ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພາຍຸໄຕ້ຝຸ່ນໂນຣູ ພັດຜ່ານຟີລິບປິນດ້ວຍຄວາມຮຸນແຮງ
ເວລາອອກຂ່າວ: 2022-09-27 09:46:41 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ສໍານັກຂ່າວຊິນຮວາລາຍ ງານໃນວັນທີ 26 ກັນຍາ ໃຫ້ ຮູ້ວ່າ: ພະຍຸໄຕ້ຝຸ່ນ ໂນຣູ ເຊິ່ງເປັນ ພະຍຸທີ່ມີຄວາມແຮງທີ່ສຸດ ທີ່ເຄີຍ ພັດຜ່ານຟີລິບປິນໃນປີນີ້ ພັດຂຶ້ນ ຝັ່ງຟີລິບປິນເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 25 ກັນຍາ ໃນເຂດ ເມືອງເບີໂດນ ເທິງເກາະໂປລິດໂລ ເຊິ່ງເປັນສ່ວນໜຶ່ງຂອງແຂວງ ເກຊອນ ດ້ວຍຄວາມໄວຂອງລົມ 195 ກິໂລແມັດຕໍ່ຊົ່ວໂມງ ເຮັດ ໃຫ້ເກີດມີຝົນຕົກລົງມາຢ່າງ ໜັກ ແລະ ລົມພັດແຮງເຂດດັ່ງກ່າວ ເຊິ່ງມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ ແລະ ເປັນສະຖານທີ່ຕັ້ງ ຂອງນະຄອນຫຼວງມະນິລາທີ່ມີປະຊາກອນຢູ່ປະມານ 13 ລ້ານຄົນ ຕໍ່ເຫດການດັ່ງກ່າວຍັງບໍ່ມີລາຍ ງານຄວາມເສຍຫາຍແຕ່ຢ່າງໃດ. ກ່ອນໜ້ານັ້ນ, ທາງການຟີລິບ ປິນໄດ້ກຽມພ້ອມອົບພະຍົບປະຊາຊົນໃນຫຼາຍພື້ນທີ່ທີ່ມີຄວາມສ່ຽງ ເປັນຕົ້ນໃນນະຄອນຫຼວງມະນິລາ ແລະ ພື້ນທີ່ອື່ນໆແລ້ວ ໂດຍມີປະ ຊາຊົນອົບພະຍົບໄປກ່ອນໜ້າ ພະຍຸພັດຜ່ານປະມານ 9.000 ຄົນ ພ້ອມກັບມີການຍົກເລີກຖ້ຽວບິນ, ງົດການຂົນສົ່ງທາງເຮືອຫຼາຍ ຖ້ຽວ, ປິດໂຮງຮຽນ ແລະ ໜ່ວຍ ງານຂອງລັດທີ່ບໍ່ມີຄວາມຈໍາ ເປັນໃນວັນດັ່ງກ່າວ ເພື່ອເປັນການ ປ້ອງກັນການຮັບຜົນກະທົບ ແລະ ອັນຕະລາຍອາດຈະເກີດຂຶ້ນ ພ້ອມ ນັ້ນໜ່ວຍງານກ່ຽວຂ້ອງຍັງໄດ້ ອອກມາກ່າວເຕື່ອນວ່າ, ຝົນທີ່ ຕົກລົງມາຢ່າງໜັກອາດຈະສົ່ງ ຜົນເຮັດໃຫ້ເກີດນໍ້າຖ້ວມຮຸນແຮງ ແລະ ດິນຖະຫຼົ່ມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ