ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ການ​ແຂ່ງຂັນ​ກິລາ ຂຳ່ນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ ​ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ ແລະ ວັນ​ສ້າງຕັ້ງ​ກອງພັນ​ໃຫຍ່ 661
ເວລາອອກຂ່າວ: 2022-09-30 08:43:16 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 263 | ຄວາມນິຍົມ:



ພິທີ​ປິດ​ຂະ​ບວນ​ການ​ແຂ່ງ ຂັນກິລາ ຂຳ່ນັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ ຄົບຮອບ 61 ປີ ແລະ ວັນ ​ສ້າງຕັ້ງ​ກອງພັນ​ໃຫຍ່ 661 ຄົບຮອບ 6 ປີ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກັນຍາ 2022 ນີ້, ຢູ່​ທີ່​ກອງພັນ​ໃຫຍ່ 661, ໂດຍ​ການ​ເຂົ້າ​ຮ່ວມ​ຮັບ​ຊົມ​ຂອງ​ສະຫາຍ ພັນ​ເອກ ສາຍ​ລົມ ໄຊ​ຍະ​ສຸກ ຮອງ​ຫົວໜ້າ​ກົມ​ລົດ​ຕັງ-ຍານ​ເກາະ, ມີ​ສະຫາຍ ພັນ​ເອກ ຄຳ​ປານ ແພງ​ພັນ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 661, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ພະແນກການ, 3 ກອງພັນ, ມີ​ບັນດາ​ພະນັກງານ-ນັກ ຮົບ, ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ, ນັກກິລາ, ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ການ​ແຂ່ງຂັນ​ກິລາ​ຄັ້ງ​ນີ້ ໄດ້​ເລີ່ມ​ເປີດ​ມາ​ແຕ່​ວັນ​ທີ 20 ກັນຍາ ແລະ ໄດ້​ປິດ​ລົງ​ໃນ​ວັນ​ທີ 29 ກັນ ຍາ ນີ້, ໃນ​ຕະຫຼອດ​ໄລຍະ​ການ​ແຂ່ງຂັນ​ຜ່ານ​ມາ ເຫັນ​ວ່າ​ບັນ ຍາກາດ​ການ​ແຂ່ງຂັນ​ມີ​ຄວາມ​ຟົດຟື້ນ​ເບີກບານ​ມ່ວນຊື່ນ​ເຕັມ​ໄປ​ດ້ວຍ​ນ້ຳໃຈ​ໄມຕີ​ຈິດ​ມິດຕະ ພາບ​ຂອງ​ນັກກິລາ​ແຕ່​ລະ​ທີມ, ຄວາມ​ຮັບຜິດຊອບ​ສູງ​ຂອງ​ຄະ ນະ​ຮັບຜິດຊອບ​ການ​ແຂ່ງຂັນ​ກີລາ, ການ​ປະກອບສ່ວນ​ຢ່າງ​ຫ້າວຫັນ​ຂອງ​ກຳມະການ. ສ່ວນ​ລາຍການ​ແຂ່ງຂັນ​ມີ 6 ປະເພດ ​ຄື: ​ເຕະບານ; ບານສົ່ງ​ຊາວ​ໜຸ່ມ; ກະຕໍ້​; ເປ​ຕັງ​ຊາວ​ໜຸ່ມ; ເປ​ຕັງ​ຍິງ ແລະ ເປ​ຕັງ​ອາວຸດ​ໂສ. ພາຍຫຼັງ​ສິ້ນ​ສຸດ​ການ​ແຂ່ງຂັນ ສາມາດ​ສະຫຼຸບ​ໄດ້​ດັ່ງນີ້: ປະເພດ 1: ເຕະບານ ແມ່ນ​ທີມ ພະ​ແນກ​ເສນາ; ບານສົ່ງ​ຊາວ​ໜຸ່ມ ແມ່ນ ທີມ​ກອງພັນ 161; ກະຕໍ້​ ແມ່ນ​ທີມ ພະ​ແນກ​ເສນາ; ເປ​ຕັງ​ຊາວ​ໜຸ່ມ ແມ່ນທີມ ພະ​ແນກ​ເສນາ; ເປ​ ຕັງ​ຍິງ ແມ່ນ​ທີມ ພະ​ແນກ​ບໍລິ ຫານ ແລະ ເປ​ຕັງ​ອາວຸດ​ໂສ ແມ່ນ​ ທີມ ກອງພັນ 615. ປະເພດ 2: ເຕະບານ ແມ່ນ​ກອງພັນ 625; ບານສົ່ງ​ຊາວ​ໜຸ່ມ ແມ່ນ​ກອງພັນ 612; ກະຕໍ້​ ແມ່ນ​ກອງພັນ 615; ເປ​ຕັງ​ຊາວ​ໜຸ່ມ ແມ່ນ​ກອງພັນ 615; ເປ​ຕັງ​ຍິງ ແມ່ນ​ກອງພັນ 615 ແລະ ເປ​ຕັງ​ອາວຸດ​ໂສ ແມ່ນ​ພະ​ແນກ​ພະ​ລາ ແລະ ປະເພດ 2 : ເຕະບານ ແມ່ນ​ກອງພັນ 161; ບານສົ່ງ​ຊາວ​ໜຸ່ມ ແມ່ນ​ພະ​ແນກ​ເສນາ; ກະຕໍ້​ ແມ່ນ​ກອງພັນ 161; ເປ​ຕັງ​ຊາວ​ໜຸ່ມ ແມ່ນ​ພະ​ແນກ​ເຕັກນິກ; ເປ​ຕັງ​ຍິງ ແມ່ນ​ພະ​ແນກ ​ເສນາ ແລະ ເປ​ຕັງ​ອາວຸດ​ໂສ ແມ່ນ​ພະ​ແນກ​ເຕັກນິກ. ໂດຍ: ແສງ​ເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ