ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມ​ປຶກສາ​ຫາລື ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ
ເວລາອອກຂ່າວ: 2022-10-05 08:23:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 357 | ຄວາມນິຍົມ:



ກອງ​ປະຊຸມ​ຄົ້ນຄວ້າ​ປຶກສາ​ຫາລື ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ ໄລຍະ 3 ເດືອນ​ທ້າຍ​ປີ 2022 ແລະ ແຜນການ​ປີ 2023 ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ຈັດ​ຂຶ້ນ​ໃນ​ວັນ​ທີ 4 ຕຸລາ 2022 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ກຳ​ມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ທັງ​ເປັນ​ຫົວໜ້າ​ຄະນະ​ຮັບຜິດຊອບ​ຊີ້​ນຳ​ລວມ ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ຄະນະ​ຮັບຜິດຊອບ​ຂັ້ນ​ກະຊວງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ໃນ​ກອງ​ປະຊຸມ, ສະຫາຍ ພັນ​ໂທ ຄອນ​ວິໄລ ທຳ​ມະ​ວົງສາ ຮອງ​ຫົວໜ້າ​ກົມ​ກໍ່ສ້າງ​ຮາກ​ຖານ ກົມ​ໃຫຍ່​ການເມືອງ​ກອງທັບ, ຫົວໜ້າ​ກອງ​ເລຂາ, ຄະນະ​ຮັບຜິດຊອບ​ຂັ້ນ​ກະຊວງ ໄດ້​ຜ່ານ​ແຜນ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ໄລຍະ 3 ເດືອນ​ທ້າຍ​ປີ 2022 ແລະ ແຜນ​ວຽກ​ປີ 2023, ສຳລັບ​ແຜນການ 3 ເດືອນ​ທ້າຍ​ປີ 2022, ຂົງເຂດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ: ຈະ​ສືບຕໍ່​ຊຸກຍູ້​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ທັງ​ທາງ​ເລິກ ແລະ ທາງ​ກວ້າງ ຢູ່​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ, 19 ກອງ​ປະຕິ ບັດ​ງານ​ກໍ່ສ້າງ​ຮາກ​ຖານ, 3 ຈຸດ​ສຸມ​ແຂວງ​ໄຊ​ສົມບູນ, ຈຸດ​ສຸມ​ຄັງ​ວຽງ ເມືອງ​ໝອກ ແຂວງ​ຊຽງ​ຂວາງ, ຈຸດ​ສຸມ​ຜາ​ເຈຍ-ຜາລາ​ແພນ ເມືອງ​ນານ ແຂວງ​ຫຼວງ​ພະ​ບາງ, ຂົງເຂດ​ວຽກ​ງານ​ພັດທະນາ​ພື້ນຖານ​ໂຄງ​ລ່າງ: ຈະ​ສືບຕໍ່​ຊຸກຍູ້​ບັນດາ​ໂຄງການ​ທີ່​ຍັງ​ບໍ່​ທັນ​ສຳເລັດ​ຢູ່ 3 ຈຸດ​ສຸມ​ແຂວງ​ໄຊ​ສົມບູນ ເປັນຕົ້ນ​ແມ່ນ​ໂຄງ ການ​ກໍ່ສ້າງ​ເສັ້ນທາງ​ຂຶ້ນ​ພູ​ເບ້ຍ, ເສັ້ນທາງ​ແຕ່ 3 ແຍກ​ທົ່ງ​ຄູນ​ຫາ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 2 ແລະ ສືບຕໍ່​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ​ສະໜາມ​ບິນ​ເກົ່າ​ເມືອງ​ລ່ອງ​ແຈ້ງ, ຈຸດ​ສຸມ​ບ້ານ​ເພຍ​ລີ​ເກົ່າ ເມືອງ​ລ່ອງ​ແຈ້ງ, ຈຸດ​ສຸມ​ຈຽງ​ຕູບ ເມືອງ​ເຊ​ໂປນ ແຂວງ​ສະຫວັນ​ນະ​ເຂດ, ເຂດ​ພື້ນ​ທີ່​ຍຸດ​ທະ​ສາດ​ກອງຮ້ອຍ​ລາດຊະ ​ວົງ(ຖ້ຳ​ແມ), ບ້ານ​ດິນ​ແດງ, ບ້ານ​ແກ່ວ​ແວ່ນ, ບ້ານ​ມ້ອງ​ນ້ຳ ເມືອງ​ຊຽງ​ຄໍ້ ແຂວງ​ຫົວພັນ, ບ້ານ​ນາ​ຫອຍປັງ ເມືອງ​ສັງ​ທອງ ນະຄອນຫຼວງ​ວຽງ​ຈັນ ເພື່ອ​ສະ ເໜີ​ລັດຖະບານ​ເອົາ​ເຂົ້າ​ແຜນ​ພັດທະນາ. ສຳລັບ​ແຜນການເຄື່ອນໄຫວ​ປີ 2023 ຈະ​ສືບຕໍ່​ລົງ​ສົມທົບ​ກັບ​ ອົງການ​ປົກຄອງ​ບັນດາ​ແຂວງ, ເມືອງ ເພື່ອ​ກຳນົດ​ຈຸດ​ທີ່​ຈະ​ພັດ ທະນາ, ລົງ​ກວດກາ​ເກັບ​ກຳ​ຂໍ້​ມູນ ​ຕົວ​ຈິງ ບັນດາ​ບ້ານ​ທີ່​ທຸກ​ຍາກ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ໃນ​ທົ່ວ​ປະເທດ, ບ້ານ​ພື້ນຖານ​ການ​ປະຕິ ວັດ, ບ້ານ​ວິລະ​ຊົນ​ໃນ​ຈຳນວນ 42 ບ້ານ​ໃນ​ເຂດ​ທົ່ວ​ປະເທດ, ລົງ​ຊຸກຍູ້​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ ຢູ່​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ, 19 ກອງ ​ປະຕິບັດ​ງານ​ກໍ່ສ້າງ​ຮາກ​ຖານ, ພ້ອມ​ທັງ​ກວດກາ​ສັບ​ຊ້ອນ, ປັບ ປຸງ​ໃຫ້​ມີ​ຄຸນ​ນະ​ພາບ​ເຂັ້ມແຂງ​ໜັກ​ແໜ້ນ, ກວດກາ​ຊຸກຍູ້​ບັນດາ​ຈຸດ​ສຸມ​ພັດທະນາ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ເປັນຕົ້ນ​ແມ່ນ 3 ຈຸດ​ສຸມ​ແຂວງ​ໄຊ​ສົມບູນ, ຈຸດ​ສຸມ​ຄັງ​ວຽງ ເມືອງ​ໝອກ ແຂວງ​ຊຽງ​ຂວາງ, ຈຸດ​ສຸມ​ຜາ​ເຈຍ-ຜາ​ລຳ​ແພນ ເມືອງ​ນານ ແຂວງ​ຫຼວງ​ພະ​ບາງ ໃຫ້​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ຕາມ​ແຜນການ ແລະ ມີ​ຄຸນ​ນະ​ພາບ. ຈາກ​ນັ້ນ, ຄະນະ​ຮັບຜິດຊອບ​ແຕ່​ລະ​ຂົງເຂດ​ວຽກ​ງານ ກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື, ປະກອບ ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ໃສ່​ແຜນການ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ 3 ເດືອນ​ທ້າຍ​ປີ 2022 ແລະ ແຜນ​ວຽກ​ປີ 2023, ພ້ອມ​ກັນ​ຖອດ​ຖອນ​ບົດຮຽນ​ດ້ານ​ດີ ແລະ ຊອກ​ວິທີ​ການ​ປັບປຸງ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ, ເພື່ອ​ແນໃສ່​ເຮັດ​ໃຫ້​ການຈັດຕັ້ງ​ປະຕິ ບັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນ ນະບົດ​ຮອບດ້ານ ໃນຕໍ່ໜ້າ​ນີ້​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ​ກວ່າ​ເກົ່າ. ໂອກາດ​ນີ້, ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ໄດ້​ມີ​ຄຳ​ເຫັນ​ເນັ້ນ​ໜັກ​ໃຫ້​ຄະນະ​ຮັບຜິດຊອບ​ທຸກ​ພາກສ່ວນ ກຳ​ແໜ້ນ​ໜ້າທີ່​ການເມືອງ​ຂອງ​ຕົນ, ເພີ່ມ​ທະວີ ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ຕ້ອງ​ສະຫຼຸບ​ຕີ​ລາຄາ​ຄືນ​ການເຄື່ອນໄຫວ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ, ເພື່ອ​ຖອດ​ຖອນ​ເອົາ​ບົດຮຽນ​ດ້ານ​ດີ ແລະ ຊອກ​ໃຫ້​ເຫັນ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ, ພ້ອມ​ກັນ​ນັ້ນ, ກໍ​ສືບຕໍ່​ສຳ​ຫຼວດ​ກວດກາ, ເກັບ​ກຳ​ບັນດາ​ຂໍ້​ມູນ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ສົມທົບ​ກັບ​ບັນດາ​ແຂວງ, ເມືອງ ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ ເພື່ອ​ກຳນົດ​ເປັນ​ແຜນ​ພັດທະນາ​ໃນຕໍ່ໜ້າ ແລະ ສືບຕໍ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຢ່າງ​ມີ​ຈຸດ​ສຸມ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ-ພັດທະນາ​ຊົນນະບົດ​ຮອບດ້ານ​ໃຫ້​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ. ໂດຍ: ນາງ ຍ້ອມ​ເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ