທິດ​ທາງ​ແຜນການ​ປີ 2023; ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ​ການ​ປ່ຽນແປງ​ດິນ​ຟ້າ​ອາກາດ​ແຫ່ງ​ຊາດ​ຮອດ​ປີ 2030 ແລະ ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ​ນ້ຳ ແລະ ຊັບພະຍາກອນ​ນ້ຳ ແຫ່ງ​ຊາດ​ຮອດ​ປີ 2030; ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ ຍຸດ​ທະ​ສາດ​ການ​ຄຸ້ມ​ຄອງ ແລະ ພັດທະນາ​ທີ່​ດິນ​ກະສິກຳ​ຮອດ​ປີ 2030 ແລະ ວິໄສ​ທັດ​ຮອດ​ປີ 2040 ແລະ ພິຈາລະນາ​ບົດ​ລາຍ​ງານ​ການ​ຫັນ​ເອົາ​ຫົວໜ່ວຍ​ວິຊາ​ ການທີ່​ມີ​ລາຍ​ຮັບ​ຈາກ​ການ​ຄຸ້ມ​ຄອງ​ບໍລິຫານ ໄປ​ສູ່​ການ​ຄຸ້ມ​ຄອງ​ເປັນ​ເຈົ້າ​ການ​ຕົນ​ເອງທາງ​ດ້ານ​ການ​ເງິນ ເທື່ອ​ລະ​ກ້າວ. ສຳລັບ​ເດືອນ​ຕຸລາ 2022 ນີ້ ລັດຖະບານ ຈະ​ໄດ້​ສືບຕໍ່​ຍົກ​ສູງ​ຄວາມ​ຮັບຜິດຊອບ​ເອົາໃຈໃສ່ ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈຸດ​ສຸມ​ຈຳນວນ​ໜຶ່ງ ດັ່ງນີ້: 1. ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານຕິດ​ພັນ​ກັບວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ຕາມ​ແຜນການ, ພ້ອມ​ທັງ ເພີ່ມ​ ທະວີ​ການ​ຕ້ານ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ ສັງຄົມ​ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ; ເອົາໃຈໃສ່​ປັບປຸງ​ກຳລັງ​ປະກອບ​ອາວຸດ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບ ໃຫ້​ເຂັ້ມແຂງ​ໜັກ​ແໜ້ນ. 2. ສືບ​ຕໍ່​​ຈັດ​ຕັ້ງ​ປະຕິບັດ​ແຜນ​ດຳເນີນຂອງ​ລັດຖະບານ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດຕິດ​ພັນ​ກັບວາລະ​ແຫ່ງ​ ຊາດ ໂດຍ​ສະເພາະການຈັດຕັ້ງ​ຜັນຂະຫຍາຍ​ມະຕິ​ກອງ​ປະຊຸມ ​ລັດຖະບານ ເປີດ​ກ້ວ​​າງ ຄັ້ງ​ທີ I ປະຈຳ​ປີ 2022, ມະຕິ​ຂອງ​ສະ ພາ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ; ແຜນ​ງົບປະມານ​ແຫ່ງ​ລັດ ແລະ ແຜນ​ເງິນຕາ ປະຈຳ​ປີ 2022 ຕາມ​ແຜນ​ແບ່ງ​ຄວາມ​ຮັບຜິດຊອບ ໃນ​ການຈັດຕັ້ງ​ປະຕິບັດ ໃຫ້​ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ ແລະ ໃຫ້​ບັນລຸ​ຕາມ​ຄາດໝາຍ. 3. ສືບຕໍ່​ສຸມ​ໃສ່​ແກ້​ໄຂ​ສະພາບ​ຄວາມ​ບອບ​ບາງ ທາງ​ດ້ານ​ເສດຖະກິດ​ມະຫາ​ພາກ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ໂດຍ​ສຸມ​ໃສ່​ຄຸ້ມ​ຄອງ​ອັດຕາ​ແລກປ່ຽນ, ລາຄາ​ສິນຄ້າ ແລະ ອັດຕາ​ເງິນ​ເຟີ້ ໃຫ້​ຢູ່​ໃນ​ລະ ດັບ​ທີ່ສາມາດ​ຄວບ​ຄຸມ​ໄດ້ ພ້ອມ​ ນັ້ນ, ກໍ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ນ້ຳ ມັນ​ເຊື້ອ​ໄຟ​ໃຫ້​ພຽງພໍ ດ້ວຍ​ຫຼາຍ​ມາດ​ຕະການ ໂດຍ​ຖື​ເອົາ​ມາດ​ຕະການ​ເສດຖະກິດ ແລະ ກົນ​ໄກ​ຕະຫຼາດ​ເປັນ​​ຕົ້ນ​ຕໍ ໄປ​ຄຽງ​ຄູ່​ກັບ ການ​ກຳນົດ​ມາດ​ຕະການ​ແກ້​ໄຂ​ຕົວ​ຈິງ​ທັງ​ໃນ​ໄລຍະ​ກາງ ແລະ ໄລຍະ​ຍາວ. 4. ສືບຕໍ່​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ເລກ​ທີ 18 ວ່າ​ດ້ວຍ​ການ​ເພີີີ່ມ​ທະວີ​ການ​ຄຸ້ມ​ຄອງ ແລະ ຕ້ານ​ການ​ຮົ່ວ​ໄຫຼ​ຂອງ​ງົບປະມານ​ຂອງ​ລັດ, ດຳລັດ​ວ່າ​ດ້ວຍ​ການ​ປະຢັດ ແລະ ຕ້ານ​ການ​ຟູມ​ເຟືອຍ; ດຳລັດ ວ່າ​ດ້ວຍ​ລົດ​ຂອງ​ລັດ ແລະ ນິຕິ​ກຳ​ລຸ່ມ​ກົດໝາຍ​ທີ່ກ່ຽວຂ້ອງ ໃຫ້​ເຂັ້ມ​ງວດ ແລະ ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນພ້ອມ​ທັງ, ສືບຕໍ່​ສຸມ​ໃສ່​ຕິດຕາມ​ກວດກາ​ໂຄງການ​ແຮ່​ທາດ​ແບບ​ທົດ​ລອງ. 5. ສືບຕໍ່​ປັບປຸງ​ປະ​ສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ ໃຫ້​ດີ​ຂຶ້ນ, ຕິດຕາມ​ຈັດ​ສັນ​ທຶນ​ໃສ່ໂຄງການ ​ໃໝ່​ທີ່ມີ​ປະ​ສິດທິ​ຜົນ ແລະ ສຸມ​ ໃສ່​ໂຄງການ​ລົງທຶນ ເພືີີ່ອ​ແກ້​ໄຂ​ຄວາມທຸກ​ຍາກ ທີ່ເປັນ​ບຸລິມະສິດ. 6. ສືບຕໍ່​ສຸມ​ໃສ່​ແກ້​ໄຂ​ບັນຫາ​ໜີ້​ສິນ​ສາທາລະນະ ດ້ວຍ​ຫຼາຍ​ຮູບ​ແບບ ໂດຍ​ສະເພາະ ບັນຫາ​ໜີ້​ສິນ​ຂອງ​ລັດ​ວິ​ສາ​ຫະ​ກິດ​ໃຫ້​ສາມາດ​ແກ້​ໄຂ​ໄດ້​ໂດຍ​ໄວ, ຫຼຸດຜ່ອນ​ການສ້າງ ​ໜີ້​ສິນ​ໃໝ່​ທີ່ບໍ່​ຈຳເປັນ ແລະ ອືີ່ນໆ, ເດັດຂາດ​ບໍ່​ໃຫ້​ຕົກ​ເຂົ້າ​ສູ່​ສະພາບ​ ທີີ່​ບໍ່​ສາມາດ​ຊຳລະ​ໜີ້​ໄດ້. 7. ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ, ລັດ​ວິ​ສາ​ຫະ​ກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ຕາມ​ທິດ​ຊີ້​ນຳ​ຂອງ​ກອງ​ປະຊຸມ​ນາຍົກ-ຮອງ​ນາຍົກ ແລະ ກອງ​ປະຊຸມ​ກົມ​ການເມືອງ​ຮ່ວມ​ກັບ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ໃຫ້​ສຳເລັດ​ໂດຍ​ໄວ. ພ້ອມ​ກັນ​ນັ້ນ, ກໍ​ສືບຕໍ່​ຄົ້ນຄວ້າ​ປະຕິ​ຮູບ​ບັນດາ​ລັດ​ວິ​ສາ​ຫະ​ກິດ ທີ​ີີ່​ກຳນົດ​ໃນ​ແຜນ​ປະຕິ​ຮູບ​ຂອງ​ລັດຖະບານ​ໃຫ້​ເປັນ​ຮູບ​ປະ​ທຳ. 8. ເລັ່ງ​ປັບປຸງ ແລະ ສ້າງ​ກົນ​ໄກ​ອຳນວຍ​ຄວາມ​ສະດວກ ໃນ​ການ​ດຳເນີນ​ທຸລະ​ກິດ ແລະ ການ​ສົ່ງເສີມ​ການ​ລົງທຶນ​ພາກ​ເອກະ​ຊົນ ໃຫ້​ດີ​ຂຶ້ນ ແລະ ສຳເລັດ​ໃຫ້​ທັນ​ກັບ​ສະພາບ​ການ. ພ້ອມ​ກັນ​ນັ້ນ, ກໍ​ເລັ່ງ​ຊຸກຍູ້​ສົ່ງເສີມ​ໂຄງການ​ລົງທຶນ​ຂອງ​ຕ່າງປະເທດ ທີີີ່​ໄດ້​ຮັບ​ອະນຸມັດ​ແລ້ວ ໃຫ້​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້​ໂດຍ​ໄວ ໃນ​ເວລາ​ດຽວ​ກັນ ກໍ​ເລັ່ງ​ຕິດຕາມ​ກວດກາ​ບັນດາ​ໂຄງການ​ທີ​​່ມີ​ສັນຍາ ເພື່ອ​ບໍ່​ໃຫ້​ມີ​ການ​ຈັບຈອງ ແລະ ທ່ວງ​ດຶງ​ການ​ພັດທະນາ, ຊຸກຍູ້​ໃຫ້​ມີ​ການ​ນຳ​ເງິນຕາ​ຕ່າງປະເທດເຂົ້າ​ ສູ່​ລະບົບ​ເສດຖະກິດ​ພາຍ​ໃນ​ໃຫ້​ໄວ​ຂຶ້ນ ດ້ວຍ​ການ​ກວດກາ​ຄືນສັນຍາ​ການ​ລົງທຶນ​ຂອງ​ຕ່າງປະເທດ ທີ​​່​ໃກ້​ສີ້ນ​ສຸດ​ໂຄງການ ແລະ ເລີ​​ີີ່ມ​ມີ​ຜົນ​ກຳໄລ. 9. ຮີບ​ຮ້ອນ​ສືບຕໍ່​ປັບປຸງ​ຂອດ​ບໍລິການ​ທາງ​ລົດໄຟ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ໂດຍ​ສະເພາະ ການຈຳໜ່າຍ​ປີ້​ລົດໄຟ, ເຊິ່ງ​ໃນ​ໄລຍະ​ມໍ່ໆມານີ້ ກໍ​ມີ​ການ​ປັບປຸງ​ດີ​ຂຶ້ນ​ໃນ​ລະດັບ​ໜຶ່ງ​ແລ້ວ, ການ​ຈັດ​ສັນ​ສະຖານ ທີ​​ີີ່​ພາຍ​ໃນ​ສະຖານີ​ລົດໄຟ, ການ​ແກ້​ໄຂ​ບັນຫາ​ການ​ບໍລິການ​ຝາກ​ລົດ-ຈອດ​ລົດ​ສົ່ງ​ຜູ້ໂດຍສານ ຢູ່​ຈຸດ​ສະຖານີ​ລົດໄຟ ລາວ-ຈີນ ມີ​ຫາງ​ສຽງ​ຈົ່ມ​ວ່າ​ຂອງ​ສັງຄົມ ແລະ ການ​ບໍລິການ​ປິ່ນ​ອ້ອມ​ຕ່າງໆ ໃຫ້​ ດີ​ຂຶ້ນ. 10. ສືບຕໍ່​ແກ້​ໄຂ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ບາງ​ແຂວງ ໃຫ້​ກັບ​ຄືນ​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ ໂດຍ​ເອົາໃຈໃສ່​ແກ້​ໄຂ ບາງ​ວຽກ​ທີີີ່​ຈຳເປັນ​ຮີບ​ດ່ວນ ເຊັ່ນ: ທ້ອງ​ຖິ່ນ​ໃດ​ຖືກ​ກະທົບ​ໜັກ ກໍ​ໃຫ້​ພາກສ່ວນ​ກ່ຽວຂ້ອງສົມທົບ​ກັບອົງການ​ປົກຄອງ​ທ້ອງ​ຖິ່ນ ໃຫ້ການ​ຊ່ວຍ ເຫຼືອ​ສຸກ​ເສີນໃຫ້​ທັນການ, ກະກຽມ​ແນວ​ພັນສັດ-ພືດ ເພື່ອ​ສະໜອງ​ໃຫ້​ພຽງພໍ. ພ້ອມນັ້ນ, ກໍ​ໃຫ້​ຮີບຮ້ອນສ້ອມ ແປງ​ຊົນລະປະ ທານ, ຂົວທີ່ຈຳ ເປັນເປ່​ເພ ໃຫ້​ກັບ​ມາ​ໃຊ້​ໄດ້​ປົກ ກະຕິ, ສ້ອມແປງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ-ເສັ້ນທາງ​ທ້ອງ​ຖິ່ນທີ່​​ເປ່​ເພ, ເດັດຂາດ​ບໍ່​ໃຫ້​ເສັ້ນທາງ​ຕັດຂາດ. ພ້ອມ​ນັ້ນ, ກໍ​ເອົາໃຈໃສ່​ຕິດຕາມ​ລະດັບ​ນ້ຳຂອງ​ບັນດາ​ເຂືີີ່ອນ ແລະ ມີ​ແຜນການ​ບໍລິຫານ​ຈັດການ​ນ້ຳ ທີ່​ເປັນ​ລະບົບ ແລະ ທັນ​ການ, ເຊິ່ງ​ຖ້າ​ມີ​ຄວາມ​ຈຳ ເປັນ​ຈະ​ເປີດ​ປະຕູ​ນ້ຳ ກໍ​ໃຫ້​ແຈ້ງ​ໃຫ້​ປະຊາຊົນ​ຮັບ​ຊາບ​ລ່ວງ​ໜ້າ ແລະ ມີ​ມາດ​ຕະການ​ຕ່າງໆ ເພ​​ືີີ່ອ​ຮອງ​ຮັບ​ໃນ​ການ​ປ່ອຍ​ນ້ຳ​ແຕ່​ລະ​ຄັ້ງ ກໍ​ຄື​ຜົນ​ກະທົບ​ທີີ່​ອາດ​ຈະ​ເກີດ​ຂຶ້ນ ໃຫ້​ປະຊາຊົນ​ໄດ້​ຮັບ​ຊາບ​ຢ່າງ​ທົ່ວ​ເຖິງ ແລະ ມີ​ສ່ວນ​ຮ່ວມ. 11. ສືບຕໍ່​ຕິດຕາມ​ເຝົ້າ​ລະວັງ ແລະ ປ້ອງ​ກັນ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ໂດຍ​ສະເພາະ​ການ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ຂັ້ນ​ພື້ນຖານ ລວມ​ທັງ​ການ​ລະບາດ​ຂອງ​ພະຍາດ​ໄຂ້ຍຸງ​ລາຍ ແລະ ພະຍາດ​ຕາມ​ລະດູ​ການ. 12. ສືບຕໍ່​ສຸມ​ໃສ່​ໃນ​ການ​ແກ້​ໄຂ​ສະພາບ​ວ່າງ​ງານ ໂດຍ​ເກັບ​ກຳ​ຂໍ້​ມູນ​ດ້ານ​ຄວາມ​ຕ້ອງການ​ຂອງ​ແຮງ​ງານ ແຕ່​ລະ​ສາຂາ​ອາຊີບ ເພື່ອ​ຈັດ​ເຂົ້າ​ສູ່​ການ​ຈ້າງ​ງານ​ໃຫ້​ໄວ. ພ້ອມ​ທັງ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສີມື​ແຮງ​ງານ ແລະ ຊຸກຍູ້​ໃຫ້​ເຂົ້າ​ສູ່​ລະບົບ​ປະກັນ​ສັງຄົມ​ໃຫ້​ຫຼາຍ​ຂຶ້ນ. 13. ສືບຕໍ່​ຜັນ​ຂະຫຍາຍ​ຜົນ ສຳເລັດ​ຂອງ​ກອງ​ປະຊຸມ​ສະຫຼຸບ​ການ ຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ແລະ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ພັດທະນາ​ຊົນນະບົດ ແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ທົ່ວ​ປະເທດ ໃຫ້​ສຳ ເລັດ​ຕາມ​ແຜນການ ແລະ ໄດ້ຮັບ​ ຜົນ​ດີ; ສຸມ​ໃສ່​ຊີ້​ນຳການ​ແກ້​ໄຂ ​ບັນຫາ​ເຂດ​ແດນ​ເຊ​​ື່ອມຕໍ່ລະ ຫວ່າງທ້ອງຖິ່ນ​ຕໍ່​ທ້ອງຖິ່ນ ໃຫ້​ມີ​ຄວາມ​ສະຫງົບ​ປົກກະຕິ. 14. ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຕາມ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ ໃຫ້​ສຸດ​ກົກ​ສຸດ​ປາຍ ເປັນ​​ຕົ້ນ ສືບຕໍ່​ປະຕິບັດ​ການ​ສະເຫຼີມສະ ຫຼອງ​ສາຍ​ພົວພັນ​ມິດຕະພາບ​ລາວ-ຫວຽດນາມ ໃຫ້​ໄດ້​ຮັບ​ຜົນ​ດີ​ຕາມ​ຄາດໝາຍ. ພ້ອມ​ນີ້, ກໍ​ກະ ກຽມ​ຄວາມ​ພ້ອມ​ຮອບດ້ານໃຫ້​ ແກ່​ການ​ຢ້ຽມຢາມສິງກະໂປ ຢ່າງ ​ເປັນ​ທາງ​ການ​ຂອງ​ນາຍົກລັດ ຖະມົນຕີ, ກະກຽມ​ຕ້ອນຮັບ​ການ​ນຳ​ຂັ້ນ​ສູງ​ຂອງ​ຕ່າງປະເທດ ​ຈະ​ມາ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ​ໃຫ້​ດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ