ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສາມັນ​ລະຫວ່າງ​ກອງ​ພົນ​ທີ 3 ກັບ​ ກອງພັນ​ໃຫຍ່ 82 ທະຫານ​ເຂດ 2 ກອງທັບ​ປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-10-06 08:40:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 288 | ຄວາມນິຍົມ:



ວັນ​ທີ 4 ຕຸລາ 2022 ນີ້, ຢູ່​ທີ່​ກອງ​ພົນ​ທີ 3 ໄດ້​ຈັດ​ກອງ​ປະຊຸມ​ສາມັນ​ລະຫວ່າງກອງ ພົນທີ 3 ກັບ ກອງພັນ​ໃຫຍ່ 82ທະຫານ ​ເຂດ 2 ກອງທັບ​ປະຊາ ຊົນ​ຫວຽດນາມ, ໂດຍ​ການ​ເປັນປະ ທານຂອງ ສະຫາຍ​ ພົນ​ຈັດຕະວາ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ ຫົວໜ້າ​ການ​ທະຫານ ​ກອງ​ພົນ​ທີ 3, ສະຫາຍ​ ພັນ​ເອກ​ ກາວ​ຊວນ​ແທັງ ຫົວໜ້າ​ການເມືອງ ​ກອງພັນ​ໃຫຍ່ 82 ທະຫານ​ເຂດ 2 ກອງທັບ​ປະ ຊາຊົນ​ຫວຽດນາມ, ມີ​ຄະນະພັກ- ຄະນະ​ບັນຊາ​ກອງ​ພົນ​ທີ 3 , ກອງ ພັນ​ໃຫຍ່ 82 ທະຫານ​ເຂດ 2 ກອງທັບ​ປະຊາຊົນ​ຫວຽດນາມ​ ເຂົ້າ ​ຮວມ. ສະຫາຍ ​ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຫົວໜ້າ​ການເມືອງ​ກອງ​ພົນ​ທີ 3 ແລະ ສະຫາຍ ​ພັນ​ເອກ ກາວ​ຊວນ​ແທັງ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 82 ທະຫານ​ເຂດ 2 ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ຜ່ານ​ບົດ​ລາຍ​ ງານ​ການເຄື່ອນໄຫວ​ໜ້າທີ່​ການ ເມືອງ​ຂອງ​ກົມ​ກອງ​ຮັບຜິດຊອບ​ແລະ​ ຕີ​ລາຄາ​ໝາກຜົນ​ໃນການ​ພົວພັນ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ​ ກັນໃນ​ໄລຍະຜ່ານມາ ​ໃນ​ ຂົງເຂດ​ວຽກ​ງານປ້ອງກັນຊາດ- ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ ເປັນ​ການ​ສ້າງ​ເງື່ອນໄຂ​ໃນ​ ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ລະຫວ່າງ​ສອງ​ປະເທດ, ສອງ​ກອງທັບ​ລາວ-ຫວຽດນາມ​ ອ້າຍ​ນ້ອງ​ໃຫ້​ນັບ​ມື​ແຕກ​ດອກ​ອອກ​ຜົນ​ຈະເລີນ​ງອກ​ງາມ​ຍິງໆ​ຂຶ້ນ​ເວົ້າ​ສະເພາະ​ແມ່ນ​ກອງ​ພົນ​ທີ 3 ກັບ​ກອງພັນ​ໃຫຍ່ 82 ທະຫານ​ເຂດ 2 ກອງທັບ​ປະຊາຊົນ​ຫວຽດນາມ​ໃຫ້​ກ້າວ​ສູ່​ລວງ​ເລີກ , ພ້ອມ​ນັ້ນ​ຍັງ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ 2 ກົມ​ກອງ​ໃນ​ແຜນການ​ຕໍ່ໜ້າ​ອີກ​ດ້ວຍ ໂອກາດ​ດັ່ງກ່າວ, ຄະນະ​ນຳ​ກອງ​ພົນ​ທີ 3 ແລະ​ກອງພັນ​ໃຫຍ່ 82 ທະຫານ​ເຂດ 2 ກອງທັບ​ປະຊາຊົນ​ຫວຽດ ນາມ​ ຍັງ​ໄດ້​ມອບ​ຂອງ​ຂັວນ​ທີ່ ລະນຶກ​ໃຫ້​ກັນ​ແລະ​ກັນ ແລະ ລົງ ຢ້ຽມຢາມ​ກອງພັນ 612 ແລະ ກອງພັນ 407 ກອງ​ພົນ​ທີ 3 ຕື່ມ​ ອີກ. ຂ່າວ​ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໃນ​ທ້າຍ​ເດືອນ​ກັນຍາ​ນີ້, ກອງ​ພົນ​ທີ 3 ໄດ້​ຈັດ​ກອງ​ປະຊຸມ​ສ່ອງແສງ ​ວຽກ​ງານ​ປະຈຳ​ເດືອນ​ເພື່ອ​ສ້າງ​ ຂະ​ບວນ​ການ​ຕ້ອນຮັບ​ວັນ​ສ້າງ ຕັ້ງ​ກອງ​ພົນ​ທີ 3 ຄົບຮອບ 41 ປີ ໂດຍ​ການ​ເປັນ​ປະທານ​ຂອງ ​ສະ ຫາຍ ພົນ​ຈັດຕະວາ ໄຊ​ຍະ​ວົງໄຊ​ນາມ​ທິ​ລາດ ຫົວໜ້າ​ການ​ທະ ຫານ​ກອງ​ພົນ​ທີ 3 , ມີ​ຄະນະ​ພັກ- ຄະນະ​ບັນຊາ​ອົງການ 5 ຫ້ອງ, ກົມ​ກອງ​ຮາກ​ຖານ​ເຂົ້າ​ຮ່ວມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ