ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງ​ຫົວໜ້າ​ກົມ​ໃຫ່​​ຍ​ເສນາ​ທິ​ການ​ກອງທັບ ພົບ​ປະ​ໂອ້​ລົມ ພະນັກງານ​ຫຼັກ​ແຫຼ່ງ​ຢູ່​ກອງ​ພົນ​ທີ 5
ເວລາອອກຂ່າວ: 2022-10-03 09:01:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 135 | ຄວາມນິຍົມ:



ໃນ​ວັນ​ທີ 28 ກັນຍາ 2022 ນີ້, ສະຫາຍ ພົນ​ຈັດຕະວາ ວັນ​ທອງ ບຸດ​ຕະ​ວົງ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ລົງ​ເຄື່ອນ​ໄຫວ​ພົບ​ປະ​ໂອ້​ລົມ​ພະນັກງານ​ຫຼັກ​ແຫຼ່ງ​ຢູ່​ກອງ​ພົນ​ທີ 5 ໂດຍ​ການ​ຕ້ອນຮັບ​ຂອງ​ສະຫາຍ ພັນ​ເອກ ຂັນ​ທີ ສະໜາມ​ອຸ່ນ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 5 ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ກອງ ພັນ​ໃຫຍ່, ກອງພັນ​ນ້ອຍ, ກອງ​ເອກະລາດ, ໂຮງ​ໜໍ, ສູນ​ເຝິກ​ກອງ​ພົນ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ໃນ​ການ​ລົງ​ມາ​ເຄື່ອນ​ໄຫວ​ພົບ​ປະ​ໂອ້​ລົມ​ຄັ້ງ​ນີ້ ສະຫາຍ ພັນ​ເອກ ຂັນ​ທີ ສະໜາມ​ອຸ່ນ ກໍໄດ້​ລາຍ​ຫຍໍ້​ກ່ຽວ​ກັບ ສະພາບ ການຈັດຕັ້ງ​ປະຕິບັດໜ້າທີ່​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ ເຊີ່ງ​ໄດ້​ຍົກ​ໃຫ້​ເຫັນ​ຫຼາຍ​ຂົງເຂດ​ວຽກ​ງານ​ທີ່ ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 5 ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເຊິ່ງ​ສະແດງ​ອອກ​ມີ​ຫຼາຍ​ໂຄງການ​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ ແລະ ມີ​ສຳເລັດໂດຍ​ຕິດ​ພັນ​ກັບ​ການ ຈັດຕັ້ງ​ຜັນ​ຂະຫຍາຍ​ສອງ​ວາລະ ​ແຫ່ງ​ຊາດ​ຄື: ວ່າ​ດ້ວຍ​ ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ ແລະ ການ​ສະ​ກັດ​​ກັ້ນ, ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດໄປ​ພ້ອມໆ​ກັບ​ການຈັດຕັ້ງ​ປະຕິບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ໂອກາດ​ນີ້ ພົນ​ຈັດຕະວາ ວັນ​ທອງ ບຸດ​ຕະ​ວົງ ກໍໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ຫຼາຍ​ດ້ານ ທີ່​ກອງ​ພົນ​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ ການ​ຂອງ​ໂລກ ແລະ ພາກ​ພື້ນ ກໍ​ຄື ຢູ່​ໃນ​ປະເທດ​ເຮົາ​ໃນ​ປັດຈຸບັນ, ໂດຍ​ອີງໃສ່​ສະພາບ​ການ​ດັ່ງກ່າວ ແລະ ອີງໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກອງທັບ​ໃນ​ໄລຍະ​ໃໝ່ສະຫາຍ​ໄດ້​ຮຽກຮ້ອງ​ໃຫ້​ຄະນະ ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ທົ່ວ​ກອງ​ພົນ​ທີ 5 ສືບຕໍ່​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ເປັນ​ຫຼັກ​ແຫຼ່ງ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ, ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ພັດທະນາ​ຊົນ ນະບົດ​ຮອບດ້ານ​ຕິດ​ພັນ​ກັບ​ການ ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ພັດທະ ນາ, ເດັດດ່ຽວ​ສະກັດ​ກັ້ນ​ທຸກ​ກົນ ອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ, ທັບ​ມ້າງ​ ໃຫ້​ໄດ້​ໜໍ່​ແໜງ​ທີ່​ກໍ່ໃຫ້ເກີດ​ຄວາມ ​ບໍ່​ສະຫງົບ ເພື່ອ​ເຮັດ​ໃຫ້​ສະພາບ ​ພາຍ​ໃນ​ຂອບ​ເຂດ​ທີ່​ຕົນ​ຮັບຜິດ ຊອບ​ມີ​ຄວາມ​ສະຫງົບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ໄປ​ພ້ອມ​ກັນ​ ນີ້​ກໍ​ຕ້ອງເອົາໃຈໃສ່​ປັບປຸງ​ແບບ ແຜນ​ວິທີ​ເຮັດ​ວຽກຂອງ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນໃຫ້​ ສອດຄ່ອງ, ເປັນ​ເຈົ້າ​ການ​ເຮັດ ​ວຽກ​ງານ​ສຶກ​ສາ​ອົບຮົມ​ການ ເມືອງ-ນຳພາ​ແນວ​ຄິດ ໃຫ້​ພະນັກງານ-ນັກຮົບມີ​ຄຸນ​ທາດ​ການ ເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ສືບຕໍ່​ປັບປຸງ​ກໍ່ສ້າງ​ກຳລັງ​ທຸກ​ເຫຼົ່າ​ຮົບ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ໜັກ​ແໜ້ນ ເຮັດ​ໃຫ້​ກຳລັງ​ຫຼວງ​ກາຍເປັນ​ກຳລັງ​ຫຼັກ​ແຫຼ່ງ​ຂອງ​ກອງທັບ, ສຸມ​ໃສ່​ສ້າງ​ພະລາທິການ​ກັບ​ທີ່​ເພື່ອ​ຮັບປະກັນ​ກຸ້ມ​ຕົນ​ເອງ, ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ສືບຕໍ່​ປະຕິບັດ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກອງທັບ ໃຫ້​ມີ​ໝາກຜົນ​ດີ​ກວ່າ​ເກົ່າ, ເພື່ອ​ນຳພາ​ກົມ​ກອງ​ກ້າວ​ຂຶ້ນ​ສ້າງ​ທ່ວງ​ທ່າ​ໃໝ່​ຢ່າງ​ໜັກ​ແໜ້ນ, ສ້າງ ແລະ ປັບປຸງ​ກົມ​ກອງ​ໄປ​ຕາມ​ທິດ​ສ້າງ​ກອງທັບ ມີ​ແບບແຜນ​ທັນ​ສະໄໝ​ເທື່ອ​ລະ​ກ້າວ. ໂດຍ: ແສງ​ອາທິດ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ