ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພ້ອມ​ກັນ ສືບຕໍ່​ໄປ​ສັກ​ວັກ​ຊີນ​ປ້ອງ​ກັນ​ພະຍາດ ​ໂຄ​ວິດ-19
ເວລາອອກຂ່າວ: 2022-09-27 09:26:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:



ການ​ສັກ​ວັກຊີນ​ປ້ອງ​ກັນພະ ຍາດໂຄວິດ-19 ເປັນ​ບັນຫາສຳ ຄັນ​ຫຼາຍ​ທີ່​ທຸກ​ຄົນ​ຕ້ອງ​ສືບຕໍ່​ພ້ອມ ກັນ​ໄປ​ຮັບ​ການ​ສັກ​ຢາ​ວັກ​ຊີນ ເພື່ອ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ​ໂດຍສະເພາະ​ຜູ້​ສູງ​ອາຍຸ, ຜູ້​ມີ​ພະ ຍາດ​ປະຈຳ​ຕົວ, ເດັກ​ທີ່​ມີ​ເກນ​ອາ ຍຸກໍ​ສາມາດ​ໄດ້​ຮັບ​ການ​ສັກ​ວັກ​ຊີນ​ໄດ້ ໃນ​ສະຖານທີ່​ໃຫ້​ບໍລິການ​ຕ່າງໆ​ເຊັ່ນ: ໂຮງໝໍ​ເມືອງ, ໂຮງ ໝໍ​ແຂວງ ແລະ ​ໂຮງໝໍ​ສູນ​ກາງ ແລະ​ ອື່ນໆ​ໃກ້​ບ້ານ​ທ່ານ ໃນ​ໂມງ​ເວລາ​ລັດ​ຖະ​ການ( 8:00-16:00 ໂມງ) ເພື່ອ​ສ້າງ​ພູມ​ຕ້ານທານ ແລະ ຄຸ້ມ​ກັນ​ໃຫ້​ແກ່​ຮ່າງກາຍ, ບໍ່​ໃຫ້​ເຈັບເປັນ​ຮຸນ​ແຮງ ແລະ ເສຍ​ຊີວິດ, ການ​ສັກ​ວັກ​ຊີນ​ກັນ​ພະຍາດ​ໂຄ​ວິດ-19 ຍັງ​ສາມາດ​ປ້ອງ​ກັນ​ການ​ເຈັບ ເປັນ​ຮຸນ​ແຮງ ແລະ ເສຍ​ຊີວິດ​ຈາກ​ພະຍາດໂຄ​ວິດ​ສາຍ​ພັນ​ໂອ​ມິ​ຄຣອນ ແລະ ເດວ​ຕ້າ ​ໄດ້​ຕື່ມ​ອີກ. ປັດຈຸບັນ​ບາງ​ທ່ານ​ກໍ​ຍັງ​ບໍ່​ໄດ້​ໄປ​ຮັບ​ການ​ສັກ​ວັກ​ຊີນ​ຈັກ​ເຂັມ​ກໍ​ມີ, ບາງ​ທ່ານ​ກໍ​ໄປ​ສັກ​ໄດ້​ຄົບ​ໂດ​​ສ ຫຼື 2 ເຂັມ​ແລ້ວ. ໃນ​ນັ້ນ, ຍັງ​ຈຳເປັນ​ຕ້ອງ​ໄປ​ສັກ​ເຂັມກະ ຕຸ້ນ​ຕື່ມ​ອີກ (ເຂັມ 3, ເຂັມ 4) ພາຍຫຼັງ​ສັກ​ເຂັມ 2 ຮອດ​ໄລຍະ 4-6 ເດືອນ ເພື່ອ​ເສີມ​ສ້າງພູມ​ ຕ້ານທານ​ໃຫ້​ແກ່​ຮ່າງກາຍ​ຂຶ້ນ ຕື່ມ, ເຖິງ​ວ່າ​ທ່ານ​ຈະ​ສັກ​ວັກ​ຊີນ​ຄົບ​ຕາມ​ກຳນົດ​ແລ້ວ​ກໍ​ຕາມ ທ່ານ​ຍັງ​ຕ້ອງ​ສືບຕໍ່​ປ້ອງ​ກັນ​ຕົນ​ເອງ, ຄອບຄົວ, ໝູ່ຄູ່, ເພື່ອນ​ຮ່ວມ​ງານ ແລະ ຊຸມ​ຊົນ​ຈາກ​ພະຍາດ​ໂຄ​ວິດ-19 ແລະ ປະຕິບັດ​ຕາມ ມາດຕະການ​ປ້ອງ​ກັນພະຍາດ ​ໂຄ​ວິດ-19 ຂອງ​ກະຊວງ​ສາທາ ລະນະ​ສຸ​ກວາງ​ອອກ​ຢ່າງ​ເຂັ້ມ​ງວດ. ຖ້າ​ອອກໄປສະຖານທີ​່ຊຸມ ຊົນ​ຕ້ອງ​ຮັກສາ​ໄລຍະ​ຫ່າງ, ໃສ່​ຜ້າອັດ​ປາກ-ອັດ​ດັງ, ໃຊ້​ສະ​ບູ່, ເຈວລ້າງມື, ນ້ຳ​ສະອາດ ທຸກ​ຄັ້ງ​ເມື່ອ​ຈັບບາຍ​ສິ່ງ​ຂອງ​ຕ່າງໆ, ຖ້າ​ຮູ້ສຶກ​ບໍ່​ສະບາຍບໍ່​ຄວນ​ຊື້​ຢາ​ມາ​ກິນ​ເອງ​ຄວນ​ໄປ​ພົບ​ແພດ​ເພື່ອ​ປິ່ນປົວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ