ຮັບປະກັນຄຸ້ມຄອງທັບ-ລ້ຽງດູທັບໃນລະດັບທີ່ແນ່ນອນ
ເວລາອອກຂ່າວ: 2022-11-28 09:40:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:
ວຽກງານພະລາທິການແມ່ນວຽກງານໜຶ່ງທີ່ສຳຄັນເປັນເສນາທິການໃຫ້ແກ່ກົມກອງໃນການຮັບປະກັນທາງດ້ານຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ບໍ່ວ່າການກິນຢູ່, ການນຸ່ງ ຫົ່ມ, ຮັບປະກັນເງິນເດືອນ, ເງິນ ກິນ, ວຽກງານເສນາຮັກ, ວຽກ ງານກໍ່ສ້າງເຄຫະສະຖານ, ວຽກ ງານນໍ້າມັນເຊື້ອໄຟ ລວມໄປເຖິງການ ປັບປຸງກໍ່ສ້າງພັດທະນາກົມກອງ ໃຫ້ແໜ້ນໜາຖາວອນ ເປັນລະບົບລະບຽບຮຽບຮ້ອຍ ແລະ ການສ້າງເສດຖະກິດແກ້ໄຂຊີວິດການ ເປັນຢູ່ດ້ວຍການເພີ່ມພູນຜະລິດ ຜົນປູກຝັງ-ລ້ຽງສັດ, ເບິ່ງແຍງຮັກສາສຸຂະພາບຂອງ ນາຍ ແລະ ພົນທະຫານ ທັງໝົດເຫຼົ່ານັ້ນ ເພື່ອຮັບປະກັນໃຫ້ແກ່ການກຽມພ້ອມປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ຂັ້ນເທິງມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ. ໃນນີ້ ເວົ້າສະເພາະຢູ່ໂຮງງານຜະລິດ-ປະກອບ ແລະ ສ້ອມແປງອຸປະ ກອນສື່ສານ 209, ຄະນະພັກ-ຄະນະອຳນວຍການໄດ້ສຸມໃສ່ເຮັດວຽກງານຮັບປະກັນດ້ານພະລາທິການກັບທີ່ ເຊິ່ງແມ່ນຄວາມຈຳເປັນຕົ້ນຕໍໃຫ້ແກ່ການລ້ຽງດູກຳລັງ ແລະ ເພື່ອປັບປຸງກໍ່ສ້າງພື້ນຖານໂຄງລ່າງຄ້າຍຄູໃຫ້ມີຄວາມແໜ້ນໜາຖາວອນ ຍົກລະດັບຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີ ຂຶ້ນຕາມທິດ: ເພິ່ງຕົນເອງ, ກຸ້ມ ຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ.
ສະຫາຍ ພັນຕີ ສອນໄຊ ດວງພະຈັນ ຫົວໜ້າພະແນກພະລາທິການ ໂຮງງານຜະລິດ- ປະກອບ ແລະ ສ້ອມແປງອຸປະ ກອນສື່ສານ 209 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດນຳ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງກົມໃຫຍ່ພະລາທິການກອງ ທັບວາງອອກນັ້ນ, ໄລຍະຜ່ານ ມາກໍຄືປັດຈຸບັນຄະນະພັກ-ຄະ ນະອຳນວຍກາຍ, ພະນັກງານວິຊາ ສະເພາະທີ່ກ່ຽວຂ້ອງໄດ້ເອົາ ໃຈໃສ່ຊີ້ນຳພະນັກງານ-ນັກຮົບພາຍໃນກົມກອງປະຕິບັດວຽກ ງານຮັບປະກັນພະລາທິການກັບທີ່ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບຢ່າງ ເປັນຂະບວນການຟົດຟື້ນກວ້າງ ຂວາງ ເປັນຕົ້ນແມ່ນວຽກງານ 4 ປູກ 4 ລ້ຽງ. ໃນນີ້ ຄະນະພັກ- ຄະນະບັນຊາແຕ່ລະຂັ້ນໄດ້ເອົາ ໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ- ນັກຮົບ ເຫັນໄດ້ເຖິງຄວາມໝາຍ ຄວາມສຳຄັນຂອງວຽກງານດັ່ງ ກ່າວພ້ອມກັນຈັດຕັ້ງຜັນຂະ ຫຍາຍເຂົ້າໃນຊີວິດປະຈຳວັນ ດ້ວຍຄວາມຮັບຜິດຊອບສູງ, ສະແດງອອກໃນໜຶ່ງປີຜ່ານມາກົມກອງສາມາດປູກຜັກຕາມລະດູການເກັບກູ້ໄດ້ 7.920 ກິໂລກຣາມ, ລ້ຽງໝູ, ແບ້, ລ້ຽງສັດປີກ, ລ້ຽງກົບ, ລ້ຽງປາດຸກ ພັນ ແລະ ອື່ນໆ ສ້າງລາຍຮັບໄດ້ທັງ ໝົດ 74 ລ້ານກວ່າກີບ.
ນອກຈາກນີ້, ກົມກອງໄດ້ຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງກົມກອງ ໃນການ ຂຸດຄົ້ນທ່າແຮງດ້ານຕ່າງໆ ເພື່ອກໍ່ສ້າງພື້ນຖານໂຄງລ່າງຄ້າຍຄູ ໃຫ້ແໜ້ນໜາຖາວອນ ໂດຍສະ ເພາະແມ່ນລະບົບເສັ້ນທາງໃນ ກົມກອງ ແລະ ລະບົບນ້ຳໃຊ້ເຊັ່ນ: ໄດ້ສ້ອມແປງລະບົບໄຟຟ້າ, ນ້ຳບາດານ, ນ້ຳປະປາ ແລະ ຫ້ອງການ, ເຮືອນນອນ, ເຮືອນຄົວດ້ວຍງົບ ປະມານຂອງກົມກອງລວມມູນຄ່າ 16 ລ້ານກວ່າກີບ.
ສະຫາຍ ພັນຕີ ສອນໄຊ ດວງ ພະຈັນ ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າຄະນະພັກ-ຄະນະອຳນວຍການ ໂຮງງານຜະລິດ-ປະກອບ ແລະ ສ້ອມ ແປງອຸປະກອນສື່ສານ 209 ຈະໄດ້ສຶບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການກອງທັບວາງອອກ ດ້ວຍການເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມໃສ່ຂຸດຄົ້ນທ່າ ແຮງບົ່ມຊ້ອນທີ່ມີພາຍໃນກົມກອງ ເພື່ອທຳການຜະລິດແກ້ໄຂຊີວິດການເປັນຢູ່, ໄປຄຽງຄູ່ກັບເອົາໃຈໃສ່ສືບຕໍ່ວຽກງານຜະລິດແກ້ໄຂ້ຊີວິດການເປັນຢູ່ພາຍໃນກົມກອງ ດ້ວຍການຍູ້ແຮງການຜະລິດປູກພືດຕາມລະດູການຕໍ່ເນື່ອງໃຫ້ບັນລຸຕາມຄາດໝາຍ ເພື່ອສະໜອງເຂົ້າເຮືອນຄົວລວມ ແລະ ສົ່ງຂາຍທາງນອກ, ສືບຕໍ່ຊຸກຍູ້ບັນດາພະແນກ, ຂະແໜງ ແລະ ອົງການຈັດຕັ້ງມະຫາຊົນ ລ້ຽງສັດປະເພດຕ່າງໆ ຕາມເງື່ອນໄຂຕົວຈິງ ເພື່ອສະໜອງຊີ້ນເຂົ້າເຮືອນຄົວລວມ ແລະ ຂາຍແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບຢູ່ພາຍໃນໂຮງ ງານໃຫ້ບັນລຸຕົວເລກຄາດໝາຍ ແຕ່ 50% - 70%, ສູ້ຊົນລ້ຽງນົກກະທາໃຫ້ໄດ້ 3-4 ພັນໂຕ, ລ້ຽງກົບໃຫ້ ໄດ້ 5.000-10.000 ໂຕ, ລ້ຽງສັດປີກປະເພດຕ່າງໆ ໃນນີ້ ອົງການຈັດຕັ້ງມະຫາຊົນໃຫ້ໄດ້ ໜ່ວຍລະ 100-150 ໂຕຕໍ່ປີ ແລະ ບຸກຄົນໃຫ້ໄດ້ 15-20 ໂຕຕໍ່ຄົນຕໍ່ ປີ. ສຶບຕໍ່ເອົາໃຈໃສ່ປັບປຸງກໍ່ສ້າງສະຖານທີ່ຄ້າຍຄູໃຫ້ແໜ້ນໜາຖາວອນເພື່ອຮັບປະກັນໃຫ້ກົມກອງເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ໂດຍ: ຄຳອ້າຍ ທອງວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ