ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ປະຊຸມລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະເທດ ບັນດາ​ປະເທດ ອາ​ຊຽນ ເປີດ​ກວ້າງ ຄັ້ງ​ທີ 9
ເວລາອອກຂ່າວ: 2022-11-25 08:59:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 425 | ຄວາມນິຍົມ:



ວັນ​ທີ 23 ພະຈິກ ນີ້, ກອງ​ປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາປະເທດອາ​ຊຽນ ເປີດ​ກວ້າງ (ADMM+) ຄັ້ງ​ທີ 9 ໄດ້​ໄຂຂຶ້ນ​ຢູ່ສຽມ​ຣຽບ (Siem Reap), ປະເທດ ກຳປູເຈຍ ໂດຍ​ມີບັນດາລັດຖະມົນຕີ ກະຊວງປ້ອງ​ກັນປະເທດ ອາຊຽນ ແລະ ຜູ້ຕາງໜ້າກະຊວງ​ປ້ອງ​ກັນບັນດາປະເທດຄູ່​ຮ່ວມ​ມື ລວມ​ມີ: ອົດ​ສະ​ຕຣາ​ລີ, ​ສປ ຈີນ, ອິນ​ເດຍ, ຍີ່ປຸ່ນ, ສ.ເກົາຫລີ, ນູ​ແວນ​ເຊ​ລັງ, ຣັດ​ເຊຍ ແລະ ສ. ອາເມລິກາ. ໃນ​ໂອກາດ​ນີ້ ທ່ານ ຮຸນ ເຊນ (Hun Sen), ນາຍົກລັດຖະມົນຕີ ກຳ ປູເຈຍ ໄດ້​ກ່າວ​ເນັ້ນ​ໃສ່ 5 ປັດ​ໄຈ ເພື່ອ​ປະຕິບັດຢ່າງ​ຕັ້ງໜ້າ “ການ​ ຫັນ​ພື້ນຖານຄວາມໝັ້ນຄົງ ໃຫ້​ມີ​ຄວາມປອງ​ດອງ” ໃນ​ພາກພື້ນ. ໃນ​ນັ້ນ​ແມ່ນ: ການຊຸກຍູ້ບົດບາດ ໃຈກາງຂອງ​ອາ​ຊຽນ; ຊຸກຍູ້ໂຄງ​ສ້າງຄວາມ​ໝັ້ນຄົງພາກ​ພື້ນ​ເປີດ, ກວມ​ລວມ ແລະ ອີງໃສ່ລະບຽບກົດໝາຍ; ເພີ່ມ​ທະວີການ​ຮ່ວມ​ມືປ້ອງ​ກັນ​ຊາດ ແລະ ປ້ອງ​ກັນຄວາມ​ສະຫງົບ ຖື​ປະຊາຊົນເປັນໃຈ​ກາງ ແລະ ອີງໃສ່ຄວາມໄວ້​ເນື້ອເຊື່ອ​ໃຈ; ຊຸກຍູ້ຄວາມໝັ້ນຄົງຢ່າງຮອບດ້ານ; ຊຸກຍູ້ຄວາມ​ໝັ້ນຄົງ ເພື່ອ​ຮ່ວມ​ມືຢ່າງ​ເຂັ້ມແຂງໃນ ຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ