ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ​ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ຢ້ຽມຢາມ ສ ສິງກະໂປ ຢ່າງ​ເປັນ​ທາງ​ການ
ເວລາອອກຂ່າວ: 2022-09-30 08:55:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ:



ໂດຍ​ຕອບ​ສະໜອງ​ຕາມ​ຄຳ ​ເຊື້ອ​ເຊີນ​ຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະ​ລັດ ສິງກະໂປ, ທ່ານ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນທາງ ຢ້ຽມຢາມສາທາ ລະນະ​ລັດ ສິງກະໂປ ຢ່າງ​ເປັນ​ທາງ​ການ ໃນລະຫວ່າງວັນ​ທີ 27-28 ກັນຍາ 2022, ເພື່ອ​ຮັດ​ ແໜ້ນ ແລະ ເສີມ​ຂະຫຍາຍ​ສາຍ​ ພົວພັນ​ມິດຕະພາບ ອັນ​ເປັນ​ມູນ ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ ແລະ ການ​ຮ່ວມ​ມື​ທີ່​ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ​. ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການໄດ້​ມີ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 28 ກັນຍາ 2022 ທີ່ ທຳ​ນຽບ​ປະທານາທິບໍດີ Istana, ໂດຍ​ໃຫ້​ກຽດ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຈາກ ທ່ານ ນາຍົກລັດຖະມົນຕີ ລີ ຊຽນ ລຸງ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ. ໃນ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ນາຍົກ​ລັດ​ຖະ​ມົນ ລີ ຊຽນ ລຸງ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ທ່ານ​ນາຍົກລັດຖະມົນຕີ ພັນ​ຄຳ ວິພາ​ວັນ ທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ ​ສປປ ລາວ ຢ້ຽມຢາມ​ສິງກະໂປ ໃນ​ຄັ້ງ​ນີ້. ໃນ​ໂອກາດ​ດັ່ງກ່າວ, ທ່ານ ພັນ​ຄຳ ວິພາ​ວັນ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ ພ້ອມ​ທັງ ໄດ້​ສະແດງ​ຄວາມ​ຫວັງ​ວ່າ ການ​ຢ້ຽມຢາມ​ສິງກະໂປ​ເທື່ອ​ນີ້ ຈະ​ເປັນ​ຂີດ​ໝາຍ​ອັນ​ສຳຄັນ ໃນ​ການ​ເພີ່ມ​ທະວີ ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ອັນ​ດີງາມ ລະຫວ່າງ ສອງ​ປະເທດ ແລະ ທັງ​ເປັນ​ການ​ຢືນຢັນ​ຄືນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ລັດຖະບານ ແຫ່ງ ​ສປປ ລາວ ໃນ​ການ​ສົ່ງເສີມ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ດີ ລະຫວ່າງ ລາວ-ສິງກະໂປ ໃຫ້​ໄດ້​ຮັບ​ການ​ພັດ ທະ​ນາ​ຂື້ນ​ເທື່ອ​ລະ​ກ້າວ. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ ດີ ລະຫວ່າງ​ສອງ​ປະເທດ ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຂຶ້ນ​ເລື້ອຍໆ ໂດຍ​ສະເພາະ​ແມ່ນ​ການ ​ຮ່ວມ​ມື ສອງ​ຝ່າຍ​ທາງ​ດ້ານ​ການເມືອງ, ດ້ານ​ການ​ຄ້າ-ການ​ລົງ ທຶນ, ດ້ານ​ພະລັງງານ, ສິ່ງແວດ ລ້ອມ, ການ​ສຶກ​ສາ, ວັດທະນະ ທຳ, ການທ່ອງທ່ຽວ, ເຕັກ​ໂນ​ໂລ ​ຊີ, ຂໍ້​ມູນ​ຂ່າວສານ, ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ແລະ ດ້ານ​ອື່ນໆ. ພ້ອມ ກັນ​ນັ້ນ, ສອງ​ຝ່າຍ​ໄດ້​ສະແດງ​ຄວາມ​ຊົມເຊີຍ​ຕໍ່​ກະຊວງ​ອຸດສາ ຫະກຳ ແລະ ການ​ຄ້າ​ແຫ່ງ ສິງກະ ໂປ ແລະ ສະພາ​ການ​ຄ້າ ແລະ ອຸດ ສາຫະກຳ ແຫ່ງ​ຊາດ​ລາວ ທີ່​ຈະ​ໄດ້​ຈັດ ສຳ​ມະ​ນາ​ນັກທຸລະກິດ​ຂຶ້ນ​ໃນ​ໂອກາດ​ຢ້ຽມຢາມ​ຄັ້ງ​ນີ້ ເຊິ່ງ​ເປັນ​ການ​ເຜີຍແຜ່​ນະໂຍບາຍ​ດ້ານ​ການ​ລົງທຶນ ຂອງ​ສອງ​ປະເທດ, ການ​ນຳ​ສະເໜີ​ກາລະ​ໂອກາດ​ການ​ເຮັດ​ທຸລະ​ກິດ ແລະ ການ​ລົງທຶນ ຢູ່​ປະເທດ​ຂອງ​ກັນ ແລະ ກັນ ທັງ​ເປັນ​ການ​ສ້າງ​ໂອກາດ​ພົບ​ປະ​ແລກປ່ຽນ ລະຫວ່າງ​ເຈົ້າ​ໜ້າທີ່ ແລະ ນັກທຸລະກິດ​ຮ່ວມ​ກັນ ແນໃສ່​ຊຸກຍູ້​ການ​ຄ້າ ແລະ ການ​ລົງທຶນ ລະຫວ່າງ​ສອງ​ປະເທດ​ໃຫ້​ຂະຫຍາຍຕົວ ແລະ ມີ​ປະ​ສິດທິ​ຜົນ ດີ​ຍິ່ງໆ​ຂຶ້ນ. ໂຕ​ເລກ​ການ​ລົງທຶນ​ຂອງ​ສິງກະໂປ ຢູ່ ​ສປປ ລາວ ມີ​ມູນ​ຄ່າ 362 ລ້ານ​ໂດ​ລາ ລວມ​ມີ 83 ໂຄງການ ຊຶ່ງ​ຈັດ​ເປັນ​ອັນ​ດັບ​ທີ 10 ຂອງ​ການ​ລົງທຶນ​ຕ່າງປະເທດ ຢູ່ ​ສປປ ລາວ. ສຳລັບ ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ, ໃນ​ປີ 2021 ມີ 115,9 ລ້ານ​ໂດ​ລາ, ​ສປປ ລາວ ສົ່ງ​ອອກ ມີ​ມູນ​ຄ່າ​ປະມານ 90,9 ລ້ານ​ໂດ​ລາ ແລະ ນຳ​ເຂົ້າ​ປະມານ 52 ລ້ານ​ໂດ​ລາ. ນອກຈາກ​ນັ້ນ, ສອງ​ຝ່າຍ ຍັງ​ໄດ້​ປຶກສາ​ຫາລື ແລະ ແລກປ່ຽນ​ຄຳ​ຄິດ​ເຫັນ ກ່ຽວ​ກັບ​ສະພາບ​ການ​ພົ້ນ​ເດັ່ນ​ໃນ​ພາກ​ພື້ນ ແລະ ສາກົນ ທີ່​ມີ​ຄວາມ​ສົນໃຈ​ຮ່ວມ​ກັນ. ໃນ​ໂອກາດ​ດຽວນີ້, ທ່ານ ພັນ​ຄຳ ວິພາ​ວັນ ກໍ​ສະເໜີ​ຕໍ່ ທ່ານ ລີ ຊຽນ ລຸງ ເພື່ອ​ຊຸກຍູ້​ໃຫ້​ນັກ ລົງ ທຶນ​ສິງກະໂປ ເຂົ້າ​ມາ​ລົງທຶນ ຢູ່ ​ສປປ ລາວ ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ໃນ​ຂະແໜງການ​ທີ່​ສອງຝ່າຍ​ມີ​ທ່າແຮງເປັນຕົ້ນ​ແມ່ນ​ຂົງເຂດ​ບໍລິການ​ປິ່ນ​ອ້ອມ​ໂລ​ຈິ​​ສ​ຕິກ ກໍ​ຄື​ໃນ 9 ຂະແໜງການ​ທີ່ ​ສປປ ລາວ ໄດ້​ສົ່ງເສີມ ແລະ ໃຫ້​ນະໂຍບາຍ​ພິເສດ ຄື: ຂະແໜງການ​ຄົ້ນຄວ້າ​ວິໄຈ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີສູງ​ທີ່​ ທັນ​ສະໄໝ, ຂະແໜງ​ກະສິກຳ​ສະອາດ​ປອດ​ສານພິດ, ອຸດສາ ຫະກຳ​ປຸງ​ແຕ່ງ​ຜະລິດ​ຕະ​ພັນ​ກະ ​ສິກຳ, ການ​ພັດທະນາ​ອຸດສາຫະ ກຳ​ທ່ອງ​ທ່ຽວ, ການ​ສຶກ​ສາ, ສາ ທາລະນະ​ສຸກ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ທະນາຄານ​ນະໂຍບາຍ-ສະ​ຖາ​ບັນ​ການ​ເງິນ ແລະ ສູນ​ການ​ຄ້າ​ທີ່​ທັນ​ສະໄໝ. ພ້ອມ​ດຽວ ກັນ​ນັ້ນ, ທ່ານ ພັນ​ຄຳ ວິພາ​ວັນ ກໍ​ໄດ້​ສະແດງ​ຄວາມ ​ຂອບໃຈ​ຕໍ່​ລັດຖະບານ ແລະ ປະຊາຊົນສິງກະໂປ ທີ່​ໄດ້​ໃຫ້ການ​ຊ່ວຍເຫຼືອ ​ສປປ ລາວ ຕະຫຼອດມາ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ສົ່ງເສີມ ຂີດ​ຄວາມ​ສາມາດ​ໃຫ້​ແກ່​ພະນັກງານ​ລັດ, ດ້ານ​ການ​ພັດທະນາ​ຊັບພະຍາ ກອນ​ມະນຸດ, ການ​ສະໜອງທຶນ​ການ​ສຶກ​ສາ ແລະ ທຶນ​ເຝິກ​ອົບ​ຮົບ, ການ​ສົ່ງ​ອາສາ​ສະໝັກ​ມາ​ຊ່ວຍເຫຼືອ​ວຽກ​ຊຸມ​ຊົນ, ການ​ຊ່ວຍ ເຫຼືອໃນ​ໄລຍະ​ເກີດ​ໄພພິບັດ​ສັນ​ຄູ​ກັ້ນ​ນ້ຳ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ​ທີ່​ແຂວງ​ອັດ​ຕະ​ປື ລວມ​ທັງ​ການ​ຊ່ວຍ ເຫຼືອ​ໃນ​ການ​ສະກັດ​ກັ້ນ ແລະ ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ໃນ ​ສປປ ລາວ. ນອກຈາກ​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ຍັງ​ໄດ້​ແຈ້ງວ່າ ​ສປປ ລາວ ກຽມພ້ອມ​ທີ່​ຈະ​ຮ່ວມ​ມື​ກັບ​ສິງກະໂປ ແລະ ປະເທດ​ສະມາຊິກ​ອາ​ຊຽນ​ອື່ນໆ ເພື່ອ​ສືບຕໍ່​ຮັດ​ແໜ້ນ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ເຂັ້ມແຂງ ໂດຍ​ສະ ເພາະ​ການ​ເປັນ​ປະທານ​ອາ​ຊຽນ ໃນ​ປີ 2024 ຂອງ ​ສປປ ລາວ ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບ ໃຈ​ຕໍ່​ລັດຖະບານ​ສິງກະໂປ ທີ່​ໄດ້​ໃຫ້ການ​ຮ່ວມ​ມື ແລະ ຊ່ວຍເຫຼືອ ​ສປປ ລາວ ໃນ​ຂອບ​ວຽກ​ອາ​ຊຽນ. ໂດຍ​ສະເພາະ​ການ​ປະກາດ​ໃຫ້ການ​ຊ່ວຍເຫຼືອ​ແກ່​ການ​ເປັນ​ປະທານ​ອາ​ຊຽນຂອງ ​ສປປ ລາວ ໃນ​ປີ 2024. ພ້ອມ​ດຽວ​ກັນ​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ຍັງ​ໄດ້​ເຊື້ອ​ເຊີນ ທ່ານ ລີ ຊຽນ ລຸງ ເດີນທາງ​ຢ້ຽມຢາມ ​ສປປ ລາວ ໃນ​ໂອກາດ​ທີ່​ສະດວກ ເຊິ່ງ​ທ່ານ​ນາຍົກລັດຖະມົນຕີ​ສິງກະໂປ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ ​ເຊື້ອ​ເຊີນ​ດັ່ງກ່າວ ແລະ ຈະ​ເດີນທາງ​ມາຢ້ຽມຢາມ​ທາງ​ການ​ທີ່ ​ສປປ ລາວ ໃນ​ໂອກາດ​ທີ່​ສະດວກ. ພາຍຫຼັງ​ສຳເລັດ​ການ​ພົບ​ປະ ສອງ​ຝ່າຍ, ທັງ​ສອງ​ນາຍົກລັດ ຖະມົນຕີ ກໍ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ ພິຍານ​ການ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ 4 ສະບັບ ຄື: ບົດ ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ ການ​ຮ່ວມ​ມື ລະຫວ່າງ ກະຊວງ​ການ​ຕ່າງປະເທດ ແຫ່ງ ​ສປປ ລາວ ແລະ ກະຊວງ​ການ​ຕ່າງປະເທດ ແຫ່ງ ສ ສິງກະໂປ, ບົດ​ບັນທຶກ​ຄວາມ​ເຂົ້າໃຈ ວ່າ​ດ້ວຍ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ສິ່ງແວດ ລ້ອມ, ການ​ປ່ຽນແປງ​ດິນ​ຟ້າ​ອາກາດ ແລະ ການ​ບໍລິຫານ​ຈັດ​ສັນ​ຊັບພະຍາກອນ​ທາງນ້ຳ, ບົດ​ບັນທຶກ ຄວາມ​ເຂົ້າໃຈ ວ່າ​ດ້ວຍ ການ​ຮ່ວມ​ມື​ໃນ​ຂົງເຂດ​ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວສານ ແລະ ເຕັກ​ໂນ​ໂລ​ຊີ​ດີ ຈີ​ຕອນ ແລະ ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ວ່າ​ດ້ວຍ ການ​ຮ່ວມ​ມື​ດ້ານ​ພະລັງງານ. ໃນ​ໂອກາດ​ຢ້ຽມຢາມ​ສິງກະໂປ ຄັ້ງ​ນີ້, ທ່ານ ພັນ​ຄຳ ວິພາ​ວັນ ຍັງ​ໄດ້​ເປັນ​ກຽດ​ຂຶ້ນ​ກ່າວ ເປີດ​ກອງ​ປະຊຸມ​ພົບ​ປະ​ພາກ​ທຸລະ​ກິດ ລາວ-ສິງກະໂປ, ພ້ອມ​ທັງ​ໄດ້​ຢ້ຽມຢາມ​ໂຮງຮຽນ​ວິຊາ​ຊີບ​ນັນ ຢາງ​ໂພ​ລີ​ເທັກ​ນິກ (Nanyang Polytechic) ແລະ ຍັງ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ທ່ານ ທາ​ມັນ ຊັນ​ມູ​ກາ​ຣັດ​ນັນ (Tharman Shanmugaratnam) ລັດຖະມົນຕີ​ອາວຸໂສ ລັດຖະມົນຕີ​ປະສານ​ງານ​ດ້ານ​ນະໂຍບາຍ​ສັງຄົມ ແຫ່ງ ສ ສິງກະໂປ ອີກ​ດ້ວຍແລະ ນຳພາ​ຄະນະ ໄປ​ຢ້ຽມ​ຊົມ​ສວນ​ພຶກສາຊາດສິງກະໂປ (Na-tional Garden, Singapore Botanic Garden) ເພື່ອ​ຕັ້ງ​ຊື່​ດອກ​ໄມ້​ຕາມ​ປະເພນີ​ທີ່​ເຄີຍ​ປະຕິບັດ​ຂອງ​ຝ່າຍ​ສິງກະໂປ. ໂດຍ: ກົມ​ການ​ຂ່າວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ