ສູນເລືອດແຫ່ງຊາດຈັດກິຈະກຳບໍລິຈາກເລືອດ
ເວລາອອກຂ່າວ: 2019-02-13 10:12:53 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1679 | ຄວາມນິຍົມ: ![]()
ໃນວັນທີ 12 ກຸມພາ 2019
ສູນເລືອດແຫ່ງຊາດ, ອົງການ ກາແດງລາວຮ່ວມກັບການຈັດ
ຕັ້ງທີ່ກ່ຽວຂ້ອງ ໄດ້ຈັດກິດຈະກໍາ ການບໍລິຈາກເລືອດແບບເປີດ ກວ້າງຢູ່ທີ່ສູນເລືອດແຫ່ງຊາດ ໂດຍພາຍໃຕ້ການນໍາພາຂອງ ທ່ານ ດຣ ຈັນທະລາ ສຸກສາ ຄອນ, ຫົວໜ້າສູນເລືອດແຫ່ງ ຊາດ,ມີບັນດາພະນັກງານສູນ ເລືອດແຫ່ງຊາດ ແລະ ຜູ້ບໍລິຈາກ ເລືອດເຂົ້າຮ່ວມຢ່າງຫຼວງຫຼາຍ.
ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ກ່າວວ່າ: ກິດຈະກໍານີ້ແມ່ນ
ເພື່ອແນໃສ່ແກ້ໄຂການຂາດແຄນ ເລືອດທີ່ມີຢູ່ໃນປັດຈຸບັນ ໂດຍພາຍ
ໃຕ້ຫົວຂໍ້ “ໃຫ້ຄວາມຮັກເຊິ່ງກັນ ແລະ ກັນດ້ວຍການບໍລິຈາກເລືອດ ຍິ່ງໃຫ້ຍິ່ງໄດ້ບຸນກຸສົນ”ການບໍລິ ຈາກໃນຄັ້ງນີ້ ພວກເຮົາໄດ້ຈັດ
ເປັນ 2 ມື້ ວັນທີ 12-13 ສ່ວນຫຼາຍແມ່ນພວກເຮົາເນັ້ນໜັກ ນ້ອງນັກຮຽນມັດທະຍົມຕອນ ປາຍ ທົ່ວນະຄອນຫຼວງວຽງຈັນ ຖັດລົງມາແມ່ນວິທະຍາໄລ-ມະ ຫາວິທະຍາໄລ ແລະ ພະນັກງານ ທະຫານ-ຕໍາຫຼວດ. ໃນປັດຈຸບັນ ການບໍລິການເລືອດແມ່ນຍັງບໍ່ ພຽງພໍກັບຄວາມຕ້ອງການ ຂອງຜູ້ເຈັບເປັນທີ່ຕ້ອງການ ເລືອດ, ຍ້ອນມີຫຼາຍສາເຫດຂອງ ພະຍາດ ເຊັ່ນ: ໄຂ້ເລືອດອອກ,
ພະຍາດຂາດເລືອດຊໍ້າເຮື້ອ,
ຜ່າຕັດ, ການເກີດອຸບັດຕິເຫດຕາມ ທ້ອງຖະໜົນ, ໄຂ່ຫຼັງຊຸດໂຊມຕ້ອງ ໄດ້ຟອກເລືອດ, ຕ້ອງການສົ່ງ ເລືອດ ແລະ ອື່ນໆ ເຊິ່ງໄລຍະ ຜ່ານມາສູນເລືອດແຫ່ງຊາດ ແລະ ການຈັດຕັ້ງຕ່າງໆກໍໄດ້ ພ້ອມກັນເອົາໃຈໃສ່ປຸກລະດົມ ເຊີນຊວນປະຊາຊົນທຸກຊັ້ນຄົນ ເຂົ້າຮ່ວມໃນການບໍລິຈາກຢ່າງ ເປັນປະຈໍາ ແຕ່ຈໍານວນເລືອດທີ່ ໄດ້ຮັບກໍຍັງບໍ່ທັນພຽງພໍຕາມ ຄວາມຕ້ອງການເທື່ອ, ດັ່ງນ້ັນ ຈຶ່ງຂໍເຊີນຊວນທຸກພາກສ່ວນ ຂອງສັງຄົມເຂົ້າຮ່ວມການບໍລິ ຈາກເລືອດເພື່ອເປັນການແບ່ງ ເບົາຄວາມເຈັບປວດຂອງຜູ້ ເຄາະຮ້າຍທີ່ຕ້ອງການເລືອດໃນ ຂອບເຂດທົ່ວປະເທດໃຫ້ທັນ ເວລາ, ທ່ານຮູ້ບໍ່ວ່າເລືອດຂອງ ທ່ານ ຖົງດຽວສາມາດຊ່ວຍເຫຼືອຄົນເຈັບໄດ້ຫຼາຍເຖິງ 3 ຄົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















