ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ພົນ​ທີ 5 ປະກາດ​ການປັບປຸງການຈັດຕັ້ງຂັ້ນ​ກອງພັນ​
ເວລາອອກຂ່າວ: 2022-10-06 09:15:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 42 | ຄວາມນິຍົມ:



ວັນ​ທີ 3 ຕຸລາ 2022 ນີ້, ກອງ​ພົນ​ທີ 5 ໄດ້​ປະກາດການປັບ ປຸງ​ການຈັດຕັ້ງຂັ້ນ​ກອງພັນ, ໂດຍ ​ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກສີ​ປະເສີດ ເຜີຍຄຳສີງ ເລຂາ​ຄະນະ​ພັກ ຫົວໜ້າການ ເມືອງ ກອງ​ພົນ​ທີ 5 ມີ ສະຫາຍ ພັນເອກ ວຽງ​ເພັດ ສົມ​ມານີ ຫົວ ໜ້າກົມ​ເສນາ​ເຕັກນິກກົມໃຫຍ່ ເຕັກນິກກອງທັບ, ມີ​ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນ​ໃຫຍ່, ສູນ​ເຝິກກອງ​ພົນ, ໂຮງໝໍ, ກອງພັນ​, ກອງຮ້ອຍ​ເອກະລາດ, ພະແນກການທີ່ກ່ຽວ ຂ້ອງ, ຕະຫຼອດ​ຮອດ ພະນັກງານ ວິຊາ​ການ​ເຕັກນິກ ແລະ​ ພະນັກ ງານ​ໄດ້ຮັບ​ໜ້າທີ່​ໃໝ່​ເຂົ້າ​ຮ່ວມ. ພັນ​ໂທ ຄຳ​ໄພ ປະທຸມ​ທອງ ຫົວໜ້າ​ພະ​ແນກ​ພະນັກງານໄດ້ ຜ່ານ​ຂໍ້​ຕົກລົງ ກົມ​ໃຫຍ່​ການເມືອງ​ກອງທັບ ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ຈະເລີນ ພັນ​ມິດສາ ເປັນ​ຮອງ​ຮັບຜິດຊອບ​ວຽກ​ງານເຕັກ ນິກ ກອງພັນ13 ກອງພັນໃຫຍ່ 501, ແຕ່ງຕັ້ງ ສະຫາຍ ພັນ​ຕີ ສາຄອນ ຫຼວງ​ເສນາ ເປັນ​ຮອງ​ຮັບຜິດຊອບ​ວຽກ​ງານ​ເຕັກນິກ ກອງພັນ​ເຄື່ອນ​ທີ່​ໄວ ກອງ​ພົນ​ທີ 5, ແຕ່ງຕັ້ງ ສະຫາຍ ພັນ​ຕີ ວາດ​ສະໜາ ສີ​ພະຈັນ ເປັນ​ຮອງ​ຮັບຜິດຊອບວຽກ​ງານ​ເຕັກນິກ ກອງພັນ 427 ແຕ່ງຕັ້ງ ສະຫາຍ ພັນ​ຕີ ບົວ​ໄທ ແກ້ວ​ດວງ​ຕາ ເປັນ​ຮອງ​ຮັບຜິດຊອບ​ວຽກ​ງານ​ເຕັກ ນິກ ກອງພັນ 11 ກອງພັນ​ໃຫຍ່ 502, ແຕ່ງຕັ້ງ ສະຫາຍ ພັນ​ຕີ ອຸໄທ ໂພທິ​ສານ ເປັນ​ຮອງ​ຮັບ​ຜິ​ດ ຊອບ​ວຽກ​ງານ​ເຕັກນິກ ກອງພັນ 12 ກອງພັນ​ໃຫຍ່ 502, ແຕ່ງຕັ້ງ ສະຫາຍ ພັນ​ຕີ ອາກອນ ອ່ຽນ​ປັນຍາ ເປັນ​ຮອງ​ຮັບຜິດຊອບ​ວຽກ​ງານ​ເຕັກນິກ ກອງພັນ 18 ກອງພັນ​ໃຫຍ່ 502, ແຕ່ງຕັ້ງ ສະຫາຍ ຮ້ອຍ​ເອກ ພຸດ​ໄຊ ແກ້ວ​ສຸລິຍັນ ເປັນ​ຮອງ​ຮັບຜິດຊອບ​ວຽດ​ງານ​ເຕັກນິກ ກອງພັນ 23 ກອງພັນ​ໃຫຍ່ 501 ແລະ ແຕ່ງຕັ້ງ ສະຫາຍ ພັນ​ຕີ ບຸນ​ເພັງ ພົມ​ສະ​ໝອນ ເປັນ​ຮອງ​ຮັບຜິດຊອບ​ວຽກ​ງານ​ເຕັກນິກ ກອງພັນ 429. ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ