ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະກອງບັນຊາການທະຫານ​ແຂວງຈຳປາ​ສັກ​ ຕ້ອນ​ຮັບ​ຜູ້​ແທນ​ຂັ້ນ​ສູງ​ທະຫານ​ແຂວງ ກວາງ​ຫງາຍ
ເວລາອອກຂ່າວ: 2022-10-06 09:14:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:



ວັນ​ທີ 17 ກັນຍາ 2022 ນີ້, ຜູ້​ແທນ​ຂັ້ນ​ສູງ​ທະຫານ​ແຂວງ ກວາງ​ຫງາຍ ​ສສ ຫວຽດນາມ ໄດ້ມາຢ້ຽຝຍາມ ແລະ ເຮັດ​ວຽກ-ມອບ​ທຶນ​ຊ່ວຍ​ເຫຼືອ​ຢູ່​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ, ເຊິ່ງ​ນຳ​ໂດຍ ສະຫາຍ ພັນ​ເອກ ຫວໍ້ ວັນ​ບ໋າ ຄະນະ​ປະຈຳ​ພັກ​ແຂວງ ຫົວໜ້າ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງຫງາຍ ພ້ອມ​ດ້ວຍ​ຄະນະ, ໂດຍ​ການຕ້ອນ ຮັບ​ດ້ວຍ​ຄວາມ​ອົບ​ອຸ່ນ​ຂອງ ສະຫາຍ ພັນ​ເອກ ແຫວນ​ຄຳ ຈະເລີນ​ວົງ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ສ ​ປປ ລາວ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຫວໍ້ ວັນບ໋າ ໍ​ໄດ້​ຕາງໜ້າ​ໃຫ້​ຄະນະ​ກ່າວ​ສະ ແດງ​ຄວາມ​ພາກພູມ​ໃຈ​ເປັນ​ຢ່າງ​ຫຍິ່ງ​ຕໍ່​ການ​ຕ້ອນຮັບ​ໄມ​ຕີ​ຈິດ-ມິດຕະພາບ​ທີ່​ດີ​ຕໍ່​ກັນ ແລະ ອົບ​ອຸ່ນ​ຈາກຄະນະ​ກອງ​ບັນຊາ​ການ​ທະຫານແຂວງຈຳປາສັກ, ແລະ ເນື່ອງ​ໃນ​ໂອກາດສະເຫຼີມ ສະຫຼອງປີ​ສາມັກຄີມິດຕະພາບ ລາວ- ຫວຽດນາມ ວັນ​ສ້າງຕັ້ງ ສາຍພົວພັນ​ການ​ທູດ​ ລາວ-ຫວຽດນາມ ​ຄົບຮອບ 60 ປີ ແລະ ວັນ​ເຊັນສົນທິສັນຍາ​ມິດ ຕະພາບ-ການຮ່ວມ​ມື​ ​ຄົບຮອບ 45 ປີ, ເຊິ່ງໄດ້ມອບທຶນຊ່ວຍເຫຼືອ ຈຳນວນ 1 ຕື້​ດົ້ງ (ສະກຸນ​ເງິນ​ຫວຽດນາມ). ສະຫາຍ ພັນ​ເອກ ແຫວນ​ຄຳ ຈະເລີນ​ວົງ ໄດ້​ຕາງໜ້າ​ໃຫ້​ຄະນະພັກ-ຄະນະ​ບັນຊາ​ກ່າວຮັບ ພ້ອມທັງສະແດງ​ຄວາມ​ຂອບໃຈ​ແລະ ຮູ້​ບຸນຄຸນເປັນ​ຢ່າງ​ສູງ​ຕໍ່​ຄະ ນະ​ຜູ້​ແທນ​ຂັ້ນ​ສູງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ ຫງາຍ ທີ່​ຍາມ​ໃດ​ກໍ​ເປັນ​ຫ່ວງ​ເປັນ​ໃຍທັງ​ເຫັນ​ໄດ້​ຄວາມ​ໝາຍ ​ຄວາມ​ສຳຄັນ​ອັນ​ເລີກ​ເຊິ່ງ​ຕໍ່​ເພື່ອນມິດ​ສະຫາຍສາຍ​ພົວພັນ​ແບບ​ພິເສດ​ອັນ​ແໜ້ນ​ແຟ້ນ. ພ້ອມ​ນັ້ນ, ສະຫາຍ​ກໍ​ໄດ້​ອວຍພອນ​ ສະຫາຍ ພັນ​ເອກ ຫວໍ້ ວັນ ບ໋າ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງຫງາຍ​​ ຈົ່ງມີສຸຂະພາບ​ເຂັ້ມແຂງ, ມີ​ພາລະ​ນາ​ໄມ​ສົມບູນ ປະສົບຜົນສໍາເລັດ​ໃນ​ໜ້າທີ່​ການ​ງານທັງ​ສ່ວນລວມ ແລະ ສ່ວນ​ຕົວ, ສືບຕໍ່ຮັດ​ແໜ້ນ​ຄວາມ​ສາມັກ ຄີມິດຕະພາບ​ທີ່​ດີ​ຕໍ່​ກັນ ແລະ ທັງ​ເປັນ​ການ​ເສີມ​ສ້າງ​ສາຍ​ພົວພັນ​ໃນ​ການ​ໄປ-ມາ​ຫາ​ສູ່​ເຊິ່ງ​ກັນ ແລະ ກັນ, ເພື່ອ​ຮັກສາ​ມູນເຊື້ອ​ອັນ​ດີງາມທີ່​ມີມາ​ແຕ່​ດົນ​ນານ ລະຫວ່າງ​ສອງ​ຊາດ, ສອງ​ພັກ.ລາວ-ຫວຽດນາມ, ຫວຽດນາມ-​ລາວ ເວົ້າສະເພາະແມ່ນກອງ​ບັນ ຊາ​ການ​ທະຫານ​ແຂວງ​ກວາງ​ຫງາຍ ​ສສ ຫວຽດນາມ ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ​ສປປ ລາວ ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຈະເລີນ​ງອກ​ງາມ ແລະ ໝັ້ນຄົງ. ໂດຍ: ​ ວິໄລ​ພອນ ວົງ​ວິ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ