ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ II ວຽງ​ໄຊ ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ ແລະ ອຸດ​ໜູນ​ບຳ​ເນັດ
ເວລາອອກຂ່າວ: 2022-10-04 09:06:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ວັນ​ທີ 23 ກັນຍາ 2022, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ໄດ້​ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ ແລະ ເງິນ​ອຸດ​ໜູນ​ບຳ​ເນັດ, ໂດຍ​ການ​ເປັນປະທານຂອງ ສະຫາຍ ພັນ​ເອກ ແສງ​ເດືອນ ອິນ​ທິ​ສອນ ຫົວໜ້າ​ຫ້ອງ​ການເມືອງ​ໂຮງຮຽນ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ, ບັນດາ​ພະແນກການ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ຄຳ​ແດງ ສອນ​ນະ​ວົງ ຫົວໜ້າ​ພະ​ແນກ​ປະກັນ​ສັງຄົມ​ໂຮງຮຽນ ໄດ້​ຜ່ານ​ຂໍ້ຕົກລົງກ່ຽວ​ກັບ​ການ​ອະນຸມັດການ ຄິດໄລ່ເງິນ​ອຸດ​ໜູນ​ເສຍ​ຊິດ ແລະ ອຸດ​ໜູນ​ບຳ​ເນັດ​ອອກ​ທະຫານ, ອີງ​ຕາມ​ທິດ​ນຳ​ຂອງ​ອຳນວຍ​ການ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ, ພະ​ແນກ​ປະກັນ​ສັງຄົມ ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ ຈຳນວນ 1 ສະຫາຍ ເປັນ​ເງິນ​ຈຳນວນ 60.667.245 ກີບ ແລະ ມອບ​ເງິນ​ອຸດ​ໜູນ​ບຳ​ເນັດ ຈຳນວນ 1 ສະຫາຍ ເປັນ​ຈຳນວນ​ເງິນ 37.906.794 ກີບ, ເປັນ​ກຽດ​ມອບ​ຂອງ ສະຫາຍ ພັນ​ເອກ ແສງ​ເດືອນ ອິນ​ທິ​ສອນ. ພ້ອມທັງ​, ​ໂອ້​ລົມຕີ​ລາຄາ​ສູງ​ຕໍ່​​ພະນັກງານທີ່​ເສຍ​ຊີວິດ ແລະ ສະຫາຍ​ທີ່​ເຂົ້າ​ບຳ​ເນັດ. ເຊິ່ງ​ບັນດາ​ສະຫາຍ​ດັ່ງກ່າວ​ໄດ້​ປະ ກອບສ່ວນ​ເຂົ້າ​ໃນ​ທຸກ​ວຽກ ງານຂອງ​ກົມ​ກອງ​ຢ່າງ​ຕັ້ງ ໜ້າ ແລະ ຮຽກຮ້ອງໃຫ້ນຳເອົາເງິນ ຈຳນວນດັ່ງກ່າວ​ໄປ​ໝູນ​ໃຊ້​ໃຫ້​ເກີດ​ປະໂຫຍດສູງ​ສຸດ ເພື່ອ​ເຮັດ​ໃຫ້​ຄອບຄົວມີຄວາມສົມບູນ​ພູນ​ສຸກ​ຕະຫຼອດ​ໄປ. ໂດຍ: ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ