ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແບັກ​ໄນ​ອາ ແຊງ ແຊັມ​ເກົ່າ ເປັນ​ຜູ້ນຳ​ຄະແນນ​ລວມ ຫຼັງ​ຈົບ​ສະໜາມ​ທີ 18 Moto GP 2022
ເວລາອອກຂ່າວ: 2022-10-21 09:44:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ການ​ແຂ່ງຂັນ​ລົດຈັກ​ທາງ​ລຽບ ຊີງ​ແຊັມ​ໂລກ ລາຍການ ໂມໂຕ​ຈີ​ພີ (Moto GP) ສະ ໜາມ​ທີ 18 ປະຈຳ​ປີ 2022 ລາຍການ ​ອັອສ​ສະ​ເຕຣ​ລ້ຽນ ກຣັງ​ປຣີ ທີ່​ສະໜາມ Phillip Island Grand Prix Circuit, ປະເທດ​ອົດ​ສະ​ຕຣາ​ລີ ໃນ​ທ້າຍ​ອາທິດ​ຜ່ານ​ມາ ເຊິ່ງ​ມີ​ໄລຍະທາງ​ ຍາວ​ຕໍ່​ຮອບ 4.448 ແມັດ. ຜົນ​ການ​ແຂ່ງຂັນ​ປະກົດ​ວ່າ: ອາ​ເລັກ ຣິນ ນັກ​ຂັບ​ຊາວ​ແອ​​ັດສະ ປາຍ ອາຍຸ 26 ປີ ຈາກ​ຄ້າຍ​ຊູ​ຊູ​ ກິ ອອກໂຕ​ເປັນ​ຄົນທີ 10 ແຕ່​ຂັບ​ ລົດ​ຄູ່​ໃຈ​ແຊງ​ຄູ່​ແຂ່ງ​ເຂົ້າ​ເສັ້ນ​ໄຊ​ເປັນ​ຄົນ​ທຳ​ອິດ 27 ຮອບ ໃຊ້​ເວ ລາ 40 ນາທີ 50.654 ວິນາທີ ເອົາ​ຊະນະ ມາກ ມາ​​ຣ​ເກັດ ແຊັມ​ໂລກ 6 ສະໄໝ ເພື່ອນ​ຮ່ວມ​ຊາດ ຈາກ​ຄ້າຍ​ຮອນ​ດາ ພຽງ​ແຕ່​ວິ ນາທີ 0.186, ອາ​ເລັກ ຣິນ ໄດ້​ແຊັມ​ເປັນ​ສະໜາມ​ທຳ​ອິດ​ໃນ​ປີ​ນີ້ ແລະ ເປັນ​ແຊັມ Moto GP ສະໜາມ​ທີ 4 ໃນ​ອາຊີບ ຕໍ່​ຈາກ​ປີ 2020. ຂະນະ​ທີ່ ຟຣານ​ເຊ​​ັສ​ໂກ ແບັກ​ໄນ​ອາ ນັກ​ຂັບ​ຊາວ​ອີ​ຕາ​ລີ ຈາກ​ຄ້າຍ​ດູ​ຄາ​ຕິ ແຊັມ 6 ສະໜາມ​ໃນ​ປີ​ນີ້ ຈົບ​ອັນ​ດັບ​ທີ 3 ຕາມ​ຫຼັງ ​ແຊັມ 0.224 ວິນາທີ, ທາງ​ດ້ານ ແຊັມ​ເກົ່າ ຟາ​ບີ​ໂອ ກົວ​ຕາ​ຣາ​ໂຣ ຊາວ​ຝຣັ່ງ ຈາກ​ຄ້າຍ​ຢາ​ມາ​ຮາ ແຂ່ງ​ບໍ່​ຈົບ ລົດ​ເກີດ​ອຸບັດ​ຕິ​ເຫດ​ໃນ​ຮອບ​ທີ 10. ສະຫຼຸບ​ຄະແນນ​ລວມ​ນັກ​ຂັບ ຜ່ານ​ໄປ 18 ສະໜາມ ເຫຼືອ​ການ​ແຂ່ງຂັນ​ພຽງ 2 ສະໜາມ​ສຸດ​ທ້າຍ ຜູ້ນຳ​ປ່ຽນ​ມາ​ເປັນ ຟຣານ​ເຊ​​ັສ​ໂກ ແບັກ​ໄນ​ອາ ແຊງ​ແຊັມ​ເກົ່າ ຟາ​ບີ​ໂອ ກົວ​ຕາ​ຣາ​ໂຣ ຂຶ້ນ​ມາ ມີ 233 ຄະແນນ, ນຳ​ອັນ​ດັບ​2 ກົວ​ຕາ​ຣາ​ໂຣ 14 ຄະແນນ, ທີ​ 3 ອາ​ເລັກ ເອ​​ັສ​ປາ​ກາ​ໂຣ ມີ 206 ຄະແນນ. ສ່ວນ​ຄະແນນ​ ທີມ​ຜູ້​ສ້າງ ທີມ​ນຳ​ຍັງ​ຄົງ​ເປັນ ທີມ​ດູ​ຄາ​ຕິ ມີ 407 ຄະແນນ, ທີ​ 2 ອາ​ພຣີ​ເລຍ ມີ 242 ຄະແນນ ແລະ ທີ​ 3 ຢາ​ມາ​ຮາ ມີ 227 ຄະແນນ. ສະໜາມ​ຕໍ່​ໄປ ສະໜາມ​ທີ 19 ລາຍການ ມາ​ເລ​ຊ້ຽນ ກຣັງ​ປຣີ ທີ່​ສະໜາມ Sepang International Circuit, ປະເທດ​ມາ​ເລ​ເຊຍ ວັນ​ທີ 21-23 ຕຸລາ​ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ