ກົມໃຫຍ່ເຕັກນິກກອງທັບຈັດການແຂ່ງຂັນກິລາມວນຊົນຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກກົມໃຫຍ່
ເວລາອອກຂ່າວ: 2019-02-13 10:26:06 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 1868 | ຄວາມນິຍົມ: ![]()
ໃນວັນທີ 7 ກຸມພາ 2019 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດການແຂ່ງຂັນກີລາມວນ ຊົນເພື່ອຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະ ພັກກົມໃຫຍ່ເຕັກນິກກອງທັບ, ໂດຍການ ເປັນປະທານຂອງທ່ານ ພົນຕີ ກີລາກອນ ບຸນນະຜົນ ກຳມະ ການຄະນະພັກກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ເຕັກ ນິກກອງທັບ, ມີພະນັກງານ-ນັກ ຮົບຕະຫຼອດຮອດນັກກີລາຈາກ ກົມກອງອ້ອມຂ້າງເຂົ້າຮ່ວມ.
ການເປີດຂະບວນການແຂ່ງ ຂັນກີລາມວນຊົນໃນຄັ້ງນີ້, ນອກ ຈາກໄດ້ສ້າງບັນຍາກາດເບີກບານ ມ່ວນຊື່ນເພື່ອຊຸກຍູ້ຂະບວນການ ແຂ່ງຂັນສ້າງຜົນງານຮອບດ້ານ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກົມໃຫຍ່ເຕັກ ນິກກອງທັບແລ້ວ, ຍັງເປັນການ ສ້າງຄວາມສາມັກຄີລະຫວ່າງ ກົມກອງ, ລະຫວ່າງພະນັກງານ- ນັກຮົບໃນທົ່ວກົມໃຫຍ່ເຕັກນິກ ອີກດ້ວຍ. ກີລາທີ່ນຳມາແຂ່ງຂັນ ມີ 2 ປະເພດຄື: ບານສົ່ງຍິງ-ຊາຍ, ເຕະບານຍິງ, ມີ 5 ກົມ ກອງເຂົ້າຮ່ວມການແຂ່ງຂັນແມ່ນ ໃຊ້ເວລາໜຶ່ງວັນ ແລະ ຜ່ານ ການແຂ່ງຂັນສາມາດສະຫຼຸບໄດ້ ຄືດັ່ງນີ້: ລາງວັນທີ 1 ປະເພດ ບານສົ່ງຊາຍແມ່ນທິມອົງການ ກົມໃຫຍ່ ແລະ ບານສົ່ງຍິງແມ່ນ ທິມໂຮງງານມິດຕະພາບລາວ- ຫວຽດນາມ, ເຕະບານຍິງລາງ ວັນທີ 1 ແມ່ນທິມອົງການກົມ ໃຫຍ່ສາມາດເອົາຊະນະທິມໂຮງ ງານມິຕະພາບລາວ-ຫວຽດນາມ 1 ປະຕູຕໍ່ 0.
ການແຂ່ງຂັນກີລາໃນຄັ້ງນີ້ ຍັງເປັນການເສີມສ້າງສຸຂະພາບ ກຳລັງກາຍໃຫ້ແຂງແຮງທັງເປັນ ການຮັດແຫນ້ນຄວາມສາມັກ ຄີລະຫວ່າງກົມກອງດ້ວຍກັນ ເປັນການກໍ່ສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດກໍຄືຂອງກອງທັບ ແລະ ທັງແມ່ນການຈັດຕັ້ງປະຕິບັດ ຕາມທິດຊີ້ນຳຂອງຂັ້ນເທິງ ແລະ ຖືເອົາໂອກາດນີ້ເປັນການແລກ ປ່ຽນບົດຮຽນໃນດ້ານວຽກ ງານກີລາ ແລະ ທັງເປັນການ ຜູກແໜ້ນຄວາມສາມັກຄີລະ ຫວ່າງນັກກີລາກົມກອງອ້ອມ ຂ້າງກົມໃຫຍ່ເຕັກນິກກອງທັບ, ສ້າງຄວາມເບີກບານມ່ວນຊື່ນ ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກ ແລະ ວັນ ສ້າງຕັ້ງກົມໃຫຍ່ເຕັກນິກກອງ ທັບ ຄົບຮອບ 5 ປີ ທີ່ຈະມາເຖິງ ນີ້ດ້ວຍບັນຍາກາດຟົດຟື້ນມ່ວນ ຊື່ນ. ໂດຍ: ຄຳສອນ ພົມໄຊຍາ
ເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານຮອບດ້ານປະຈຳປີ 2018 ແລະ ທິດທາງແຜນການປະຈຳ ປີ 2019 ວ່າ: ໃນໄລຍະຊຸມປີ ຜ່ານມາຄະນະພັກ-ຄະນະນຳກົມ ສູ້ຮົບກົມໃຫ່ຍເສນາທິການກອງ ທັບໄດ້ຖືສຳຄັນຕໍ່ວຽກງານສຶກ ສາອົບຮົມການເມືອງ-ນຳພາ ແນວຄິດໃຫັສະມາຊິກພັກ, ພະ ນັກງານ-ນັກຮົບມີຄວາມຮັບຮູ້, ເຊື່ອມຊຶມຕໍ່ມະຕິແນວທາງແຜນ ນະໂຍບາຍຂອງພັກ, ລະບຽບ ວິໄນຂອງກອງທັບ, ມະຕິ-ຄຳ ສັ່ງຂອງຂັ້ນເທິງ ແລະ ໜ້າທີ່ ຂອງກົມກອງເປັນປົກກະຕິ, ຈັດ ຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫ່ຍຄັ້ງທີ X ຂອງພັກ, ມະ ຕິກອງປະຊຸມໃຫ່ຍຄັ້ງທີ 4 ຂອງ ອົງຄະນະພັກກະຊວງປ້ອງກັນ ປະເທດໂດຍສະເພາະແມ່ນ, 4 ໜ້າທີ່ໃຫ່ຍ 26 ແຜນງານເຂົ້າ ໃນຊີວິດຕົວຈິງກົມກອງ. ເຮັດ ໃຫ້ພະນັກງານ-ນັກຮົບພາຍໃນ ກົມສູ້ຮົບມີຄວາມອຸ່ນອຽນທຸ່ນ ທ່ຽງມີແນວຄິດຫຼັກໜັ້ນຊົນຊັ້ນ ສູງ, ເຊື້ອໜັ້ນຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ, ມີຄວາມຈົ່ງ ຮັກພັກດີ, ຕໍ່ອຸດົມການສັງຄົມນິ ຍົມຂອງພັກຢ່າງໜັກແໜ້ນ, ສະແດງອອກໃນການປະຕິບັດ ໜ້າທີ່ວຽກງານທີ່ການຈັດຕັ້ງ ຂັ້ນເທິງມອບໜາຍໃຫ້ສໍາເລັດ ຜົນເປັນຢ່າງດີ. ເປັນເຈົ້າການ ຊີ້ນໍາບັນດາກົມກອງ-ທ້ອງຖິ່ນ ເຮັດວຽກງນວິຊາສະເພາະຂອງ ຕົນໄດ້ຮັບຜົນສໍາເລັດໂດຍພື້ນ ຖານ, ມີຄວາມສາມັກຄີເປັນເອກະ ພາບຢູ່ພາຍໃນ ແລະ ພາຍນອກ ຢ່າງມີຄວາມແໜ້ນແຟ້ນກັບບັນ ດາກົມກອງທ້ອງຖິ່ນ, ປະຕິບັດ ຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໜູ່ຄະນະແບ່ງໃຫ້ ບຸກຄົນຮັບຜິດຊອບ ແລະ ມີການ ສະຫຼຸບຖອດຖອນບົດຮຽນ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງເປັນປົກ ກະຕິ. ອັນຜົນເດັ່ນແມ່ນສໍາເລັດ ການດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ X ຂອງໜ່ວຍພັກ ແລະ ຮັບ ເອົາມະຫາຊົນກ້າວໜ້າເຂົ້າເປັນ ສະມາຊິກພັກໄດ້ 1 ສະຫາຍ ແລະ ຈັດສົ່ງພະນັກງານໄປຍົກລະດັບ ແລະ ສືກສາຕໍ່ທັງພາຍໃນ ແລະ ຕ່າງປະເທດຈໍານວນ 4 ສະຫາຍ,
ຊຸກຍູ້ອົງການຈັດຕັ້ງມະຫາຊົນ ຢູ່ພາຍໃນກົມໄດ້ເຄື່ອນ ໄຫວຕາມ
ສິດໜ້າທີ່ພາລະບົດບາດຂອງຕົນ
ໄດ້ສໍາເລັດເປັນແຕ່ລະໄລຍະ ພ້ອມດຽວກັນນີ້ກົມກອງຍັງ ໄດ້ຖືສໍາຄັນຕໍ່ວຽກງານແກ້ໄຂ ຊີວິດການເປັນຢູ່ຕາມທ່າແຮງ ບົ່ມຊ້ອນຂອງກົມກອງປັດຈຸ ບັນພາຍໃນກົມກອງໄດ້ລ້ຽງງົວ 42 ໂຕ, ມີເງິນຈໍານວນ 400 ລ້ານກີບ.
ຈາກຜົນງານການເຄື່ອນໄຫວ ເຮັດວຽກງານວິຊາສະເພາະກໍຄື ໜ້າທີ່ການເມືອງຂອງກົມກອງ ໃນໄລຍະຊຸມປີຜ່ານມາກົມກອງ ຈຶ່ງໄດ້ຮັບຫຼຽນໄຊ ແລະ ໃບ ຍ້ອງຍໍຈາກພັກ-ລັດຄື: ໄດ້ຮັບ ຫຼຽນໄຊອິດສະຫຼະຊັ້ນ II ປະ ເພດລວມໜູ່ 1 ໜ່ວຍແລະ ບຸກຄົນ 3 ສະຫາຍ, ຫຼຽນ ໄຊອິດສະຫຼະຊັ້ນ III 5 ສະຫາຍ, ຫຼຽນໄຊແຮງງານຊັ້ນ II 11 ສະ ຫາຍ, ຫຼຽນໄຊແຮງງານຊັ້ນ III 9 ສະຫາຍ, ຫຼຽນກາແຮງ ງານຈໍານວນ 3 ສະຫາຍ, ຫຼຽນ ໄຊພິລະອາດຫານຊັ້ນ II 4 ສະ ຫາຍ, ຫຼຽນໄຊພິລະອາດຫານຊັ້ນ III 9 ສະຫາຍ ແລະ ໄດ້ຮັບຫຼຽນ ກາລະນຶກ 70 ປີ ໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວ ຈໍານວນ 37 ສະຫາຍ, ໃນກອງ ປະຊຸມບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມຍັງໄດ້ພ້ອມກັນຂຶ້ນ ປະກອບຄໍາຄິດຄໍາເຫັນໃສ່່ບົດ ສະຫຼຸບ ແລະ ທິດທາງແຜນການ ໃນຕໍ່ໜ້າຕື່ມອີກ.
ໂດຍ: ແສງສຸລີ ພົມມະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















