
ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງຢູ່ກອງພົນທີ 5
ເວລາອອກຂ່າວ: 2022-10-03 09:01:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 5 | ຄວາມນິຍົມ:
ໃນວັນທີ 28 ກັນຍາ 2022 ນີ້, ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພົນທີ 5 ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພົນທີ 5 ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກອງ ພັນໃຫຍ່, ກອງພັນນ້ອຍ, ກອງເອກະລາດ, ໂຮງໜໍ, ສູນເຝິກກອງພົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໃນການລົງມາເຄື່ອນໄຫວພົບປະໂອ້ລົມຄັ້ງນີ້ ສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ກໍໄດ້ລາຍຫຍໍ້ກ່ຽວກັບ ສະພາບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊີ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານທີ່ ຄະນະພັກ-ຄະນະບັນຊາ ກອງພົນທີ 5 ໄດ້ພ້ອມກັນຈັດຕັ້ງປະຕິບັດ ດ້ວຍຄວາມຮັບຜິດຊອບສູງ ເຊິ່ງສະແດງອອກມີຫຼາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີສຳເລັດໂດຍຕິດພັນກັບການ ຈັດຕັ້ງຜັນຂະຫຍາຍສອງວາລະ ແຫ່ງຊາດຄື: ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດໄປພ້ອມໆກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ໂອກາດນີ້ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານ ທີ່ກອງພົນຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນສະພາບ ການຂອງໂລກ ແລະ ພາກພື້ນ ກໍຄື ຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່ສະຫາຍໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງພົນທີ 5 ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນ ນະບົດຮອບດ້ານຕິດພັນກັບການ ສ້າງບ້ານ ແລະ ກຸ່ມບ້ານພັດທະ ນາ, ເດັດດ່ຽວສະກັດກັ້ນທຸກກົນ ອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງ ໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມ ບໍ່ສະຫງົບ ເພື່ອເຮັດໃຫ້ສະພາບ ພາຍໃນຂອບເຂດທີ່ຕົນຮັບຜິດ ຊອບມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໄປພ້ອມກັນ ນີ້ກໍຕ້ອງເອົາໃຈໃສ່ປັບປຸງແບບ ແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ ສອດຄ່ອງ, ເປັນເຈົ້າການເຮັດ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ເຮັດໃຫ້ກຳລັງຫຼວງກາຍເປັນກຳລັງຫຼັກແຫຼ່ງຂອງກອງທັບ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງກອງທັບ ໃຫ້ມີໝາກຜົນດີກວ່າເກົ່າ, ເພື່ອນຳພາກົມກອງກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມທິດສ້າງກອງທັບ ມີແບບແຜນທັນສະໄໝເທື່ອລະກ້າວ.
ໂດຍ: ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ