ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ​ຕ້ອນຮັບ​ຄະນະ​ຊ່ຽວ​ຊານ ​ວິຊາ​ການ​ປ່ຽນ​ຖ່າຍ​ໄຂ່ຫຼັງ​ກອງທັບ​ປະຊາຊົນ​ຫວຽດນາມ
ເວລາອອກຂ່າວ: 2022-11-23 09:31:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



​ວັນ​ທີ 17 ພະຈິກ 2022 ນີ້, ສະຫາຍ ​ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າ​ກົມ​ໃຫຍ່ພະລາທິການ​ກອງທັບ ໄດ້​ໃຫ້​ກຽດຕ້ອນ ຮັບ​ຄະນະ​ຊ່ຽວຊານ​ວິຊາ​ການ​ປ່ຽນ​ຖ່າຍ​ໄຂ່ຫຼັງ​ກອງທັບ​ປະຊາຊົນ​ຫວຽດນາມ, ນຳ​ໂດຍ ສະຫາຍ ພັນ​ເອກ ຮອງ​ ສຈ ​ປອ ຫວູ ເຍິ້ດ​ດິງ ຮອງ​ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ຫວຽດນາມ, ມີ​ຄະນະ​ກົມ​ເສນາ​ຮັກ, ຫ້ອງການ, ຄະນະ​ນຳ​ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ​ເຂົ້າ​ຮ່ວມ. ໂອກາດ​ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ​ຄະນະ​ດັ່ງກ່າວ​ຢ່າງ​ອົບ​ອຸ່ນ, ເຊິ່ງ​ການ​ເດີນທາງມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ຂອງ​ຄະນະ​ໃນ​ຄັ້ງ​ນີ້, ແມ່ນ​ມີ​ຂຶ້ນ​ໃນ​ທ່າມກາງ​ບັນ ຍາກາດ​ທີ່​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ກຳລັງ​ເບີກບານ​ມ່ວນຊື່ນ​ໃນການຈັດຕັ້ງສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ​ລາວ-ຫວຽດນາມ ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ, ການ​ພົບ​ປະ ແລະ ເຮັດ​ວຽກ​ຮ່ວມ​ກັນລະຫວ່າງ ຄະນະ​ຊຽວ​ຊານ​ວິຊາ ​ການ​ປ່ຽນ​ຖ່າຍ​ໄຂ່ຫຼັງ​ຂອງ​ກອງ ທັບ​ປະຊາຊົນ​ຫວຽດນາມ ກັບ ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ໃນ​ຄັ້ງ​ນີ້, ຈະ​ເປັນ​ ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປີ່ນ​ປົວ​ສຸຂະພາບ​ຂອງ​ນາຍ, ພົນທະຫານ ແລະ ປະຊາຊົນ ທີ່​ເຂົ້າ​ມາ​ປິ່ນປົວ​ຢູ່​ໂຮງໝໍ​ຂອງ​ກອງທັບ, ພ້ອມ​ທັງ​ເປັນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນມິດຕະພາບ, ຄວາມ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ຊາດ, ສອງ​ກອງທັບ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄື​ດ້ານ​ວຽກ​ງານ​ເສນາ​ຮັກ​ແພດ​ໝໍ​ກອງທັບ​ປະຊາຊົນ​ ລາວ-ຫວຽດ ນາມ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ແລະ ແຕກ​ດອກ​ອອກ​ຜົນ​ຈະເລີນ​ກ້າວ ໜ້າ​ຍິ່ງໆ​ຂຶ້ນ. ຈຸດປະສົງ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຂອງ​ຄະນະ​ຄະນະ​ຊ່ຽວຊານ​ວິຊາ​ການປ່ຽນ​ຖ່າຍ​ໄຂ່ຫຼັງ​ກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ເຮັດ​ວຽກ​ຮ່ວມ​ກັບ​ຄະນະ​ຊ່ຽວຊານ​ວິຊາ​ການ​ໂຮງໝໍ​ສູນກາງ 130 ຂອງ​ກອງທັບ​ປະຊາຊົນ​ລາວ ໃນ​ການຈັດຕັ້ງ​ປະຕິບັດ​ແຜນການ​ຮ່ວມ​ມື​ປ່ຽນ​ຖ່າຍ​ໄຂ່ ຫຼັງ​ໃຫ້​ຄົນ​ເຈັບ​ໃຫ້​ມີ​ປະ​ສິດທິ​ຜົນ​ສູງ, ພ້ອມ​ທັງ​ເປັນ​ການ​ເສີມ​ຂະຫຍາຍ​ຄວາມ​ຮູ້, ຄວາມ​ສາມາດ​ທາງ​ດ້ານ​ວິຊາ​ສະເພາະ​ແພດ​ໝໍ​ເສນາ​ຮັກ​ຂອງ​ກອງທັບ​ໃນ​ສະ ເພາະ​ໜ້າ ແລະ ຍາວ​ນານ. ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ