
ມອບເຄື່ອງກິລາໃຫ້ຫ້ອງການເມືອງ ກອງພົນທີ 1
ເວລາອອກຂ່າວ: 2022-12-01 09:02:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339636703 | ຄວາມນິຍົມ:
ວັນທີ 28 ພະຈິກ 2022 ນີ້, ສະຫາຍ ສົມພັນ ກາດອຸດົມ ຮອງປະທານບໍລິສັດລາວເຮັງໆ ນຳເຂົ້າ-ສົ່ງອອກ ແລະ ຮ້ານຄ້າປອດພາສີ ພ້ອມຄະນະ ໄດ້ນຳເອົາເຄື່ອງກິລາຈຳນວນ 40 ຊຸດ ລວມມູນຄ່າ 2 ລ້ານກວ່າກີບ ມອບໃຫ້ຫ້ອງການເມືອງ ກອງພົນທີ 1 ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານລວມຂອງກົມກອງ ເວົ້າລວມ, ເວົ້າສະເພາະ ວຽກງານຂະບວນການກິລາ ທັງເປັນການຂ່ຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ ແລະ ວັນສ້າງຕັ້ງ ກອງພົນທີ 1 ຄົບຮອບ 38 ປີ ທີ່ຈະມາເຖິງນີ້
ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ, ໂດຍກ່າວຮັບຂອງ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າຫ້ອງການເມືອງ ກອງພົນທີ
1 ພ້ອມຄະນະ.
ໂອກາດດັ່ງກ່າວ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ສະຫາຍ ສົມພັນ ກາດອຸດົມ ພ້ອມຄະນະ ທີ່ໄດ້ນຳເອົາເຄື່ອງກິລາມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເຂົ້າໃນວຽກງານຂະບວນການແຂ່ງຂັນກິລາ ທີ່ກອງພົນທີ 1 ຈັດຂຶ້ນໃນທຸກໆປີ, ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ບໍລິສັດລາວເຮັງໆ ນຳເຂົ້າ-ສົ່ງອອກ ແລະ ຮ້ານຄ້າປອດພາສີ ແລະ ຫ້ອງການເມືອງ ກອງພົນທີ 1 ໃຫ້ນັບມື້ແໜ້ນແຟ້ນຍິ່ງໆ
ຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ