ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງ​ຊຽງ​ຂວາງ ປະກາດ​ຮັບຮອງ​ເອົາ 57 ບ້ານ​ຂອງ​ເມືອງ​ແປກ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2022-09-30 08:46:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:



​ວັນ​ທີ 28 ກັນຍາ 2022 ນີ້, ຢູ່​ທີ່​ສະໂມສອນ ເມືອງ​ແປກ ແຂວງ​ຊຽງ​ຂວາງ ໄດ້​ຈັດ​ພິທີ​ປະກາດ 57 ບ້ານ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມ ແຂງ​ຄັ້ງ​ທີ 2 ຂອງ​ເມືອງ​ແປກ ແລະ ຄັ້ງ​ທີ 7 ຂອງ​ແຂວງ​ຊຽງ​ຂວາງ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຂັນ​ທອງ ວົງ​ອຳ​ຄາ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ ​ທະຫານ​ແຂວງ​ຊຽງ​ຂວາງ, ມີ​ສະ ຫາຍ ກົງ​ທະນູ ອຸ່ນ​ສະຫວັນ ກຳມະ ການ​ພັກ​ແຂວງ ເລຂາ​ພັກ​ເມືອງ ເຈົ້າເມືອງ ເມືອງໆ​ແປກ ປະທານ ​ປກຊ-​ປກສ ຂັ້ນ​ເມືອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ທະຫານ-ຕຳຫຼວດ​ເມືອງ, ພະແນກການ, ກົມ​ກອງ, ຄະນະ​ພັກ​ຮາກ​ຖານ​ກຸ່ມ, ນາຍບ້ານ 57 ບ້ານ ແຂກ​ຖືກ​ເຊີນ ແລະ ພາກ ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພິມ​ພອນ ດວງ​ບຸນ​ມີ ຫົວໜ້າ​ການເມືອງ​ກອງ​ບັນ ຊາ​ການ​ທະຫານ​ເມືອງ​ແປກ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໃນ 57 ບ້ານ​ຢູ່​ເມືອງ​ແປກ ເຊິ່ງ​ຜ່ານ​ມາຄະ​ນະ​ຮັບຜິດຊອບ​ການສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ປົກຄອງ​ບ້ານ ແລະ ໄດ້​ນຳ​ເອົາ​ແນວທາງ​ນະ ໂຍບາຍ, ມະຕິ​ຄຳ​ສັ່ງ​ຂອງ​ພັກ, ລະ ບຽບ​ກົດໝາຍ​ຂອງ​ລັດ ແລະ ນິຕິ​ກຳ​ຕ່າງໆ​ຂອງ​ຂັ້ນ​ເທິງ ໂດຍ​ສະເພາະ ​ແມ່ນ​ເອກະສານ​ຂອງ​ກະຊວງ​ປ້ອງ ​ກັນ​ປະເທດ ວ່າ​ດ້ວຍ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມ ແຂງ ມາ​ຈັດ​ຕັ້ງ​ເຜີຍແຜ່​ເຊື່ອມ​ຊຶມ ​ໃຫ້​ປະຊາຊົນ​ເຂົ້າໃຈ​ແຈ້ງ​ຕໍ່​ແນວ ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ​ຢ່າງ​ເຂັ້ມແຂງ, ເຮັດ​ໃຫ້​ປະຊາຊົນ​ແຕ່​ລະ​ບ້ານ​ມີ​ຄວາມ​ຕື່ນ​ຕົວ​ເປັນ​ເຈົ້າ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ ພ້ອມ​ກັນ​ເຮັດ​ໜ້າທີ່​ຕິດຕາມ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ ໃນ​ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ບ້ານ​ຢ່າງ​ເຂັ້ມ​ງວດ, ຕອບ​ຕ້ານ​ໄດ້​ທຸກ​ປະກົດ​ການ​ຫຍໍ້ທໍ້​ໃຫ້ທັນ​ເວລາ, ພ້ອມ​ດຽວ​ກັນ​ນັ້ນ ອຳນາດ​ການ​ປົກຄອງ ແລະ ປະຊາຊົນ​ແຕ່​ລະ​ບ້ານ​ຍັງ​ໄດ້​ເອົາໃຈໃສ່​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄອບຄົວ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ ດ້ວຍ​ການ​ຄ້າຂາຍ, ປູກຝັງ-ລ້ຽງສັດ ແລະ ອື່ນໆ ສາມາດ​ເຮັດ​ໃຫ້​ແຕ່​ລະ​ຄອບ ຄົວ​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ ແລະ ສາມາດ​ສ້າງ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້​ທັງ​ໝົດ 10.721 ຄອບຄົວ, ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 57 ບ້ານ ເປັນ​ຄັ້ງ​ທີ 2 ຂອງ​ເມືອງ ແລະ​ເປັນ​ຄັ້ງ​ທີ 7 ຂອງ​ແຂວງ​ຊຽງ​ຂວາງ, ໂອກາດ​ນີ້​ຍັງ​ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ວ່າ​ດ້ວຍ​ການ​ມອບ​ໃບຢັ້ງຢືນ ແລະ ຮັບຮອງ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ຈາກ​ນັ້ນ, ຄະນະ​ປະທານ​ກໍ​ຜັດປ່ຽນ​ກັນ​ຂຶ້ນ​ມອບ​ໃບຢັ້ງຢືນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໃຫ້​ອົງການ​ປົກຄອງ​ບ້ານ​ແຕ່​ລະ​ບ້ານ​ຢ່າງ​ສົມ​ກຽດ. ໂອກາດ​ດັ່ງກ່າວ ສະຫາຍ ພົນ​ຈັດຕະວາ ຂັນ​ທອງ ວົງ​ອຳ​ຄາ ຍັງ​ໄດ້​ ໃຫ້​ກຽດ​ເປີດ​ປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອ​ເປັນ​ສິລິ​ມຸງຄຸນ​ໃຫ້​ແກ່ 57 ບ້ານ​ດັ່ງກ່າວ​ຕື່ມ​ອີກ. ໂດຍ: ສົມ​ຮັກ ຈັນທະ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ