
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ປະທານສະພາບໍລິຫານເສດຖະກິດພິເສດສາມຫຼ່ຽມຄຳ
ເວລາອອກຂ່າວ: 2022-10-06 08:36:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:
ວັນທີ 1 ຕຸລາ 2022 ນີ້, ໄດ້ມີພິທີປະດັບຫຼຽນໄຊພິລະອາດ ຫານ ຊັ້ນ II ໃຫ້ປະທານສະພາບໍລິ ຫານເສດຖະກິດພິເສດສາມຫຼ່ຽມຄຳ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງບໍ່ແກ້ວ, ມີ ສະຫາຍ ພັນເອກ ບຸນມີ ພາມີໄຊ ກຳມະການຄະ ນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງບໍ່ແກ້ວ, ມີ ຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງ, ສະພາບໍ ລິຫານເສດຖະກິດພິເສດສາມຫຼຽມຄຳ, ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນເອກ ທອງໄຂ ສີຍາລາດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການຍ້ອງຍໍປະດັບຫຼຽນໄຊພິລະອາດຫານ ຊັ້ນ II ອີງຕາມດຳລັດຂອງນາຍົກ ລັດຖະມົນຕີ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງ ຍໍ, ເຊິ່ງກະຊວງປ້ອງກັນປະເທດ ໄດ້ປະດັບຫຼຽນໄຊພິລະອາດຫານ ຊັ້ນ II ໃຫ້ ທ່ານ ຈ້າວ ເຫວີຍ ປະ ທານສະພາບໍລິຫານງານເຂດ ເສດຖະກິດພິເສດສາມຫຼ່ຽມຄຳ ເພື່ອຍ້ອງຍໍສັນລະເສີນຜົນງານ, ຄຸນງາມຄວາມດີໃຫ້ແກ່ປະທານສະພາບໍລິຫານງານເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນສຳຄັນເຂົ້າໃນການສ້າງ ສາ ແລະ ພັດທະນາ ກໍ່ສ້າງພື້ນ ຖານໂຄງລ່າງລະບົບຄ້າຍຄູ, ສຳ ນັກງານຫ້ອງການຂອງກອງ ບັນຊາການທະຫານແຂວງບໍ່ ແກ້ວ ໃຫ້ມີແບບແຜນທັນສະໄໝ ຜົນງານດັ່ງກ່າວເປັນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ຕາມທິດ 4 ດີຂອງພັກ ແລະ ລັດ ຖະບານລາວ-ຈີນ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ຢືນຍົງຕະຫຼອດໄປ.
ໂດຍ: ສົມໄຊ ສີລາຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ