ມອບເງິນອຸດໜູນໃຫ້ພະນັກງານບຳນານ ຢູ່ກອງພັນຂົນສົ່ງ 401 ກອງທັບ
ເວລາອອກຂ່າວ: 2022-10-04 08:23:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:
ໃນວັນທີ 30 ກັນຍາ 2022 ນີ້, ກອງພັນຂົນສົ່ງ 401 ກອງ ທັບ ໄດ້ຈັດພິທີມອບ-ຮັບເງິນອຸດໜູນໃຫ້ນາຍທະຫານຜູ້ທີ່ໄດ້ຮັບນະໂຍບາຍພັກການເຂົ້າຮັບເບ້ຍບຳນານ, ເປັນກຽດເຂົ້າຮ່ວມ ເປັນປະທານໂດຍ ສະຫາຍ ພົນ ຈັດຕະວາ ບຸນຍົງ ວົງພົມ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ຄຳແສງ ຈະເລີນຜົນ ຫົວໜ້າການ ເມືອງກອງພັນຂົນສົ່ງ 401 ກອງທັບ, ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າ ດ້ວຍການອະນຸມັດໃຫ້ນາຍທະ ຫານພັກການເຂົ້າຮັບເບ້ຍບຳ ນານຈຳນວນ 5 ສະຫາຍ, ອີງຕາມກົດໝາຍນາຍທະຫານກອງ ທັບປະຊາຊົນລາວ (ສະບັບປັບ ປຸງ) ເລກທີ 43/ສພຊ, ລົງວັນທີ 14/6/2018, ໝວດ 1 ມາດຕາ 33 ແລະ 34, ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 3071/ກປທ, ລົງວັນທີ 16/8/2017 ວ່າດ້ວຍການປະຕິບັດນະໂຍບາຍໃຫ້ນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວ, ອີງຕາມກົດໝາຍວ່າດ້ວຍບປະກັນສັງຄົມ (ສະບັບປັບປຸງ) ເລກທີ 54/ສພຊ, ລົງວັນທີ 27/6/2018, ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະ ເທດ ຕົກລົງ, ເຫັນດີໃຫ້ ພັນຕີ ຄຳຈັນ ອາລຸນສີ, ພັນຕີ ແສງສຸລີ ພິຍະພອນ, ພັນຕີ ນາງ ຄຳໝັ້ນ ສາຍຊີວິດ, ຮ້ອຍເອກ ສົມໃຈ ສາຍຊີວິດ ແລະ ຮ້ອຍເອກ ພັນສີ ອຸ່ນຫຼ້າ ພັກການຮັບເງິນອຸດໜູນບຳນານນັບແຕ່ງວດ 2 ສົກປີ 2022 ເປັນຕົ້ນໄປ, ຈຳນວນ 5 ສະຫາຍ ລວມເງິນທັງໝົດ 79.403.000 ກີບ.
ໃນໂອກາດດັ່ງກ່າວ, ສະຫາຍພົນຈັດຕະວາ ບຸນຍົງ ວົງພົມ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນດາສະຫາຍໄດ້ເອົາໃຈໃສ່ປະ ຕິບັດຕໍ່ໜ້າທີ່ວິຊາສະເພາະ ແລະ ການປະກອບສ່ວນອັນສຳຄັນທາງດ້ານເຫື່ອແຮງ, ສຸມທຸກສະ ຕິປັນຍາຂອງຕົນເອງເຂົ້າໃນວຽກງານຂະບວນການຕ່າງໆ ຂອງກົມກອງ ກໍຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດຈົບງາມຕະຫຼອດມາ, ບັນດາສະຫາຍຜູ້ທີ່ໄດ້ຮັບນະໂຍ ບາຍຈາກຂັ້ນເທິງໃນຄັ້ງນີ້, ໃຫ້ເຂົ້າໃຈວ່າມັນແມ່ນກຽດສັກສີອັນ
ສູງສົ່ງ ແລະ ເປັນການປະຕິບັດຂໍ້
ກຳນົດ, ກົດລະບຽບຂອງກອງ ທັບປະຊາຊົນລາວວາງອອກ ເມື່ອຮອດອາຍຸກະສຽນບຳນານ, ທຸກຄົນກໍ່ຕ້ອງໄດ້ປະຕິບັດຕາມລະບຽບກົດໝາຍທີ່ວາງໄວ້, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງທຸກສະຫາຍຜູ້ທີ່ໄດ້ຮັບນະໂຍບາຍໃນຄັ້ງນີ້ ຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ແລະ ນຳເອົາວຽກງານດັ່ງກ່າວໄປຈັດຕັ້ງປະຕິບັດສຶກສາອົບຮົມບົ່ມສອນໃຫ້ລູກຫຼານ, ທຸກຄົນຢູ່ພາຍໃນຄອບຄົວຂອງຕົນ, ຍາດຕິພີ່ນ້ອງ ແລະ ປະຊາຊົນອ້ອມຂ້າງ, ບ້ານໃກ້ເຮືອນຄຽງ ເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈຢ່າງເລິກເຊີ່ງຕໍ່ການນຳພາຂອງພັກ ແລະ ຂອງກອງທັບປະຊາຊົນລາວ, ເຊິ່ງຍາມໃດປະຊາຊົນກັບກອງທັບປຽບເໝືອນດັ່ງປາກັບນ້ຳທີ່ບໍ່ມີວັນຕັດອອກຈາກກັນໄດ້, ປະສານສົມທົບວຽກງານກັບບັນດາອຳນາດການປົກຄອງບ້ານຂັ້ນຕົນດຳລົງຊີວິດຢູ່ຢ່າງເປັນປະຈຳ ແລະ ດຳລົງຊີວິດດ້ວຍຄວາມປອດໃສ, ຂາວສະອາດ, ຕ້ານໄດ້ທຸກປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂື້ນຢູ່ໃນຄອບຄົວຂອງຕົນ ກໍ່ຄືຢູ່ໃນສັງຄົມລາວເຮົາພ້ອມກັນຍົກສູງນ້ຳໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ