ນໍ້າໃຈຈາກ ສະມາຄົມນັກທຸລະກິດແຂວງວຽງຈັນ ສູ່ກອງບັນຊາການທະຫານເມືອງວຽງຄຳ
ເວລາອອກຂ່າວ: 2022-11-25 08:59:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 307 | ຄວາມນິຍົມ:
ວັນທີ 17 ພະຈິກ 2022 ນີ້, ສະມາຄົມນັກທຸລະກິດແຂວງ ວຽງຈັນ ໄດ້ນຳເອົາຫີນ-ຊາຍ, ໄມ້ແປຮູບ ແລະ ເຄື່ອງພີມເອກະສານ ມາມອບ ໃຫ້ກອງບັນຊາການທະ ຫານເມືອງວຽງຄຳ ແຂວງວຽງຈັນ ເພື່ອປະກອບສ່ວນເຂົ້າໃນການປັບປຸງກົມກອງໃຫ້ມີໂສມໜ້າອັນໃໝ່, ໃນນັ້ນ, ທ່ານ ສົມຫວັງ ກົງພັກດີ ປະກອບສ່ວນຫີນ-ຊາຍ ຈຳນວນ 2 ລົດ ມູນຄ່າ 1.300.000 ກີບ, ທ່ານ ກີມເພັດ ຂຸດຄົ້ນຫີນ-ຊາຍ ປະກອບສ່ວນຫີນ-ຊາຍ ມູນຄ່າ 2.000.000 ກີບ, ທ່ານ ສົມສະນິດ ສີຄຳແພງ ຫົວໜ້າບໍລິສັດລາວ ອົດຊີ ປະ ກອບ ສ່ວນໄມ້ແປຮູບຈຳນວນ 2 ຄີວ ມູນຄ່າ 6.400.000 ກີບ ແລະ ທ່ານ ສົມພານ ວັນລະດີ ມອບເຄື່ອງພີມເອກະສານ 1 ໜ່ວຍ ມູນຄ່າ 5.000.000 ກີບ.
ກ່າວຮັບເຄື່ອງດັ່ງກ່າວໂດຍສະຫາຍ ພັນໂທ ວົງສາ ພີມມະວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງວຽງຄຳ ພ້ອມ ດ້ວຍຄະນະ ພ້ອມທັງໄດ້ຕາງໜ້າ ຄະນະພັກ-ຄະນະບັນຊາກົມກອງ ກ່າວສະແດງຄວາມຂອບໃຈຕໍ່ສະມາຄົມນັກທຸລະກິດ ແຂວງວຽງຈັນ ທີ່ໄດ້ແບ່ງປັນນ້ຳໃຈໃຫ້ ການຊ່ວຍເຫຼືອທາງດ້ານວັດຖຸປັດໄຈແກ່ກອງບັນຊາການທະ ຫານເມືອງວຽງຄຳຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳ ຄັນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືການປັບປຸງພັດທະນາກອງບັນຊາການ, ໂດຍສະເພາະປະ ກອບສ່ວນເຂົ້າໃນການກໍ່ສ້າງສະໂມສອນຂອງກົມກອງ, ພ້ອມທັງກ່າວຢືນຢັນວ່າ: ຈະນຳໃຊ້ວັດຖຸດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ແລະ ອວຍພອນໃຫ້ແຕ່ລະສະຫາຍ ປະສົບຜົນສຳເລັດໃນການດຳເນີນທຸລະກິດ, ມີຄວາມຈະເລີນກ້າວໜ້າ ແລະ ເຕີບໃຫຍ່ ຂະຫຍາຍຕົວຂຶ້ນເລື້ອຍໆ, ຈາກ ນັ້ນ, ກໍໄດ້ມອບໃບກຽດຕິຄຸນໃຫ້ ບັນດານັກທຸລະກິດ ທີ່ໄດ້ປະກອບ ສ່ວນອຸປະຖຳໃນຄັ້ງນີ້ອີກດ້ວຍ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ