ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 2 ທາບ​ທາມ​ສ້າງ​ແຜນ​ກຳນົດ ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ
ເວລາອອກຂ່າວ: 2022-09-29 08:35:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 26-28 ກັນຍາ 2022 ນີ້, ກອງ​ພົນ​ທີ 2 ໄດ້​ຈັດ​ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານນຳພາ-ບັນຊາ ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ກຳມະການ​ຄະນະ​ພັກ​ກະຊວງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ສະຫາຍ ພົນ​ຈັດຕະວາ ວຽງແກ້ວ ສີ​ສຸ​ລາດ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 2, ມີ​ຜູ້ ຕາງໜ້າກົມ​ພະນັກງານກົມ​ໃຫຍ່​ການເມືອງ​ກອງທັບ, ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ, ຄະນະ​ຫ້ອງ, ພະແນກການ, ກອງພັນ​ໃຫຍ່ ແລະ ກອງພັນ​ນ້ອຍ ເຂົ້າ​ຮ່ວມ.    ໃນ​ກອງ​ປະຊຸມ ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ໄດ້​ມີ​ຄຳ​ເຫັນ​ແນະນຳ ໃຫ້​ບັນດາສະ ຫາຍ​ຜູ້​ແທນ​ກອງ​ປະຊຸມ ຈົ່ງ​ພ້ອມ​ກັນ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ ໃຊ້​ສິດ​ປະ ຊາທິປະໄຕເຂົ້າ​ໃນ​ການທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ​ຄັ້ງ​ນີ້, ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ມາດຖານ​ເງື່ອນ ໄຂ​ຂອງ​ຜູ້​ຈະ​ສະໝັກ​ເຂົ້າ​ເປັນ​ພະນັກງານ​ນຳພາ-ບັນຊາ​ຂັ້ນ​ສູນ​ກາງ ແລະ ກະຊວງ​ຄຸ້ມ​ຄອງ ເພື່ອ ​ບັນຈຸ​ເຂົ້າ​ໃນ​ແຜນ​ກຳນົດ​ພະນັກ ງານ​ໃນ​ຊຸມ​ປີ​ຕໍ່ໜ້າ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ວົງ​ເພັດ ເພັງ​ພານິດ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ພົນ​ທີ 2 ໄດ້​ຜ່ານ​ບົດ​ສະຫຼຸບຕີ​ລາຄາ​ແຜນການ​ກຳນົດ​ພະນັກງານ​ນຳພາ-ບັນຊາ ຢູ່​ກອງ​ພົນທີ 2 ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ ຄະນະພັກ-ຄະນະ​ບັນຊາ​ກອງ​ພົນ ໄດ້​ຖື​ສຳຄັນ​ການ​ສ້າງ​ແຜນ​ກຳນົດ​ພະນັກງານ ໂດຍ​ປະຕິບັດ​ຖືກຕ້ອງ​ສອດຄ່ອງກັບມາດຕະຖານ​ເງື່ອນໄຂທີ່​ກຳນົດ​ໄວ້​ໃນ​ກົດໝາຍ ແລະ ລະບຽບ​ການ​ທີ່​ກ່ຽວຂ້ອງ  ເພື່ອ​ຕອບສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ໄລຍະ​ຜ່ານມາກອງ​ພົນ​ທີ 2 ໄດ້​ປັບປຸງການຈັດຕັ້ງ​ນຳພາ-ບັນຊາຂັ້ນກອງພົນ 5 ຄັ້ງ, ຂັ້ນ​ອົງການ, ພະແນກການ 10 ຄັ້ງ, ກອງພັນໃຫຍ່ 3 ຄັ້ງ, ກອງພັນ​ ແລະ ກອງ ຮ້ອຍ​ເອກະລາດ 27 ຄັ້ງ, ມີ​ພະ ນັກງານຮັບໜ້າທີ່ໃໝ່ 216 ສະ ຫາຍ, ເຮັດ​ໃຫ້​ການຈັດຕັ້ງ​ນຳພາ-ບັນຊາທຸກ​ຂັ້ນ​ນັບ​ມື້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ, ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ; ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ແລະ ພະນັກງານ​ແຕ່​ ລະ​ສະຫາຍ ທີ່​ເປັນ​ເສນາ​ທິການ​ ໃຫ້​ແກ່​ຄະນະ​ພັກ​ຂັ້ນ​ຕ່າງໆໄດ້​ເປັນ​ເຈົ້າ​ການ​ເອົາໃຈໃສ່​ເຝິກຝົນ ​ຫຼໍ່​ຫຼອມ​ຕົນ​ເອງຕໍ່​ກັບ​ວຽກ​ງານ​ ນຳພາ-ບັນຊາ, ຕິດ​ພັນ​ກັບ​ການ​ຄົ້ນຄວ້າ​ເຊື່ອມ​ຊຶມ​ກຳ​ແໜ້ນ ບັນ ດາ​ມະຕິ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ຄຳ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ກ່ຽວ​ກັບ​ການ​ສ້າງ ແລະ ປະຕິບັດແຜນ​ ກຳນົດ​ພະນັກງານ​ນຳພາ-ບັນຊາ ຢ່າງ​ເລິກເຊິ່ງສາມາດຈັດຕັ້ງ​ຜັນ​ຂະຫຍາຍກາຍເປັນ​ຮູບ​ປະ​ທຳ​ຕົວ​ຈິງ, ບັນດາ​ກົມ​ກອງ​ສ້າງໄດ້​ ພະນັກງານສືບ​ທອດ​ປ່ຽນ​ແທນ ​ໄດ້​ຢ່າງ​ຕໍ່​ເນື່ອງຮັບປະກັນສ້າງ ​ໄດ້​ພະນັກງານ 3 ຮຸ່ນ, ເຮັດ​ໃຫ້ ການ​ນຳພາ-ບັນຊາມີຄວາມ​ເຂັ້ມ ແຂງ. ຜ່ານ​ມາ​ກອງ​ພົນ​ສາມາດ​ສັງ​ລວມ​ໄດ້​ບັນດາ​ຕຳແໜ່ງ ທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງ​ສູນ​ກາງ​ພັກ ແລະ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ສຳເລັດ​ການ​ສ້າງ​ແຜນ​ກຳນົດ​ຂັ້ນ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ແລະ ອົງການ 5 ຫ້ອງ, ບັນດາ​ພະແນກການ​ທີ່​ຂຶ້ນ​ກັບ, ກອງພັນ​ໃຫຍ່, ກອງພັນ​ ແລະ ກອງຮ້ອຍ​ເອກະລາດ ລວມ​ທັງ​ໝົດ 27 ກົມ​ກອງ ໄດ້​ສຳເລັດ​ຕາມ​ແຜນການ. ໃນ​ກອງ​ປະຊຸມ, ບັນດາ​ຜູ້​ເຂົ້າ​ຮ່ວມ ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະ ຊາທິປະໄຕ ສຸມ​ສະຕິ​ປັນຍາຄົ້ນຄວ້າຕັດສິນ​ໃຈ ແລະ ປ່ອນ​ບັດ​ຄັດ​ເລືອກ​ເອົາ​ພະນັກງານ​ນຳພາ-ບັນຊາຂັ້ນ​ສູນ​ກາງ ແລະ ກະຊວງ ​ຄຸ້ມ​ຄອງຢູ່​ກອງ​ພົນ​ທີ 2 ບັນລຸ​ໄດ້​ຕາມ​ແຜນທີ່​ກຳນົດ​ໄວ້. ໂດຍ: ສຸວັນ​ໂນ ທະລັງ​ສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ