ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 21 ມັງກອນ 2026

  

ເປີດ​ການ​ຮ່ວມ​ມື​ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນແຕກເພື່ອ​ມະນຸດສະທຳ ສອງ​ກອງທັບ ລາວ-ຣັດ​ເຊຍ
ເວລາອອກຂ່າວ: 2022-11-22 09:30:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1194 | ຄວາມນິຍົມ:



ວັນ​ທີ 21 ພະຈິກ 2022, ຢູ່ ສະໂມສອນ​ເມືອງ​ນາ​ກາຍແຂວງ​ຄຳ​ມ່ວນ ໄດ້​ຈັດ​ພິທີ​ເປີດ​ການ​ຮ່ວມ​ມືກວດ​ກູ້ ແລະ ທຳລາຍລະ ເບີດ​ບໍ່​ທັນ​ແຕກ ເພື່ອ​ມະນຸດສະທຳລະຫວ່າງກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປປ ລາວ ແລະ ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ສ ຣັດ​ເຊຍ ສົກ​ປີ 2022-2023 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ, ມີ ສະຫາຍ ແກ້ວ​ອຸດອນ ບຸດ​ສິງຂອນ ຮອງ​ເຈົ້າແຂວງ ແຂວງ​ຄຳ​ມ່ວນ, ສະຫາຍ ພັນ​ເອກ ອາບ​ຣາ​ມົບ ເຊຣ​ເກ ຫົວໜ້າ​ວິຊາ​ການ​ໃຫຍ່ ຂອງ​ກົມ​ຊ່າງ​ແສງກຳ ລັງ​ປະກອບ​ອາວຸດ ແຫ່ງ ສ ຣັດ​ເຊຍ, ຄະນະ​ນຳກະຊວງ​ປ້ອງກັນ​ ປະເທດ ແຫ່ງ ​ສປປ ລາວ, ຫົວ ໜ້າ​ຫ້ອງການຜູ້ຕາງໜ້າກະຊວງ ​ປ້ອງ​ກັນ​ປະເທດ ແຫ່ງ ສ ຣັດ​ເຊຍ ປະຈຳ ​ສປປ ລາວ, ຫົວໜ້າ​ຫ້ອງ ການທີ່​ປຶກສາ​ທູດ​ຝ່າຍ​ທະຫານ ແຫ່ງ ສ ຣັດ​ເຊຍ ປະຈຳ ​ສປປ ລາວ, ອຳນາດການປົກຄອງເມືອງນາ​ກາຍ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ນາງ ບົວ​ກາ ແກ້ວ​ມະນີ ເຈົ້າເມືອງ ເມືອງ ນາ​ກາຍ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ເຈົ້າເມືອງ​ນາ​ກາຍ ວ່າ​ດ້ວຍ​ການ​ມອບ​ຕອນ​ດິນ​ຂອງ​ເມືອງ(ຊົ່ວຄາວ) ໃຫ້​ກຳລັງ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ເພື່ອ​ປະຕິບັດ​ວຽກ​ງານ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ຢູ່​ພາຍ​ໃນ​ເມືອງ​ນາ​ກາຍ. ເຈົ້າເມືອງ ເມືອງ​ນາ​ກາຍ​ຕົກລົງ ມອບ​ຕອນ​ດິນ ຈຳນວນ 4 ຕອນ ໃຫ້​ຄະນະ​ຮັບຜິດຊອບ​ວຽກ​ງານ​ຮອບດ້ານ​ໃນ​ການ​ສຳ​ຫຼວດ ແລະ ເກັບ​ກຳ​ຂໍ້​ມູນ​ລະເບີດ​ບໍ່​ທັນ​ແຕກ ທີ່​ຖືກ​ແຕ່ງຕັ້ງ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ສົມ ທົບ​ກັບຄະນະ​ຮັບຜິດຊອບ​ການ​ກວດ​ກູ້​ມິນ​ສາກົນ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສ ຣັດ​ເຊຍ ເພື່ອ​ຮ່ວມ​ມື​ກັນ​ໃນ​ການ​ກວດ​ກູ້ລະເບີດ​ບໍ່​ທັນ​ແຕກ ໃຫ້​ສຳເລັດ​ຕາມ​ເປົ້າ​ໝາຍ ໃນ​ເນື້ອທີ່​ທັງ​ໝົດ 56,3 ເຮັກຕາ ປະກອບ​ມີ: ສາລາ​ເຈົ້າ​ເພັດ​ສະ​ຣາດ ຢູ່​ບ້ານ​ນາ​ກາຍ (ຈຸດ​ທີ່​ກວດ​ກູ້​ໃນ​ປີຜ່ານມາ​ແຕ່​ຍັງ​ບໍ່​ທັນ​ສຳເລັດ), ຜັງເມືອງ​ໃໝ່ ເຂດ​ໂຮງ​ເລື່ອຍ​ແນນ​ຊິ​ເກົ່າ, ດິນ​ປຸກ​ສ້າງ​ຫ້ອງການເຂດ​ໂຮງງານ​ຊີ​ບອດ​ເກົ່າ ແລະ​ ໂຮງຮຽນ​ມັດ ທະຍົມ​ຕົ້ນ ຫຼັງ​ໃໝ່. ສະຫາຍ ພົນ​ຕີ ຈັນ​ທອງ ສອນ​ຕະ​ອາດ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ​ສປປ ລາວ ເປັນ​ປະເທດ​ໜຶ່ງທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກລະເບີດບໍ່​ ທັນ​ແຕກ​ທີ່​ຕົກ​ຄ້າງ​ມາ​ແຕ່​ສະໄໝ​ສົງຄາມ​ອິນດູຈີນ ໃນ​ລະຫວ່າງ​ປີ 1964-1973 ເຮືອບິນຂອງ ​ຈັກກະພັດ​ຜູ້​ຮຸກ​ຮານ​ຫຼາຍກວ່າ 580.000 ຖ້ຽວ, ໄດ້​ນຳ​ເອົາລະ​ເບີດ​ຊະນິດ​ຕ່າງໆ ປະມານ 3.000.000 ໂຕນ ໃນ​ນັ້ນ, ມີ​ລະເບີດ​ລູກ​ຫວ່ານ (ບົມ​ບີ) ປະມານ 270 ລ້ານ​ໜ່ວຍ ແລະ ບົມ​ໃຫຍ່ ປະມານ 4 ລ້ານ​ໜ່ວຍ ມາ​ຖີ້ມ​ໃສ່​ປະເທດ​ເຮົາ, ເຊິ່ງ​ນັກ​ຄົ້ນ​ຄວ້າ​ການ​ທະ ຫານ​ໄດ້​ວິເຄາະ​ວ່າ ມາ​ຮອດ​ປັດຈຸບັນ ລະເບີດ​ດັ່ງກ່າວ​ປະມານ 30% ຫຼື 80 ລ້ານ​ໜ່ວຍ​ຍັງບໍ່​ທັນແຕກ ແລະ ຕົກຄ້າງ​ໃນເນື້ອ ທີ່ 2 ສ່ວນ 3 ຂອງ​ປະເທດ​ລາວ, ເຖິງ​ວ່າ​ສົງຄາມ​ໄດ້​ຢຸດຕິລົງແລ້ວ ​ໃນ​ຫຼາຍ​ປີຜ່ານມາ. ແຕ່​ລະເບີດ​ດັ່ງກ່າວ​ນັ້ນ​ຍັງ​ສືບຕໍ່ທຳລາຍຊີ ວິດ​ຂອງ​ປະຊາຊົນ​ລາວ​ຕະຫຼອດມາ. ແຕ່​ລະ​ປີ​ມີ​ຜູ້ທີ່ໄດ້​ຮັບ​ເຄາະ​ ຮ້າຍ ແລະ ເສຍ​ຊີວິດ​ເປັນ​ຈຳ ນວນ​ຫຼາຍລວມ​ທັງ​ເດັກນ້ອຍ, ແມ່ຍິງ ແລະ ຜູ້​ເຖົ້າ. ພ້ອມ​ນັ້ນ, ລະເບີດ​ທີ່​ຕົກ​ຄ້າງ​ຍັງ​ບໍ່​ທັນ​ແຕກ​ຈາກສົງຄາມໄດ້ເປັນອຸປະສັກອັນ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ, ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ລາວ ເວົ້າ​ສະເພາະ ແມ່ນ​ຢູ່​ແຂວງ​ຄຳ​ມ່ວນ. ໃນ​ຊຸມ​ປີຜ່ານມາ, ພັກ-ລັດຖະບານ​ເຮົາ ກໍ​ໄດ້​ເອົາໃຈໃສ່​ແກ້​ໄຂ​ບັນຫາລະ ເບີດ​ບໍ່​ທັນ​ແຕກ ໂດຍ​ຈັດ​ເຂົ້າ​ໃນ​ເປົ້າ​ໝາຍ​ສະຫັດ​ສະ​ຫວັດ​ຂອງ​ການ​ພັດທະນາ, ໂດຍ​ຖື​ເອົາ​ການ​ສຶກ​ສາ​ຄວາມ​ສ່ຽງ, ການ​ເກັບ​ກູ້ ແລະ ການ​ຊ່ວຍເຫຼືອຜູ້ຖືກເຄາະ ​ຮ້າຍ, ປັບປຸງ​ລະບົບ​ຄຸ້ມຄອງ​ຂໍ້​ມູນຂ່າວສານ, ຈັດ​ຕັ້ງປະຕິບັດໂຄງ ການ​ສຳ​ຫຼວດ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະເບີດ​ບໍ່​ທັນ​ແຕກ​ໃນ​ທົ່ວ​ປະເທດ, ຄົ້ນ​ຄວ້​​າ-ພິ​ຈາລະນາ​ຮັບ​ເອົາ​ໂຄງການ​ຊ່ວຍເຫຼືອ​ຈາກ​ເພື່ອນ​ມິດ ແລະ ສາກົນ ໃນ​ນີ້, ກະ ຊວງ​ປອ້ງກັນປະເທດພວກເຮົາ ກໍ​ໄດ້​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ສ ຣັດ​ເຊຍ ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ຢູ່​ເມືອງ​ຄຳ​ເກີດ, ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ສົກ​ປີ 2018-2019, ຢູ່​ເມືອງ​ແປກ​ແຂວງ​ຊຽງ​ຂວາງ ໃນ​ສົກ​ປີ 2019-2020, 2020-2021 ແລະ ຢູ່​ເມືອງ ນາ​ກາຍ​ ແຂວງຄຳມ່ວນ ສົກ​ປີ 2021-2022 ສາມາດ​ປົດ​ປ່ອຍ​ພື້ນທີ່​ດິນ​ອອກ​ຈາກ​ບັນຫາ​ລະເບີດ​ ບໍ່​ທັນ​ແຕກ​ໄດ້ 141 ເຮັກຕາ, ທຳລາຍ​ລະເບີດອອກ​ຈາກ​ຜືນ​ແຜ່ນດິນ​ລາວ​ໄດ້ 2.270 ໜ່ວຍ. ພ້ອມ​ກັນ​ນັ້ນ, ສູນ​ກວດ​ກູ້​ມິນ​ສາກົນ ແຫ່ງ ສ ຣັດ​ເຊຍ ກໍໄດ້​ສົ່ງ​ຊ່ຽວຊານ​ມາ​ເຝິກອົບຮົມ​ຍົກ​ລະດັບ​ດ້ານ​ການ​ແກ້​ໄຂ​ລະເບີດ​ບໍ່​ທັນ​ແຕກ ເພື່ອ​ມະນຸດສະທຳ​ໃຫ້​ພະນັກງານ​ກອງທັບ​ປະຊາຊົນ​ລາວ ໄດ້ 99 ສະຫາຍ. ຜ່ານການປະຕິບັດ​ແຜນການ​ຮ່ວມ​ມື​ລະ ຫວ່າງ ສອງ​ກະຊວງ​ປ້ອງ​ກັນປະເທດລາວ ແລະ ຣັດ​ເຊຍ ເຫັນ​ວ່າ​ປະສົບ​ຜົນສຳເລັດ​ດີ ແລະ ໄດ້​ນຳ​ເອົາຜົນປະໂຫຍດ​ມາ​ໃຫ້ປະເທດ​ຊາດ ແລະ ປະຊາຊົນ​ລາວຢ່າງ​ໜ້າ​ພາກພູມ​ໃຈ. ສຳລັບ​ສົກປີ 2022-2023 ນີ້, ສອງ​ກຳລັງພວກເຮົາ ຈຶ່ງ​ໄດ້ຂໍອະນຸມັດຈາກ ​ລັດຖະບານຂອງສອງປະເທດລາວ ແລະ ຣັດ​ເຊຍ ມາສືບຕໍ່ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢູ່​ເມືອງ​ນາ​ກາຍ ແຂວງ​ຄຳ​ມ່ວນ ເພື່ອ​ປະກອບສ່ວນ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ ເພື່ອ​ປົດ​ປ່ອຍ​ເນື້ອທີ່​ທຳ​ການ​ຜະລິດ​ໃຫ້​ປະຊາຊົນ​ບັນດາເຜົ່າ, ເພື່ອ​ເຮັດ​ໃຫ້ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ ປາສະຈາກ​ຄວາມອັນຕະລາຍ​ຈາກ​ລູກ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຄຽງ​ຄູ່​ກັນ​ນັ້ນ, ຍັງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ເປົ້າ​ໝາຍ ສະຫັດ​ສະ​ຫວັດ​ແຫ່ງ​ການ​ພັດທະນາ​ຂອງ​ລັດຖະບານ ແນໃສ່​ລົບ​ລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາເຜົ່າ​ໃຫ້​ໄດ້​ໃນ​ປີ 2030. ໂດຍ: ອາ​ນຸ​ສອນ ສິມ​ວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ