ກົມສູ້ຮົບກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານປະຈຳປີ 2018
ເວລາອອກຂ່າວ: 2019-02-13 10:22:26 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 2141 | ຄວາມນິຍົມ: ![]()
ໃນວັນທີ 8 ກຸມພາ 2019 ນີ້, ກົມສູ້ຮົບກົມໃຫ່ຍເສນາທິ ການກອງທັບໄດ້ຈັດກອງປະ ຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2018 ແລະ ວາງທິດ ທາງແຜນການປະຈຳປີ 2019 ຂຶ້ນຢູ່ຫ້ອງປະຊຸມຂອງຕົນ. ໂດຍ ການເຂົ້າຮ່ວມເປັນປະທານຂອງທ່ານພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍ ຊ້າ ຮອງຫົວໜ້າກົມໃຫ່ຍເສນາ ທິການກອງທັບ ມີທ່ານພົນຈັດຕະ ວາ ສອນທອງ ແກ້ວລໍຄໍາ ເລຂາ ໜ່ວຍພັກ, ຫົວໜ້າກົມສູ້ຮົບ, ບັນ ດາຫົວໜ້າພະແນກ, ຮອງພະ ແນກ ແລະ ພະນັກງານ-ນັກຮົບ ພາຍໃນກົມເຂົ້າຮ່ວມ.
ພັນໂທ ວັນນາ ທຸມມະວົງສີ ຫົວໜ້າພະແນກຄົ້ນຄ້ວາ-ສັງ ລວມກົມສູ້ຮົບໄດ້ສະຫຼຸບຄືນການເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການປະຈຳ ປີ 2019 ວ່າ: ໃນໄລຍະຊຸມປີ ຜ່ານມາຄະນະພັກ-ຄະນະນຳກົມ ສູ້ຮົບກົມໃຫ່ຍເສນາທິການກອງ ທັບໄດ້ຖືສຳຄັນຕໍ່ວຽກງານສຶກ ສາອົບຮົມການເມືອງ-ນຳພາ ແນວຄິດໃຫັສະມາຊິກພັກ, ພະ ນັກງານ-ນັກຮົບມີຄວາມຮັບຮູ້, ເຊື່ອມຊຶມຕໍ່ມະຕິແນວທາງແຜນ ນະໂຍບາຍຂອງພັກ, ລະບຽບ ວິໄນຂອງກອງທັບ, ມະຕິ-ຄຳ ສັ່ງຂອງຂັ້ນເທິງ ແລະ ໜ້າທີ່ ຂອງກົມກອງເປັນປົກກະຕິ, ຈັດ ຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫ່ຍຄັ້ງທີ X ຂອງພັກ, ມະ ຕິກອງປະຊຸມໃຫ່ຍຄັ້ງທີ 4 ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດໂດຍສະເພາະແມ່ນ, 4 ໜ້າທີ່ໃຫ່ຍ 26 ແຜນງານເຂົ້າ ໃນຊີວິດຕົວຈິງກົມກອງ. ເຮັດ ໃຫ້ພະນັກງານ-ນັກຮົບພາຍໃນ ກົມສູ້ຮົບມີຄວາມອຸ່ນອຽນທຸ່ນ ທ່ຽງມີແນວຄິດຫຼັກໜັ້ນຊົນຊັ້ນ ສູງ, ເຊື້ອໜັ້ນຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ, ມີຄວາມຈົ່ງ ຮັກພັກດີ, ຕໍ່ອຸດົມການສັງຄົມນິ ຍົມຂອງພັກຢ່າງໜັກແໜ້ນ, ສະແດງອອກໃນການປະຕິບັດ ໜ້າທີ່ວຽກງານທີ່ການຈັດຕັ້ງ ຂັ້ນເທິງມອບໜາຍໃຫ້ສໍາເລັດ ຜົນເປັນຢ່າງດີ. ເປັນເຈົ້າການ ຊີ້ນໍາບັນດາກົມກອງ-ທ້ອງຖິ່ນ ເຮັດວຽກງນວິຊາສະເພາະຂອງ ຕົນໄດ້ຮັບຜົນສໍາເລັດໂດຍພື້ນ ຖານ, ມີຄວາມສາມັກຄີເປັນເອກະ ພາບຢູ່ພາຍໃນ ແລະ ພາຍນອກ ຢ່າງມີຄວາມແໜ້ນແຟ້ນກັບບັນ ດາກົມກອງທ້ອງຖິ່ນ, ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໜູ່ຄະນະແບ່ງໃຫ້ ບຸກຄົນຮັບຜິດຊອບ ແລະ ມີການ ສະຫຼຸບຖອດຖອນບົດຮຽນ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງເປັນປົກ ກະຕິ. ອັນຜົນເດັ່ນແມ່ນສໍາເລັດ ການດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກ ແລະ ຮັບ ເອົາມະຫາຊົນກ້າວໜ້າເຂົ້າເປັນ ສະມາຊິກພັກໄດ້ 1 ສະຫາຍ ແລະ ຈັດສົ່ງພະນັກງານໄປຍົກລະດັບ ແລະ ສືກສາຕໍ່ທັງພາຍໃນ ແລະ ຕ່າງປະເທດຈໍານວນ 4 ສະຫາຍ,
ຊຸກຍູ້ອົງການຈັດຕັ້ງມະຫາຊົນ ຢູ່ພາຍໃນກົມໄດ້ເຄື່ອນ ໄຫວຕາມ
ສິດໜ້າທີ່ພາລະບົດບາດຂອງຕົນ
ໄດ້ສໍາເລັດເປັນແຕ່ລະໄລຍະ ພ້ອມດຽວກັນນີ້ກົມກອງຍັງ ໄດ້ຖືສໍາຄັນຕໍ່ວຽກງານແກ້ໄຂ ຊີວິດການເປັນຢູ່ຕາມທ່າແຮງ ບົ່ມຊ້ອນຂອງກົມກອງປັດຈຸ ບັນພາຍໃນກົມກອງໄດ້ລ້ຽງງົວ 42 ໂຕ, ມີເງິນຈໍານວນ 400 ລ້ານກີບ.
ຈາກຜົນງານການເຄື່ອນໄຫວ ເຮັດວຽກງານວິຊາສະເພາະກໍຄື ໜ້າທີ່ການເມືອງຂອງກົມກອງ ໃນໄລຍະຊຸມປີຜ່ານມາກົມກອງ ຈຶ່ງໄດ້ຮັບຫຼຽນໄຊ ແລະ ໃບ ຍ້ອງຍໍຈາກພັກ-ລັດຄື: ໄດ້ຮັບ ຫຼຽນໄຊອິດສະຫຼະຊັ້ນ II ປະ ເພດລວມໜູ່ 1 ໜ່ວຍແລະ ບຸກຄົນ 3 ສະຫາຍ, ຫຼຽນ ໄຊອິດສະຫຼະຊັ້ນ III 5 ສະຫາຍ, ຫຼຽນໄຊແຮງງານຊັ້ນ II 11 ສະ ຫາຍ, ຫຼຽນໄຊແຮງງານຊັ້ນ III 9 ສະຫາຍ, ຫຼຽນກາແຮງ ງານຈໍານວນ 3 ສະຫາຍ, ຫຼຽນ ໄຊພິລະອາດຫານຊັ້ນ II 4 ສະ ຫາຍ, ຫຼຽນໄຊພິລະອາດຫານຊັ້ນ III 9 ສະຫາຍ ແລະ ໄດ້ຮັບຫຼຽນ ກາລະນຶກ 70 ປີ ໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຈໍານວນ 37 ສະຫາຍ, ໃນກອງ ປະຊຸມບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມຍັງໄດ້ພ້ອມກັນຂຶ້ນ ປະກອບຄໍາຄິດຄໍາເຫັນໃສ່່ບົດ ສະຫຼຸບ ແລະ ທິດທາງແຜນການ ໃນຕໍ່ໜ້າຕື່ມອີກ.
ໂດຍ: ແສງສຸລີ ພົມມະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















