ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະ​ພັກ​ຮາກ​ຖານ​ຫ້ອງການ ທະຫານແຂວງ​ສາລະ​ວັນ ເປີດ​ກອງ​ປະຊຸມ​ກາງ​ ສະໄໝ​ທີ I
ເວລາອອກຂ່າວ: 2022-11-25 08:52:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:



ວັນ​ທີ 11 ພະ​ຈິກ 2022 ນີ້, ຄະນະ​ພັກ​ຮາກ​ຖານ​ຫ້ອງການ ທະຫານ​ແຂວງ​ສາລະ​ວັນ ເປີດກອງ​ປະຊຸມ​ກາງ​ສະໄໝ​ທີ I ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວີ​ໄລ ພີມ​ມະ​ວົງ ເລຂາ​ຄະນະ​ພັກ​ຮາກ​ຖານ​ຫົວໜ້າ​ຫ້ອງການ ​ທະຫານ​ແຂວງ ແລະ ສະຫາຍພັນ​ເອກ ສຳລີ ແກ້ວ​ວົງ​ສອງ ຮອງ​ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ມີ​ຄະນະ​ພັກ​ຮາກຖານ, ຄະນະ​ໜ່ວຍ​ພັກ ແລະ ສະມາຊິກ​ພັກ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ໄດ້ຕີ​ລາຄາ​ຜົນ​ການ​ຊີ້​ນຳນຳ​ພາຄະ​ນະ​ພັກ​ໃນ​ໄລຍະ​ຜ່ານມາ ​ມີ​ຜົນສຳເລັດ​ຢ່າງ​ຕັ້ງໜ້າ ເປັນຕົ້ນ​ແມ່ນ​ການ​ນຳພາ​ໃນ​ຂົງເຂດ​ວຽກ​ພັກ-ວຽກ​ງານ​ການ ເມືອງ, ຕີ​ລາ​ການ​ນຳພາ​ຂອງ​ຄະນະ​ພັກ ແລະ ບັນດາ​ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ເປັນ​ໜ່ວຍ​ພັກ​ແຂງ ແລະ ​ໄດ້​ຮັບ​ນາມມະຍົດ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ​ຕໍ່​ເນື່ອງ, ຕີ​ລາຄາ​ບຸກຄົນ​ສະມາຊິກ​ພັກ​ແຂງ 98% ແລະ ຍົກ​ໃຫ້​ເຫັນ​ເຖິງ​ບົດ ບາດ​ການ​ນຳພາ​ໃນ​ການເຄື່ອນໄຫວ​ເຮັດ​ໜ້າທີ່​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ສາມາດ​ຮັບປະກັນ​ເຮັດ​ໃຫ້​ຂອບ​ເຂດ​ຮັບຜິດຊອບ​ທົ່ວ​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ວຽກ​ງານ​ປັບປຸງ​ກໍ່ສ້າງ​ກຳລັງ​​ເປັນ​ອີກ​ວຽກ​ງານ​ໜຶ່ງ ທີ່​ມີ​ຜົນສຳເລັດ​ຢ່າງ​ຕັ້ງໜ້າ​ເປັນຕົ້ນ​ການ​ປັບປຸງ​​ຢ່າງ​ຕໍ່​ເນື່ອງ ແລະ ວຽກ​ງານ​ຮັບປະກັນ​ພະລາທິການ ໄດ້​ເຄື່ອນ​ໄຫວ​ຕາມ​ແຜນການ​ທີ່​ວາງ​ໄວ້​ຢ່າງ​ຕັ້ງໜ້າ​ ສາມາດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໂດຍ:ພອນ​ມະນີ ລັດສະໝີ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ