ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

10 ເດືອນ​ຜ່ານ​ມາ ພະ​ແນກ​ຜະລິດ ​ວຕກ ສ້າງ​ລາຍ​ຮັບ​ໄດ້ 332 ລ້ານ​ກວ່າ​ກີບ
ເວລາອອກຂ່າວ: 2022-11-25 09:00:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ການ​ຜະລິດ​ກະສິກຳ ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ໃນ​ການ​ຮັບປະກັນ​ລ້ຽງ​ດູ​ທັບ ພາຍ​ໃຕ້​ຄຳ​ຂວັນ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ເພື່ອ​ສະໜອງ​ສະບຽງ​ອາຫານ​ເຂົ້າ​ເຮືອນຄົວ​ລວມ ແລະ ຂາຍ​ອອກ​ຮັບ​ໃຊ້​ສັງຄົມ, ພ້ອມ​ທັງ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະ ນັກງານ-ນັກຮົບ​ໃນ​ກົມ​ກອງ​ໃຫ້​ສາມາດ​ກຸ້ມ​ຕົນ​ເອງ, ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ​ເທື່ອ​ລະ​ກ້າວ, ສຳລັບຢູ່​ ວິທະຍາຄານ​ເຕັກນິກ​ການທະ ຫານ (ວຕກ), ຄະນະ​ພັກ-ຄະ ນະອຳນວຍການວິທະຍາຄານ ໄດ້​ຊີ້​ນຳ​ພະແນກ​ການ​ທີ່​ກ່ຽວ ຂ້ອງ​ສຸມ​ໃສ່​ຜະລິດ​ກະສິກຳ ຕາມ​ເງື່ອນໄຂ ແລະ ທ່າແຮງ​ບົ່ມ​ຊ້ອມ​ຂອງ​ກົມ​ກອງ ເຊິ່ງ​ສາມາດ​ສ້າງ​ລາຍ​ຮັບ​ໄດ້​ສູງສົມຄວນ. ສະຫາຍ ພັນ​ໂທ ສິ​ພອນ ມາ​ ຫາ​ວົງ ຫົວໜ້າ​ພະ​ແນກ​ຜະລິດ​ກະສິກຳ ຫ້ອງ​ພະລາທິການວິທະ ຍາຄານ​ເຕັກນິກ​ການ​ທະຫານ ໄດ້​ຊີ້​ແຈງ​ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຄະນະ​ພັກ-ຄະນະ​ອຳນວຍການວິທະຍາຄານ ໃຫ້​ປະຢັດ​ມັດທະຍັດ​ລາຍ​ຈ່າຍ ແລະ ຫັນ​ມາສູ່​ການ​ກຸ້ມ​ຕົນ​ເອງ​ໃຫ້​ຫຼາຍ​ຂຶ້ນ, ​ພະ​ແນກ​ຜະລິດ ໄດ້ປຶກສາ​ຫາລື ແລະ ມີ​ຄວາມ​ເປັນ​ເອກະ​ ພາບ​ກັນໃນ​ການ​ປູກ​ຝັງ-ລ້ຽງ ສັດ, ໂດຍ​ໄດ້​ໝູນ​ໃຊ້​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ພະນັກງານ​ວິຊາ​ການ​ແຕ່​ລະ​ດ້ານ ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ, ເຊິ່ງ​ປັດຈຸບັນ, ພະ​ແນກ​ຜະລິດ​ກະສິກຳ ​ວຕກ ມີ​ຈຳນວນ​ພົນ​ທັງ​ໝົດ 30 ສະຫາຍ, ແບ່ງ​ອອກ​ເປັນ 3 ພາກສ່ວນຄື: ພາກສ່ວນ​ຮັບຜິດຊອບ​ປູກຝັງ, ພາກສ່ວນ​ຮັບຜິດຊອບ​ລ້ຽງສັດ ແລະ ພາກສ່ວນ​ຜະລິດ-ບໍລິການ​ນ້ຳ​ດື່ມ, ໄດ້​ປຸກລະດົມ​ຊຸກຍູ້​ພະ ນັກງານ​ວິຊາ​ການ​ແຕ່​ລະ​ພາກ ສ່ວນໃຫ້​ເປັນ​ເຈົ້າ​ການ​ປະຕິບັດ​ໜ້າ​ວຽກ​ຕາມ​ຂົງເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງເປັນຂະ​ ບວນ​ຟົດຟື້ນ ແລະ ໄດ້​ຮັບ​ໝາກ ຜົນ​ສູງ, ສະແດງ​ອອກ​ໃນ​ໄລຍະ​ເດືອນ ມັງກອນຫາຕຸລາປີ 2022 ນີ້, ສາມາດ​ເກັບ​ກູ້​ພືດ​ຜັກ​ຊະນິດ​ຕ່າງໆ​ໄດ້ 25.900 ກິ​ໂລກຣາມ ຄິດ​ເປັນ​ເງິນ 51 ລ້ານ​ກວ່າ​ກີບ, ລ້ຽງ​ໝູ​ພັນ​ຊີ້ນ 42 ໂຕ ເປັນ​ເງິນ 121 ລ້ານ​ກວ່າ​ກີບ, ຂາຍປາ​ 1 ໂຕນ​ກວ່າ ເປັນ​ເງິນ 27 ລ້ານ ​ກວ່າ​ກີບ, ຂາຍ​ນົກ​ກະທາ 5.476 ໂຕ ​ເປັນ​ເງິນ 31 ລ້ານ​ກວ່າ​ກີບ, ຂາຍ​ເປັດ+ໄກ່ 664 ກິ​ໂລ ກຣາມ ເປັນ​ເງິນ 24 ລ້ານ​ກວ່າ​ກີບ, ບໍລິການ​ຂາຍ​ນ້ຳ​ດື່ມ​ຕຸກ​ໃຫຍ່ 15.046 ຕຸກ ເປັນ​ເງິນ 49 ລ້ານ​ກວ່າ​ກີບ, ຕຸກ​ນ້ອຍ 391 ແກັດ ເປັນ​ເງິນ 11 ລ້ານ​ກວ່າ​ກີບ, ສາມາດ​ສ້າງ​ລາຍຮັບ​ ຈາກ​ການ​ປູກຝັງ-ລ້ຽງສັດ ແລະ ການ​ບໍລິການ​ຕ່າງໆ​ໄດ້​ທັງ​ໝົດ 332 ລ້ານ​ກວ່າ​ກີບ. ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ ​ໄດ້​ໝູນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງສະຖານ​ ທີ່ຄ້າຍ​ຄູ​ໃຫ້​ແໜ້ນໜາ​ຖາວອນ ແລະ ໃຊ້​ເປັນ​ທຶນ​ໃນ​ການ​ຜະລິດ​ກະສິກຳ​ໃນຕໍ່ໜ້າ. ສຳລັບ​ແຜນການ​ໃນຕໍ່ໜ້າ​ນີ້,​ພະ​ແນກ​ຜະລິດ​ກະສິກຳ ຫ້ອງ​ພະລາທິການ ​ວຕກ ຈະ​ສຸມ​ໃສ່​ປູກ​ຜັກ​ຕາມ​ລະດູ​ການ, ລ້ຽງ​ໝູ, ເປັດ, ໄກ່, ນົກ​ກະທາ ແລະ ຈຳ ໜ່າຍ​ປາ​ທີ່​ມີ​ຢູ່​ແລ້ວ, ພ້ອມ​ທັງ​ ປັບປຸງ​ໂຮງງານ​ຜະລິດນ້ຳດື່ມ ແລະ ສະຖານທີ່​ທຳ​ການ​ຜະລິດ​ໃຫ້​ແໜ້ນໜາ​ຖາວອນ ເພື່ອ​ຮັບ ປະກັນ​ໃຫ້​ແກ່​ການ​ຜະລິດ​ກະສິກຳ​ໄດ້​ຮັບ​ໝາກຜົນ​ສູງ​ກວ່າ​ເກົ່າ. ໂດຍ: ນ.ໄຂ​ຄຳ ພົມ​ມະ​ສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ