ຫຼາຍກົມກອງປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍ ແລະ ພົນທະຫານຂັ້ນຕ່າງໆ
ເວລາອອກຂ່າວ: 2022-09-29 08:58:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:
ໃນບໍ່ດົນມານີ້, ຫຼາຍກົມກອງໄດ້ຈັດຕັ້ງປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍ ແລະ ພົນທະຫານຂັ້ນຕ່າງໆ, ເຊິ່ງປະກອບມີ ທະຫານແຂວງຊຽງຂວາງ ເປັນປະທານໂດຍ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ທະຫານແຂວງຫຼວງພະບາງ ເປັນທານໂດຍ ສະຫາຍ ພັນໂທ ຄຳສອນ ໂພທິວັນ ຫົວໜ້າຫ້ອງເສ ນາທິການ ກອງບັນຊາການທະ ຫານແຂວງຫຼວງພະບາງ, ກອງພົນທີ 3 ເປັນປະທານໂດຍ ສະ ຫາຍ ພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງ ກອງພົນທີ 3, ກອງບັນຊາການທະຫານອາກາດ ເປັນປະທານໂດຍ ສະຫາຍ ພັນເອກ ພອນສະຫວັດ ໄຊບຸນເຮືອງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານອາກາດ.
ໃນນີ້, ຢູ່ທະຫານແຂວງຊຽງຂວາງໄດ້ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນພັນຕີ ຈຳນວນ 48 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 41 ສະຫາຍ, ເລື່ອນຊັ້ນຮ້ອຍ ຕີ ຂຶ້ນ ຮ້ອຍໂທ 93 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 90 ສະຫາຍ ໃນພິທີຍັງໄດ້ຜ່ານຂໍ້ ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າພະແນກພົວພັນຮ່ວມມື ຂອງກອງບັນຊາການທະຫານແຂວງຊຽງຂວາງຄື: ແຕ່ງຕັ້ງ ສະຫາຍ ພັນໂທ ສາຍທອງ ອານຸລັກ ເປັນຫົວໜ້າພະແນກພົວພັນຮ່ວມມື.
ຢູ່ທະຫານແຂວງຫຼວງພະບາງ: ເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈຳນວນ 84 ສະຫາຍ.
ຢູ່ກອງພົນທີ 3: ໄດ້ເລື່ອນຊັ້ນພັນຕີຂຶ້ນ ພັນໂທ 2 ສະຫາຍ, ຮ້ອຍໂທ ຂຶ້ນຮ້ອຍເອກ 13 ສະ ຫາຍ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການຍົກຂັ້ນເງິນເດືອນຂອງນາຍທະຫານ ຈາກຊັ້ນພັນຕີ ຂຶ້ນຮັບເງິນຊັ້ນພັນໂທ ຈຳນວນ 2 ສະຫາຍ, ຊັ້ນຮ້ອຍເອກ ຂຶ້ນຮັບເງິນຊັ້ນພັນຕີ 4 ສະຫາຍ, ຮ້ອຍໂທ ຮັບເງິນຊັ້ນຮ້ອຍເອກ 4 ສະຫາຍ.
ຢູ່ກອງບັນຊາການທະຫານອາກາດ: ໄດ້ປະດັບທຽບຊັ້ນໃຫ້ ນັກຮຽນນາຍຊ່າງ ຊັ້ນຕົ້ນຢູ່ກອງ ຮ້ອຍຣາດາ ໃນນີ້, ປະດັບທຽບຊັ້ນ ຊັ້ນ I ຂຶ້ນ ສິບເອກ ຈຳນວນ 24 ສະຫາຍ, ຍິງ 3 ສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ