
ກອງພັນໃຫຍ່ 11ເປີດກອງປະຊຸມ ບັ້ນຊ້ອມຮົບບັນຊາ-ເສນາ 2 ຂັ້ນຝ່າຍດຽວ
ເວລາອອກຂ່າວ: 2022-09-27 09:01:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:
ກອງພັນໃຫຍ່ 11 ໄດ້ເປີດກອງປະຊຸມບັ້ນຊ້ອມຮົບບັນຊາ-ເສນາ 02 ຂັ້ນຝ່າຍດຽວ ປະຈຳປີ 2022 (ກຳປັ້ນເຫຼັກ 03) ໃນວັນທີ 23 ກັນຍາ2022 ຢູ່ທີ່ສະໂມສອນ ກອງພັນໃຫຍ່ 11, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະ ນັກງານຫຼັກແຫຼ່ງ ກອງພັນໃຫຍ່ 11 ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມແພງ ແກ້ວສີລາ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 11 ໄດ້ຜ່ານຂໍ້ຕົກລົງ ແລະ ແຜນການ ໂດຍອີງໃສ່ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບການເມືອງ ການທະຫານ, ພະລາທິການ-ເຕັກນິກ ໃຫ້ບັນດາກົມກອງກຳ ລັງຫຼວງ-ກຳລັງທອງຖິ່ນໃນທົ່ວ ປະເທດປະຈຳປີ 2022, ເພື່ອຕີລາຄາຜົນໄດ້ຮັບຂອງການອົບ ຮົບ-ຫັດແອບ ວຽກງານກຽມ ພ້ອມສູ້ຮົບຮອບດ້ານ ແລະ ຄວາມສາມາດສູ້ຮົບຕົວຈິງຂອງກຳລັງພົນ ແລະ ພາຫະນະອາວຸດຍຸດໂທປະກອນໃນໄລຍະຜ່ານມາ ແລະ ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດຄວາມເຂົ້າໃຈກ່ຽວກັບວຽກງານເສນາທິການ ແລະເຕັກນິກຮັບໃຊ້ສູ້ຮົບໃຫ້ຜູ້ນຳພາ-ບັນຊາ ແລະ ພາກສ່ວນຮັບ ປະກັນທີ່ຂຶ້ນກັບກອງພັນນ້ອຍ, ກອງຮ້ອຍ ແລະ ໜວດ ສົມທົບກັບຜູ້ນຳພາ-ບັນຊາແຕ່ລະຂັ້ນ ແລະ ພະນັກງານນັກຮົບໃນກົມກອງໄດ້ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ເຝິກແອບຮໍ່າຮຽນດ້ານສິນລະປະຍຸດ-ຍຸດທະວິທີ ລະບຽບແບບແຜນ ແລະ ເຝິກກຳລັງແຮງກາຍ ເປັນກິດຈະກຳປະຈຳວັນ ຕໍ່ເນື່ອງຊຳນິຊຳນານໃນການເຄື່ອນໄຫວສູ້ຮົບໃນພູມີປະເທດຕົວຈິງ ໂດຍຕິດພັນກັບຄວາມຕັດສິນໃຈຕີລາຄາສະພາບການ ກົນອຸບາຍເລລ່ຽມສູ້ຮົບຂອງກຸ່ມຄົນບໍ່ດີຢູ່ພາຍໃນ ເພື່ອກຽມພ້ອມຕອບຕ້ານໄດ້ທຸກເວລາໃຫ້ມີປະສິດທິພາບສູງ ເຊິ່ງ ສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າການທະຫານກອງພັນໃຫຍ່ 11 ໄດ້ຂຶ້ນຊີ້ແຈ້ງບາງເນື້ອໃນກ່ຽວກັບການຊ້ອມຮົບໃນແຕ່ລະບາດກ້າວເພື່ອເຮັດໃຫ້ບັ້ນຊ້ອມຮົບຄັ້ງນີ້ບັນລຸໄດ້ຕາມເປົ້າໝາຍ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍທຸກພາກສ່ວນໃນ
ການປະຕິບັດໜ້າທີ່ການເມືອງ ໃນໄລຍະຜ່ານມາ ກໍຄືການຈັດ ຕັ້ງກະກຽມຊ້ອມຮົບຄັ້ງນີ້ມີເນື້ອຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມຫຼັກການ, ພ້ອມນີ້ ກໍຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ເປັນເຈົ້າການໃນການນຳພາ-ຊີ້ນຳ, ຮັບຜິດຊອບແຜນການ
ເຄື່ອນໄຫວຕາມຂັ້ນຕອນຫຼັກການເອົາໃຈໃສ່ດ້ານເນື້ອໃນ, ວັດຖຸຫັດແອບກຳລັງພາຫະນະ ຕ່າງໆແລະ ວຽກງານຮັບປະກັນດ້ານພະລາ-ເຕັກນິກໃຫ້ຄົບຖ້ວນ ເພື່ອບັນລຸຕາມແຜນການທີ່ວາງໄວ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ