ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ ແຂວງ​ອັດ​ຕະ​ປື​ ສຳເລັດ​ການ​ເກັບ​ກ່ຽວ​ເຂົ້ານາ​ປີ
ເວລາອອກຂ່າວ: 2022-11-30 08:38:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339637007 | ຄວາມນິຍົມ:



ເມື່ອ​ບໍ່​ດົນ​ມາ​ນີ້, ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ອັດ​ຕະ​ປື ໄດ້​ຈັດ​ຕັ້ງ​ນຳພາ​ພະນັກງານ-ນັກຮົບ​ສຸມ​ໃສ່​ການ​ເກັບ​ກ່ຽວເຂົ້ານາ​ປີ​ໃນ​ເນື້ອ​ທ່ີ 6,7 ເຮັກຕາ ສຳເລັດ​ຕາມ​ແຜນການ ແລະ ຄາດໝາຍ​ທີ່​ໄດ້​ກຳນົດ​ໄວ້ ໂດຍ​ພາຍ​ໃຕ້​ການ ຊີ້ນຳ-ນຳພາ​ຂອງ ສະຫາຍ ພັນ​ໂທບຸນ​ຈັນ ແກ້ວ​ມະ​ໄລ​ສອນເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ. ສະຫາຍ ພັນ​ຕີ ໄຊຊະນະ ໄຊ​ຍະ​ທ່ອນ ຫົວໜ້າ​ພະລາທິການ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ໄດ້​ໃຫ້​ຮູ້​ວ່າ: ໂດຍ​ປະຕິບັດ​ຕາມ 4 ໜ້າ​ທີ່ໃຫຍ່ 26 ແຜນ​ງານ​ຂອງ ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ແລະ ທິດນຳ ຂອງ​ກົມ​ໃຫຍ່ພະລາທິການ​ກອງທັບ ກໍຄື​ຫ້ອງ​ພະລາທິການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື ໃຫ້​ປະກົດ​ຜົນ​ເປັນ​ຈິງນັ້ນ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ໄດ້​ເອົາໃຈໃສ່​ຕໍ່​ວຽກ​ງານ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ເປັນ​ປັດ​ໄຈ​ໜຶ່ງ​ທີ່​ສຳຄັນ, ບົນຈິດໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະອຳນວຍ​ກົມ​ກອງ ໄດ້​ເອົາໃຈໃສ່​ໃນ​ການຈັດຕັ້ງ​ປະຕິບັດໜ້າທີ່​ວຽກ​ງານ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ ພ້ອມ​ກັນ​ທຸ່ມເທ​ເຫື່ອແຮງ, ສະຕິ​ປັນ​ຍາ​ເຂົ້າ​ຮ່ວມ​ຂະ​ບວນ​ການທຳ​ການ​ຜະລິດ​ປູກຝັງ-ລ້ຽງສັດ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ​ກວ້າງຂວາງ ແລະ ຕໍ່​ເນື່ອງ. ໂດຍສະເພາະ​ແມ່ນ​ສຸມ​ໃສ່ການ​ເກັບ​ກ່ຽວ​ເຂົ້ານາ​ປີ​ໃຫ້​ທ່ວງ​ທັນ​ກັບ​ ລະດູ​ການ. ໃນ​ປີ 2022 ໂຮງຮຽນ​ໄດ້​ຈັດ​ຕັ້ງເຮັດ​ນາປີ ໃນ​ເນື້ອ​ທີ່ 6,7 ເຮັກຕາ​ຜົນ​ຜະລິດ​ໄດ້ 9,45 ໂຕນ. ສະຫາຍ ພັນ​ຕີ ໄຊຊະນະ ໄຊ​ຍະ​ທ່ອນ ໃຫ້​ຮູ້​ຕື່ມ​ວ່າ: ພາຍຫຼັງ​ສຳເລັດ​ການ​ເກັບ​ກ່ຽວ​ເຂົ້ານາ​ປີ, ກົມ​ກອງ​ຈະ​ສືບຕໍ່​ສຸມ​ໃສ່​ການ​ປູກ​ພືດ​ລະດູແລ້ງ ທັງ​ນີ້​ກໍເພື່ອ​ສ້າງ​ໃຫ້​ກົມ​ກອງ​ມີ​ຄວາມ​ເຂັ້ມແຂງ, ສາມາດ​ກຸ້ມ​ຕົນ​ເອງ​ທາງ​ດ້ານສະ ບຽງ​ອາຫານ ແລະ ສະໜອງເປັນ​ ສິນຄ້າ​ ສ້າງລາຍຮັບໃຫ້ແກ່​ກົມ​ກອງ ທັງ​ເປັນ​ການ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໂດຍ: ຄຳ​ສິງ ດວງ​ພະ​ບາງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ