ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຄື່ອນ​ຍ້າຍ​ອັດຖິ ທ່ານ ສີ​ທົນ ກົມ​ມະ​ດຳ ເຂົ້າ​ສູ່​ສຸສານ​ປະຕິວັດແຫ່ງຊາດ
ເວລາອອກຂ່າວ: 2022-11-24 09:32:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



​(​ສພຊ) ວັນ​ທີ 21 ພະຈິກ 2022 ໄດ້​ມີ​ພິທີ​ເຄື່ອນ​ຍ້າຍ​ອັດຖິ​ຂອງ​ທ່ານ ສີ​ທົນ ກົມ​ມະ​ດຳ ອະດີດ​ຮອງ​ປະທານ​ສະພາ​ປະຊາຊົນ​ສູງ​ສຸດ ຊຸດ​ທີ I ໄປ​ສະຖິດ​ໄວ້​ທີ່​ສຸສານ​ນັກຮົບ​ປະຕິວັດ​ແຫ່ງ​ຊາດ ຫຼັກ 24 ນະຄອນຫຼວງ​ວຽງ​ຈັນ ນຳ​ໂດຍ​ທ່ານ ​ປອ. ນາງ ສູນ​ທອນ ໄຊ​ຍະ​ຈັກ ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ; ມີ​ບັນດາ​ທ່ານ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ພະນັກງານ-ລັດຖະກອນ ພາຍ​ໃນ​ສະພາ​ແຫ່ງ​ຊາດ ແລະ ຍາດ​ພີ່ນ້ອງ​ເຂົ້າ​ຮ່ວມ. ທ່ານ ສີ​ທົນ ກົມ​ມະ​ດຳ ເກີດ​ເມື່ອ​ວັນ​ທີ 13 ສິງຫາ 1910 ທີ່​ບ້ານ​ທົ່ງ​ຫວາຍ, ຕາແສງ​ທົ່ງ​ຫວາຍ, ເມືອງ​ປາກ​ຊ່ອງ, ແຂວງ​ຈຳປາ​ສັກ ເປັນ​ບຸດ​ຂອງ​ເຈົ້າ​ພະຍາ​ຂອມ ກົມ​ມະ​ດຳ (ອົງ​ກົມ​ມະ​ດຳ) ແລະ ນາງ ແພງ​ສີ ກົມ​ມະດໍາ​ ເຊິ່ງ​ເປັນ​ຄອບຄົວ​ເຈົ້າ​ກົກ​ເຈົ້າເຫຼົ່າ ໃນ​ຊົນເຜົ່າ​ລະ​ເວນ (​ຢ​ຣຸ) ທີ່​ມີ​ຄວາມ​ຮັກ​ຊາດ. ເນື່ອງ​ຈາກ​ພໍ່​ຂອງ​ທ່ານ ເປັນ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ ຂອງ​ຊົນເຜົ່າ​ລະ​ເວນ ທີ່​ມີ​ນ້ຳໃຈ​ຮັກ​ຊາດ​ອັນ​ສູງ​ສົ່ງ, ສະນັ້ນ, ຕອນ​ຍັງ​ນ້ອຍ ເມື່ອ​ອາຍຸ 7 ປີ ທ່ານ​ໄດ້​ຮຽນ​ໜັງສື​ຂອມ ເປັນ​ພາສາ​ລາວ​ເທິງ ເຊິ່ງ​ແມ່ນ​ພໍ່​ຂອງ​ທ່ານ​ເປັນ​ຜູ້​ຄົ້ນ​ຄິດ​ປະດິດ​ສ້າງ​ຂຶ້ນ​ມາ​ດ້ວຍ​ຕົນ​ເອງ. ເມື່ອ​ອາຍຸ​ໄດ້ 13 ປີ ທ່ານ​ກໍ​ໄດ້​ເປັນ​ສະໝຽນ​ຂອງ​ພໍ່ ແລະ ໄດ້​ເຝິກແອບ​ວິຊາ​ປ້ອງ​ກັນ​ຕົວ. ທ່ານ​ໄດ້​ຮັບ​ການ​ສຶກ​ສາ​ອົບຮົມ​ຈາກ​ພໍ່​ແມ່ ໃຫ້​ມີ​ນ້ຳໃຈ​ຮັກ​ເຊື້ອ​ແພງ​ຊາດ, ຮັກ​ຄວາມ​ເປັນ​ທຳ, ມີ​ຈິດໃຈ​ເດັດດ່ຽວ​ອົງອາດ​ກ້າຫານ. ເມື່ອ​ອາຍຸ 18 ປີ ທ່ານ​ກໍ​ໄດ້​ເປັນ​ທະຫານ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ພໍ່. ໃນ​ພິທີ, ທ່ານ ປອ. ນາງ ສູນ​ທອນ ໄຊ​ຍະ​ຈັກ ໄດ້​ກ່າວ​ວ່າ: ຕາງໜ້າ​ໃຫ້ການ​ນຳ​ພັກ-ລັດ ກໍ​ຄື​ສະພາ​ແຫ່ງ​ຊາດ, ພະນັກງານ-ລັດຖະກອນ, ກຳລັງ​ປະກອບ​ອາວຸດ ແລະ ປວງ​ຊົນ​ລາວ​ທັງ​ຊາດ ຂໍ​ຈົດ​ຈຳ​ຄຸນງາມຄວາມດີ ແລະ ຜົນງານ​ຂອງ ​ທ່ານ ສີ​ທົນ ກົມ​ມະ​ດຳ ໄວ້​ຢ່າງ​ບໍ່​ມີ​ວັນ​ຫຼົງ​ລືມ. ຄຸນງາມຄວາມດີ​ຂອງ​ທ່ານ ຍັງ​ຝັງ​ເລິກ​ຢູ່​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ​ສະເໝີ, ວິຖີ​ຊີວິດ, ຄວາມ​ຕັ້ງໃຈ​ເດັດດ່ຽວ, ຄວາມ​ເສຍສະຫຼະ​ທີ່​ຍິ່ງ​ໃຫຍ່​ຂອງ​ທ່ານ ຈະ​ເປັນ​ບົດຮຽນ​ທີ່​ດີ ໃຫ້​ແກ່​ຄົນ​ຮຸ່ນ​ຫຼັງ ໄດ້​ເອົາ​ເປັນ​ແບບຢ່າງ​ໃນ​ການ​ດຳເນີນ​ວຽກ​ງານ​ສ້າງສາ ແລະ ພັດທະນາ​ປະເທດ​ຊາດ ໃຫ້​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ເລື້ອຍໆ. ຈາກ​ຜົນງານ ແລະ ຄຸນງາມຄວາມດີ​ຂອງ​ທ່ານ ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດຕະຫຼອດ​ໄລຍະ​ຜ່ານ​ມາ. ສະນັ້ນ, ກົມ​ການເມືອງ​ສູນ​ກາງ​ພັກ, ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຫ້ອງ​ວ່າການ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ ແລະ ລັດຖະບານຈຶ່ງ​ຕົກລົງ​ນຳ​ເອົາ​ອັດຖິ​ຂອງ​ທ່ານ ມາ​ສະຖິດ​ໄວ້​ຢູ່​ສຸສານ​ນັກຮົບ​ປະຕິວັດ​ຫຼັກ 24 ຢ່າງ​ສົມ​ກຽດ. ໂດຍ: ນາງ ກົງ​ໃຈ ແສງ​ອຳ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ