ປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານລະບາດວິທະຍາ ໄລຍະສັ້ນ ຄັ້ງທີ I
ເວລາອອກຂ່າວ: 2022-11-29 08:50:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:
ວັນທີ 24 ພະຈິກ 2022, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ປີດຊຸດອົບຮົມ ຄວາມຮູ້ພື້ນຖານດ້ານລະບາດວິທະຍາ ໄລຍະສັ້ນ ຄັ້ງທີ I ໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ລຳມະນີ ທຳມະວົງ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຄຳມ່ວນ, ມີ ຄະນະພັກ-ຄະນະບັນຊາ ພະແນກເສນາຮັກ, ພະນັກງານຄູເຝິກ, ນັກ
ເຝິກອົບຮົມທີ່ມາຈາກແຂວງຄຳມ່ວນ, ໄຊສົມບູນ, ບໍລິຄຳໄຊ, ວຽງ
ຈັນ, ນະຄອນຫຼວງວຽງຈັນ, ກອງ
ພົນທີ 1, ກອງພັນໃຫຍ່ 497, ວິ
ທະຍາຄານກົມມະດຳ, ໂຮງໝໍສູນ
ກາງ 103 ກອງທັບ ແລະ ສະຖາ
ບັນອະນາໄມກັນພະຍາດ ແລະ ສົ່ງ
ເສີມສຸຂະພາບກອງທັບ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ຄອງມະນີ
ຄຳຜອງບຸດດີ ຫົວໜ້າຂະແໜງເຝົ້າລະວັງພະຍາດ ສະຖາບັນອາ
ນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຜ່ານບົດ
ສະຫຼຸບຂອງການຈັດຕັ້ງປະຕິບັດອົບຮົມໄລຍະສັ້ນ ກ່ຽວກັບຄວາມຮູ້ພື້ນຖານດ້ານການລະບາດວິ ທະຍາໃຫ້ພະນັກງານ-ວິຊາການ
ທີ່ລາຍງານຂໍ້ມູນ 18 ພະຍາດ-
ອາການພາຍໃຕ້ການເຝົ້າລະວັງຢູ່ຖັນແຖວກອງທັບ ໃນນີ້, ໄດ້ຮຽນ
ຮູ້ກ່ຽວກັບບົດນຳເຂົ້າສູ່ລະບາດວິທະຍາ, ຫຼັກການລວມຂອງລະ ບົບເຝົ້າລະວັງ, ລະບົບເຝົ້າລະວັງພະຍາດໃນ ສປປ ລາວ, ບົດບາດ ແລະ ໜ້າທີ່ຂອງພະນັກງານເຝົ້າລະວັງໃນແຕ່ລະຂັ້ນ, ນິຍາມກໍ ລະນີ 18 ອາການ-ພະຍາດ ພາຍໃຕ້ລະບົບເຝົ້າລະວັງແຫ່ງຊາດ, 7 ບາດກ້າວໃນການສອບສວນການລະບາດ ແລະ ວິທີຂຽນບົດລາຍງານການສອບສວນການລະບາດ, ຜ່ານການຮຽນຮູ້ຕົວຈິງເຫັນໄດ້ວ່າພະນັກງານ - ວິຊາສະເພາະ ທີ່ເຂົ້າຮ່ວມອົບຮົມໄດ້ພ້ອມກັນເອົາໃຈໃສ່ໃນການເກັບກຳເອົາຄວາມຮູ້ໃນຄັ້ງນີ້ ເພື່ອນຳ ໄປຈັດຕັ້ງປະຕິບັດຕາມໜ້າທີ່ວິຊາສະເພາະຢູ່ກົມກອງ ຢ່າງມີປະສິດ ທິຜົນສູງ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ