
ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ສຳເລັດການເກັບກ່ຽວເຂົ້ານາປີ
ເວລາອອກຂ່າວ: 2022-11-30 08:38:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339636999 | ຄວາມນິຍົມ:
ເມື່ອບໍ່ດົນມານີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງອັດຕະປື ໄດ້ຈັດຕັ້ງນຳພາພະນັກງານ-ນັກຮົບສຸມໃສ່ການເກັບກ່ຽວເຂົ້ານາປີໃນເນື້ອທ່ີ 6,7 ເຮັກຕາ ສຳເລັດຕາມແຜນການ ແລະ ຄາດໝາຍທີ່ໄດ້ກຳນົດໄວ້ ໂດຍພາຍໃຕ້ການ
ຊີ້ນຳ-ນຳພາຂອງ ສະຫາຍ ພັນໂທບຸນຈັນ ແກ້ວມະໄລສອນເລຂາຄະນະພັກຮາກຖານ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນ.
ສະຫາຍ ພັນຕີ ໄຊຊະນະ ໄຊຍະທ່ອນ ຫົວໜ້າພະລາທິການໂຮງຮຽນການທະຫານທ້ອງຖິ່ນໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ
ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ທິດນຳ ຂອງກົມໃຫຍ່ພະລາທິການກອງທັບ ກໍຄືຫ້ອງພະລາທິການກອງບັນຊາການທະຫານແຂວງອັດຕະປື
ໃຫ້ປະກົດຜົນເປັນຈິງນັ້ນ, ຄະນະພັກ-ຄະນະອຳນວຍການໂຮງຮຽນ ໄດ້ເອົາໃຈໃສ່ຕໍ່ວຽກງານແກ້ໄຂຊີວິດການເປັນຢູ່ເປັນປັດໄຈໜຶ່ງທີ່ສຳຄັນ, ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະອຳນວຍກົມກອງ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວຢ່າງຕັ້ງໜ້າ ພ້ອມກັນທຸ່ມເທເຫື່ອແຮງ, ສະຕິປັນຍາເຂົ້າຮ່ວມຂະບວນການທຳການຜະລິດປູກຝັງ-ລ້ຽງສັດຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ ແລະ ຕໍ່ເນື່ອງ. ໂດຍສະເພາະແມ່ນສຸມໃສ່ການເກັບກ່ຽວເຂົ້ານາປີໃຫ້ທ່ວງທັນກັບ
ລະດູການ. ໃນປີ 2022 ໂຮງຮຽນໄດ້ຈັດຕັ້ງເຮັດນາປີ ໃນເນື້ອທີ່ 6,7 ເຮັກຕາຜົນຜະລິດໄດ້ 9,45 ໂຕນ.
ສະຫາຍ ພັນຕີ ໄຊຊະນະ ໄຊຍະທ່ອນ ໃຫ້ຮູ້ຕື່ມວ່າ: ພາຍຫຼັງສຳເລັດການເກັບກ່ຽວເຂົ້ານາປີ, ກົມກອງຈະສືບຕໍ່ສຸມໃສ່ການປູກພືດລະດູແລ້ງ ທັງນີ້ກໍເພື່ອສ້າງໃຫ້ກົມກອງມີຄວາມເຂັ້ມແຂງ, ສາມາດກຸ້ມຕົນເອງທາງດ້ານສະ ບຽງອາຫານ ແລະ ສະໜອງເປັນ ສິນຄ້າ ສ້າງລາຍຮັບໃຫ້ແກ່ກົມກອງ ທັງເປັນການຍົກສູງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ.
ໂດຍ: ຄຳສິງ ດວງພະບາງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ