ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແບັກ​ໄນ​ອາ ຄວາມ​ຝັນ​ເປັນ​ຈິງ ຄວ້າ​ແຊ້ມ​ໂລກ MotoGP ຄັ້ງ​ທຳ​ອິດ​ໃນ​ຊີວິດ
ເວລາອອກຂ່າວ: 2022-11-11 00:22:04 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838703 | ຄວາມນິຍົມ:



ຟຣານ​ເຊ​​ັສ​ໂກ້ ແບັກ​ໄນ​ອາ (ບາ​ນາ​ຢ້າ) ນັກ​ຂັບ​ຊາວ​ອີ​ຕາ​ລີ ໄວ 25 ປີ ຈາກ​ຄ້າຍ​ດູ​ຄາ​ຕິ ຄວາມ​ຝັນ​ເປັນ​ຈິງ​ແລ້ວ ເມື່ອ​ສາ ມາດ​ພິ​ຊິດ​ແຊ້ມ​ໂລກ MotoGP ຕາມ​ເປົ້າ​ໝາຍ ຫຼັງ​ຈົບ​ສະໜາມ​ທີ 20 ສະໜາມ​ສຸດ​ທ້າຍ ຂອງ​ປີ 202 2 ລາຍການ Valencian Community Grand Prix ທີ່​ສະໜາມ Circuit Ricardo Tormo, ປະເທດ​ແອ​​ັສ​ປາຍ ໃນ​ທ້າຍ​ອາທິດ​ຜ່ານ​ມາ ເຊິ່ງ​ໄດ້​ຄະ ແນນ​ລວມ​ສູງ​ສຸດ 265 ຄະ ແນນ ເອົາ​ຊະນະ ຟາ​ບີ​ໂອ ກົວ​ຕາ​ຣາ​ໂຣ້ ແຊ້ມ​ເກົ່າ ຊາວ​ຝຣັ່ງ ຈາກ​ຄ້າຍ​ຢາ​ມາ​ຮ່າ 17 ຄະແນນ. ສະໜາມ​ສຸດ​ທ້າຍ ແບັກ​ໄນ​ອາ ອອກໂຕ​ເປັນ​ຄົນທີ 8 ແຕ່​ປະຄອງ​ລົດ​ຄູ່​ໃຈ ເຂົ້າ​ເສັ້ນ​ໄຊ​ເປັນ​ຄົນທີ 9 ພຽງພໍ​ຕໍ່​ການ​ເປັນ​ແຊ້ມ​ໂລກ ຕາມ​ຫລັງ​ທີ​ໜຶ່ງ​ດ້ວຍ​ເວລາ 14 ກວ່າ​ວິນາທີ, ສ່ວນ ຟາ​ບີ​ໂອ ກົວ​ຕາ​ຣາ​ ໂຣ້ ຈົບ​ອັນ​ດັບ​ທີ 4, ຂະນະ​ທີ່ ແຊ້ມ ​ສະໜາມ​ນີ້​ເປັນ​ຂອງອາ​ເລັກຣິນ ຊາວ​ແອ​​ັສ​ປາຍ ຈາກ​ຄ້າຍ​ຊູ​ຊູ​ກິ 27 ຮອບ ເວລາ 41 ນາທີ 22.250 ວິນາທີ, ທີ​ສອງ ເບຣດ ໄບ​ເດີ ຊາວ​ ອາ​ຟຣິ​ກາ​ໃຕ້ ຈາກ​ຄ້າຍ​ເຄ​ທີ​ເອັມ ຕາມ​ຫລັງ 0.396 ວິນາທີ, ທາງ​ດ້ານ ຈໍ​ເກ້ ມາ​​ຣ​ຕິນ ເຈົ້າ​ຂອງ​ຕຳ ແໜ່ງ​ໂພ​ໂປ​ຊີ​ຊັ່ນ​ສະ ໜາມ​ນີ້ ຈົບ​ອັນ​ດັບ​ທີ 3. ສະຫຼຸບ​ອັນ​ດັບ​ນັກ​ຂັບ​ແຂ່ງ 20 ສະໜາມ​ປີ​ນີ້, ໄດ້​ແຊ້ມ​ແມ່ນ ຟຣານ​ເຊ​​ັສ​ໂກ້ ແບັກ​ໄນ​ອາ ເປັນ​ນັກ​ຂັບ​ຊາວ​ອີ​ຕາ​ລີ​ຄົນ​ທຳ​ອິດ​ໃນ​ຮອບ 13 ປີ, ທີ​ສອງ ຟາ​ບີ​ໂອ ກົວ​ຕາ​ຣາ​ໂຣ້​ແຊ້ມ​ເກົ່າ, ທີ​ສາມ ເອ​ເນຍ ​ບັສ​ເຕຍ​ນີ​ນີ້. ສ່ວນ​ທີມ​ຜູ້​ສ້າງ​ທີມ​ນຳ ດູ​ຄາ​ຕິມີ 448 ຄະແນນ ໄດ້​ແຊ້ມ 3 ສະໄໝ​ຕິດຕໍ່​ກັນ, ທີ​ສອງ ຢາ​ມາ​ ຮ່າ ມີ 256 ຄະແນນ ແລະ ທີ​ສາມ ອາ​ພຣີ​ເລຍ ມີ 248 ຄະແນນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ