ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະນາຄານ​ການ​ຄ້າ​ຕ່າງປະເທດ​ລາວ ມະຫາຊົນ ມອບ​ເຄື່ອງ​ກິລາ​ໃຫ້​ພະແນກການ​ເມືອງ​ ກອງພັນ​ໃຫຍ່ 605
ເວລາອອກຂ່າວ: 2022-10-03 09:33:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ໃນ​ວັນ​ທີ 20 ກັນຍາ 2022 ນີ້, ທ່ານ ຜາຍ ໄຊ​ຍະ​ລາດ ຮອງ ​ຫົວໜ້າ​ພະ​ແນກ​ຈັດ​ຕັ້ງພະນັກ ງານ ທະນາຄານ​ການ​ຄ້າ​ຕ່າງ ປະເທດ​ລາວ ມະຫາຊົນ ພ້ອມ​ດ້ວຍ​ຄະນະ​ ໄດ້​ນຳເຄື່ອງ​ກິລາ ຈຳ ນວນ 50 ຊຸດ ລວມ​ມູນ​ຄ່າ 2 ລ້ານ​ກວ່າ​ກີບ ມາ​ມອບໃຫ້​ພະ ແນກການ​ເມືອງ​ ກອງພັນ​ໃຫຍ່ 605, ກ່າວ​ຮັບ​ໂດຍ ສະຫາຍ ພັນ ​ໂທ ໄມ​ສີ ມາ​ວັນ​ດີ ຫົວໜ້າ​ພະ ແນກການ​ເມືອງ ກອງພັນ​ໃຫຍ່ 605 ພ້ອມ​ດ້ວຍ​ຄະນະ. ສະຫາຍ ຫົວໜ້າ​ພະແນກ ການ​ເມືອງ ໄດ້​ຕາງໜ້າ​ຄະນະ​ ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ ​ກ່າວ​ສະແດງ​ຄວາມ​ຂອບ ໃຈ​ຕໍ່​ທ່ານ​ຮອງ​ຫົວໜ້າ​ພະ​ແນກ​ ຈັດ​ຕັ້ງ​ພະນັກງານ​ ທະນາຄານ​ ການ​ຄ້າ​ຕ່າງປະເທດ​ລາວ​ມະຫາ ຊົນ​ພ້ອມ​ຄະນະ ​ທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃນ​ຄັ້ງ​ນີ້​ ເປັນ​ການ​ກະຕຸກ​ຊຸກຍູ້ ແລະ ສົ່ງເສີມ​ຂະ​ບວນ​ການ​ກິລາ​ພາຍ​ໃນ​ກົມ ກອງໃຫ້​ມີ​ບັນຍາກາດຟົດຟື້ນ. ພ້ອມ​ທັງ, ອວຍພອນໃຫ້​ຄະນະ​ດັ່ງກ່າວ​ມີ​ສຸຂະ ພາບ​ແຂງແຮງ​ສືບຕໍ່​ດຳເນີນ​ທຸລະ​ກິດ​​ໃຫ້​ຈະ ເລີນ​ງອກ​ງາມ​ມີ​ຜົນສຳເລັດ​ຂຶ້ນ​​ເລື້ອຍໆ. ໂດຍ: ໜູ​ແດງ ລາດ​ສະ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ