ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ຕ້ານ​ການ​ຄ້າ​ມະນຸດ ຂອງ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2022-09-27 08:59:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວັນ​ທີ 26 ກັນຍາ 2022 ນີ້, ກົມ​ທະຫານ​ຊາຍ​ແດນກົມໃຫຍ່​ເສ ນາ​ທິ​ການ​ກອງທັບ ໄດ້ຈັດ​ກອງ​ປະ ຊຸມ​ວຽກ​ງານ​ຕ້ານ​ການ​ຄ້າ​ມະ ນຸດ​ຂອງ​ຄະນະ​ກຳມະການ ຕ້ານ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກສອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ​ເຂົ້າ​ຮ່ວມ. ສະຫາຍ ພົນ​ຈັດຕະວາ ສີພັນ ພຸດ​ທະ​ວົງ ຫົວໜ້າ​ກົມ​ທະຫານ​ຊາຍ​ແດນ ກົມ​ໃຫຍ່​ເສນາ​ທິ​ ການ​ກອງທັບ ໄດ້​​ຜ່ານ​ຂໍ້​ຕົກລົງ​ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ ການ​ແຕ່ງຕັ້ງ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ ( ສະ ບັບ​ປັບປຸງ ) ຕົກລົງ​ແຕ່ງຕັ້ງ ສະຫາຍ ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກສອນ ເປັນ​ປະທານ, ສະຫາຍ ພົນ​ຈັດຕະວາ ວັນ​ທອງ ບຸດ​ຕະ​ວົງ ເປັນ​ຮອງ, ສະຫາຍ​ພົນ​ຈັດຕະວາ ບຸນ​ທອນ ສິດ​ສຸ​ວົງ ເປັນ​ຄະນະ, ສະຫາຍ ພົນ​ຈັດຕະວາ ສີ​ພັນ ພຸດ​ທະ​ວົງ ເປັນ​ຄະນະ ທັງ​ເປັນ​ຜູ້​ປະຈຳການ ແລະ ສະຫາຍ ພັນ​ເອກ ຄຳ​ຜິວ ມະນີ​ວົງ ເປັນ​ຄະນະ. ຈາກ​ນັ້ນ ກໍ​ໄດ້​ຜ່ານ​ບົດ​ສະຫຼຸບ ວຽກ​ງານ​ດັ່ງກ່າວ​ໃນ 6 ເດືອນ​ຜ່ານ​ມາ, ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ໜັກໜ່ວງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ຕໍ່​ເນື່ອງ​ກໍ​ຕາມ ແຕ່​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ໄດ້​ເອົາໃຈໃສ່​ຄົ້ນ​ຄ້ວ​​າ​ຊອກ​ຫາ​ຊ່ອງ​ທາງ ແລະ ວິທີ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ​ຢ່າງ​ຕໍ່​ເນື່ອງ ໂດຍ​ການ​ໂຄສະນາ​ເຜີຍແຜ່​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ ຜ່ານ​ທາງ​ຄື້ນ​ວິທະຍຸ​ກະຈາຍສຽງ​ກອງທັບ ແລະ ສື່​ສັງຄົມ​ອອນ​ລາຍ, ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ພາຍ​ໃນ​ກອງ​ເລຂາ, ຄົ້ນຄວ້າ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄ້າ​ມະນຸດ, ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ສ້າງ​ຄວາມ​ເຂັ້ມແຂງ​ດ້ານ​ວຽກ​ງານ​ການ​ຄ້າ​ມະນຸດ​ໃຫ້​ແກ່​ນາຍ ແລະ ພົນທະຫານ, ເຂົ້າ​ຮ່ວມ​ກອງ​ປະ ຊຸມ​ສະຫຼຸບ​ການເຄື່ອນໄຫວ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ ແລະ ວາງ​ທິດ​ທາງ​ແຜນການ​ຂອງ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ລະດັບ​ຊາດ ພ້ອມ​ກັນ​ນັ້ນ, ກຳລັງ​ທະຫານ​ຊາຍ​ແດນ ຍັງ​ໄດ້​ເພີ່ມ​ທະວີ​ເຄື່ອນ​ໄຫວ​ປ້ອງ​ກັນ​ຊາຍ​ແດນ, ສະກັດ​ກັ້ນ ແລະ ປ້ອງ​ກັນ​ການ​ລັກລອບ​ຂ້າມ​ແດນ​ແບບ​ຜິດ​ກົດໝາຍ​ຕາມ​ຂອບ​ເຂດ​ຮັບຜິດຊອບ ປະສານ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ຕາມ​ບໍລິເວນ​ຊາຍ​ແດນ, ກຸ່ມ​ບ້ານ ​ຊາຍ​ແດນ, ດ່ານ​ທ້ອງຖິ່ນ, ດ່ານ ​ປະເພນີ ແລະ ດ້ານ​ສາກົນສຳເລັດ​ ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ, ກຳລັງ​ທະຫານ​ຊາຍ​ແດນ​ໄດ້​ຖື​ເອົາ​ການ​ໂຄສະນາ​ເຜີຍແຜ່​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ ຄຽງ​ຄູ່​ກັບ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ​ນັ້ນ​ກໍ​ຄື​ການ​ຂົນຂວາຍ​ກໍ່ສ້າງ​ຮາກ​ຖານ-ປ້ອງ​ກັນ​ຊາຍ​ແດນ​ຢ່າງ​ຕໍ່​ເນື່ອງ, ເຮັດ​ແຈ້ງ​ການ​ເຖິງ​ກອງ​ບັນຊາ​ການ​ທະຫານ​ແຂວງ, ນະຄອນຫຼວງ ທົ່ວ​ປະເທດ, ເຮັດ​ຂໍ້​ຕົກລົງ​ແຕ່ງຕັ້ງ​ຄະນະ​ອະນຸ​ກຳ ມະການ​ຕ້ານ​ການ​ຄ້າ​ມະນຸດ​ຂັ້ນ ​ແຂວງ (ກອງ​ບັນຊາ​ການ​ແຂວງ, ນະຄອນຫຼວງ), ເຮັດຄຳ​ສັ່ງ ​ແນະນຳ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ແຕ່ງຕັ້ງ ແລະ ມອບ​ໝາຍ​ໜ້າທີ່​ໃຫ້​ກັບ​ຄະ ນະ​ອະນຸ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ ກອງ​ບັນຊາ​ການ​ທະຫານ​ແຂວງ 17 ແຂວງ​ທົ່ວ​ປະເທດ, ຈາກ​ນັ້ນ​ບັນດາ​ຄະນະ​ກຳມະການ​ຕ້ານ​ການ​ຄ້າ​ມະນຸດ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ປະກອບ​ຄຳ​ຄິດ​ຄຳ​ເຫັນກ່ຽວ​ກັບ​ວຽກ​ງານ​ຕ້ານ​ການ​ຄ້າ​ມະນຸດ. ໂດຍ: ອາ​ນຸ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ