ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສິລະ​ປະກອນ ທະຫານ​ອາກາດ ຫວຽດນາມ ສະແດງ​ມິດຕະພາບ ຢູ່ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2022-11-22 09:37:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 831 | ຄວາມນິຍົມ:



ວັນ​ທີ 20 ພະຈິກ 2022, ຄະນະ​ສິລະ​ປະກອນ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ-ທະຫານ​ອາກາດ​ກອງທັບ​ປະຊາຊົນ​ຫວຽດນາມ ນຳ​ໂດຍ​ສະຫາຍ ພັນ​ເອກ​ ພິເສດ ຟ້າມ ​ແອັງ​ທົງ ຫົວໜ້າສິລະ​ປະກອນເຫຼົ່າທັບປ້ອງກັນອາກາດ-ທະຫານ​ອາກາດ ກອງ​ທັບປະຊາຊົນ​ຫວຽດນາມ ພ້ອມ​ດ້ວຍນັກສະແດງ ໄດ້​ສືບຕໍ່​ສະແດງມິດຕະພາບຢູ່ ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ເຂົ້າ​ຮ່ວມ​ຊົມ​ຂອງ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການ ເມືອງ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ ຄະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງກັນ​ປະເທດ, ທີ່​ປຶກສາ​ທູດ​​ ​ສສ ຫວຽດນາມ ປະຈຳ ​ສປປ ລາວ, ແຂກ​ທີ່​ຖືກ​ເຊີນຕະຫຼອດ​ຮອດພະນັກງານ​ທະຫານ, ຕຳຫຼວດ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ​ ພິເສດ ຟ້າມ​ ແອັງ​ທົງ ໄດ້​ມີ​ຄຳ​ເຫັນ​ວ່າ: ການ​ມາ​ເຄື່ອນ​ໄຫວຂອງຄະນະ​ສິລະ​ປະກອນ​ເຫຼົ່າ​ທັບປ້ອງກັນ​ ອາກາດ-ທະຫານ​ອາກາດກອງທັບ​ປະຊາຊົນ​ຫວຽດນາມ ຄັ້ງ​ນີ້ ແມ່ນ​ເພື່ອ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນຍາກາດເບີກບານ​ມ່ວນຊື່ນ ເນື່ອງ​ໃນ​ໂອກາດ​ສະເຫຼີມສະຫຼອງປີສາມັກຄີ​ມິດຕະພາບ ລາວ-ຫວຽດນາມ 2022. ເປັນ​ວັນປະຫວັດສາດທີ່ ສຳຄັນຂອງ​ສອງ​ປະເທດ ລາວ-ຫວຽດນາມ ຄື: ວັນ​ສ້າງຕັ້ງ ສາຍ​ພົວພັນ​ການ​ທູດຄົບຮອບ 60 ປີ ( 5 ກັນຍາ 1962 ຫາ 5 ກັນຍາ 2022) ແລະວັນເຊັນສົນທິສັນຍາ ແລະ ການ​ຮ່ວມມືຮອບດ້ານຄົບ ຮອບ 45 ປີ ( 18 ກໍລະກົດ 1977 ຫາ 18 ກໍລະກົດ 2022)ການສະ ແດງຂອງຄະນະສີລະປະກອນ ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ-ທະ ຫານ​ອາກາດ ກອງທັບ​ປະຊາຊົນ​ຫວຽດນາມ ໃນ​ຄັ້ງ​ນີ້ ລວມ​ມີ: ລວມ​ມີ 2 ພາກ​ຄື: ເພື່ອ​ສັນລະເສີນ​ມູນເຊື້ອ​ອັນ​ດີງາມ ແລະ ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ​ສອງ​ຊາດ, ຄວາມ​ງາມ​ສະເພາະ​ຂອງ​ແມ່​ຍີງ​ຫວຽດນາມ ແລະ ກຳລັງ​ແຮງ​ໜຸ່ມ​ຂອງ​ນັກຮົບ; ເພື່ອ​ສັນລະເສີນ​ມູນເຊື້ອ​ການ​ຕິດ​ພັນ​ສະໜິດ​ແໜ້ນ ແລະ ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ສອງ​ກອງທັບ ເພື່ອ​ປະກອບ ສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກ ສາ ແລະ ພັດທະນາ​ປະເທດ​ຊາດ. ພາຍ​ໃຕ້​ຫົວຂໍ້“ ສາຍໃຈ ຫວຽດ-ລາວ ບໍລິສຸດ​ຜຸດ​ຜ່ອງ ລວມ​ມີ 13 ລາຍການ​ຄື: ຮ້ອງ​ປະສານ​ສຽງ​ເພງ ສາຍ​ນ້ຳ​ສາຍໃຈ; ຮ້ອງເພງ​ດ່ຽວ​ຍິງ ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ຂອງ​ລຸງ​ໂຮ່; ຮ້ອງເພງ​ດ່ຽວ​ຊາຍ ລຸງ​ໄກສອນ​ໃນ​ດວງ​ໃຈ; ບົດ​ຟ້ອນ ສີສັນ​ຫວຽດນາມ; ຮ້ອງເພງ​ໝູ່​ຍິງຕາ​ທິບ; ຮ້ອງເພງ​ຄູ່​ຍິງ-ຊາຍ ສາຍໃຈ​ຫວຽດ-ລາວ; ບົດ​ຟ້ອນ ເພື່ອນ​ຮ່ວມ​ອຸດົມ​ການ; ຮ້ອງເພງ​ດ່ຽວ​ຍິງ ຈົດໝາຍ​ເຖິງ​ອ້າຍ; ຮ້ອງເພງ​ໝູ່​ຊາຍ ທະຫານບໍ່ຢ້ານຕໍ່​ອຸປະສັກ; ສາຍສຳພັນ​ທີ່​ຍິ່ງໃຫຍ່ ລາວ- ຫວຽດນາມ; ບົດ​ຟ້ອນ ດອກ​ໄມ້​ໄຟ​ຢູ່​ໃນ​ງານ​ບຸນ; ຮ້ອງເພງ​ໝູ່​ຍິງ ເຢັນ​ສະບາຍ​ຊາວນາ; ຮ້ອງເພງ​ດ່ຽວ​ຊາຍຄວາມ​ຮັກ​ລະ ດູບານໃໝ່​ທີ່​ມີ​ສີສັນ; ຮ້ອງເພງ​ດ່ຽວ​ຍິງນ້ຳໃຈ​ແມ່​ລາວ ແລະ ຮ້ອງເພງ​ປະສານ​ບົດ​ຟ້ອນສາຍໃຈຫວຽດ-ລາວ ແລະ ຮ່າ​ໂນ້ຍ​ວຽງຈັນ. ໂດຍ: ແສງ​ເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ