
ວິທະຍາຄານພະລາທິການກອງທັບ ໄຂສົກຮຽນໃໝ່ 2022-2023
ເວລາອອກຂ່າວ: 2022-09-30 08:52:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 20 | ຄວາມນິຍົມ:
ວິທະຍາຄານພະລາທິການ ກອງທັບ ໄດ້ຈັດພິທີໄຂສົກຮຽນໃໝ່ 2022-2023 ຂື້ນໃນວັນທີ 29 ກັນຍາ 2022 ນີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ມະຫາວິທະຍາໄລແຫ່ງຊາດ, ບັນດາວິທະຍາຄານກອງທັບ, ວິທະຍາຄານປ້ອງກັນຄວາມສະຫງົບ, ໂຮງຮຽນ, ຄະ ນະພັກ-ຄະນະອຳນວຍການ ພ້ອມດ້ວຍພະນັກງານຄູ-ອາຈານ, ນັກ
ສຶກສາ ແລະ ອຳນາດການປົກ ຄອງບ້ານອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ພັນເອກ ສອນທັນ ສຸວົງໄຊ ຮອງອຳນວຍການ ຫົວ ໜ້າຫ້ອງອົບຮົມວິທະຍາຄານພະລາທິການກອງທັບ ໄດ້ລາຍງານຕໍ່ພິທີເປິດຊຸດອົບຮົມກໍ່ສ້າງນາຍທະຫານພະລາທິການກອງ ທັບ ປະຈຳສົກຮຽນ 2022-2023 ມີນັກຮຽນ, ນັກສຶກສາທັງໝົດ 560 ສະຫາຍ, ໃນນີ້ ມີນັກຮຽນ-ນັກສຶກສາເກົ່າທີ່ເລື່ອນປີຮຽນ 277 ສະຫາຍ, ນັກຮຽນ-ນັກສຶກສາເຂົ້າໃໝ່ 283 ສະຫາຍ, ປະກອບມີ 5 ລະບົບຄື: ກໍ່ສ້າງປະລິນຍາໂທ ລະບົບ 2 ປີ, ກໍ່ສ້າງປະລິນຍາຕີຂັ້ນກອງພັນ, ກອງພົນ ລະບົບ 2 ປີ, ກໍ່ສ້າງປະລິນຍາຕີ ຂັ້ນກອງພັນນ້ອຍ ລະບົບ 4 ປີ, ກໍ່ສ້າງຊັ້ນກາງ ລະບົບ 2 ປີ ແລະ ກໍ່ສ້າງເລັ່ງລັດ ລະບົບ 1 ປີ ເຊິ່ງລວມມີ 8 ສາຂາ ແລະ 23 ຫ້ອງຮຽນ, ນັກຮຽນນັກສຶກສາເຫຼົ່ານີ້ ແມ່ນມາຈາກກຳລັງຫຼວງ, ກຳລັງທ້ອງຖີ່ນ ແລະ ກຳລັງປ້ອງກັນຄວາມສະຫງົບຈຳນວນໜຶ່ງ. ກ່ຽວກັບການຮຽນ-ການສອນບັນດາຄູ-ອາຈານ ແມ່ນຈະໄດ້ສົ່ງເສີມການຄົ້ນຄວ້າຮ່ຳຮຽນທາງດ້ານທິດສະດີ-ຫຼັກການໃຫ້ແທດເໝາະກັບຕົວຈິງ, ສົມທົບກັບການຄົ້ນຄວ້າໄຈ້ແຍກບັນດາ ການຂະຫຍາຍຕົວຂອງສະຖາ ນະການຢູ່ພາຍໃນ ແລະ ຕ່າງປະ
ເທດ, ການສຶກສາອົບຮົມແມ່ນຖືເອົານັກຮຽນ-ນັກສຶກສາເປັນໃຈກາງ ໃຫ້ເຂົາເຈົ້າໄດ້ຄົ້ນຄວ້າດ້ວຍຕົນເອງມີເວລາຄົ້ນຄວ້າແລກປ່ຽນບົດຮຽນດ້ວຍຫຼາຍ ຮູບແບບຫຼາຍວິທີການ, ສ່ວນການຂຶ້ນຫ້ອງສິດສອນຂອງຄູ-ອາຈານແມ່ນຕ້ອງຮູ້ໄຈ້ແຍກການ
ອະທິບາຍເນື້ອໃນ ແລະ ລົງທັດ ສະນະສຶກສາຕົວຈິງຢູ່ບັນດາຫົວ ໜ່ວຍກົມກອງໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງ, ມີຫົວ ຄິດປະດິດສ້າງໃນການສິດສອນ ເພີ່ມອັດຕາສ່ວນໃນການເຄື່ອນ ໄຫວຄົ້ນຄວ້າສົນທະນາແລກ ປ່ຽນຄຳຄິດຄຳເຫັນລະຫວ່າງນັກຮຽນ-ນັກສຶກສາກັບຄູ-ອາຈານໃຫ້ຫຼາຍຂຶ້ນ ເພື່ອແນໃສ່ສ້າງແຜນ
ການຮຽນ-ການສອນໃຫ້ມີຄຸນ ນະພາບສູງ, ປະຕິບັດແຜນການຮຽນ-ການສອນຕິດພັນກັບຂໍ້ມູນຂ່າວສານພາຍນອກ, ນຳໃຊ້ອຸປະກອນເຄື່ອງມືໃນການສິດສອນທີ່ມີຢູ່ໃນວິທະຍາຄານພະລາທິ ການກອງທັບໃຫ້ມີປະສິດທິຜົນສູງ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ