
ຮັບປະກັນການຕິດສື່ສານໃຫ້ແກ່ການຊ້ອມຮົບຮ່ວມ ລາວ-ຣັດເຊຍ
ເວລາອອກຂ່າວ: 2022-12-01 09:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:
ສະຫາຍ ພັນໂທ ດອນສະ ຫວັນ ບົວຄຳພັນ ຮອງຫົວໜ້າພະ ແນກເສນາທິການກົມສື່ສານ, ອະນຸກຳມະການວຽກງານສື່ ສານພາກສະໜາມ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄຳສັ່ງຈາກກົມໃຫຍ່ເສນາທິການກອງທັບ ກ່ຽວກັບການກະກຽມທາງດ້ານກຳລັງ ແລະ ພາຫະນະເຂົ້າໃນການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ-2022” ນີ້, ຄະນະພວກເຮົາ ໄດ້ຮີບຮ້ອນຈັດຕັ້ງທາງດ້ານກຳລັງ, ພາຫະນະອຸປະກອນສື່ສານ ແລະ ຄັດເລືອກເອົາພະນັກງານ-ນັກ ຮົບ ຜູ້ທີ່ມີຄວາມຮູ້-ຄວາມສາ ມາດ ທີ່ຊຳນິຊຳນານໃນການນຳໃຊ້ອຸປະກອນສື່ສານ ແລະ ໄດ້ກະ ກຽມບັນດາອຸປະກອນສື່ສານທີ່ແທດເໝາະກັບພູມີປະເທດຕົວຈິງ ແລະ ເໝາະສົມກັບການຊ້ອມຮົບໃນຄັ້ງນີ້, ພາຍຫຼັງສຳເລັດການ ກະກຽມທຸກດ້ານແລ້ວ, ກໍໄດ້ຈັດ ຕັ້ງຊາບຊຶມ ແລະ ໄດ້ມອບໝາຍ ໜ້າທີ່ໃຫ້ແຕ່ລະພາກສ່ວນ, ພ້ອມ ທັງໄດ້ເຝິກອົບຮົມການນຳໃຊ້ ອຸປະກອນສື່ສານໃຫ້ນັກວິຊາສະ ເພາະນຳໃຊ້ຢ່າງຊຳນິຊຳນານ, ຫຼັງຈາກນັ້ນພວກເຮົາໄດ້ເຄື່ອນທັບຈາກນະຄອນຫຼວງວຽງຈັນມາສູ່ສະໜາມຫັດແອບຕົວຈິງ ຕາມຄວາມມຸ່ງປະສົງຂອງຂັ້ນເທິງ ແລະ ສາມາດຮັບປະກັນໄດ້ຄວາມປອດໄພໄດ້100%.
ໃນນັ້ນ, ພວກເຮົາໄດ້ຈັດຕັ້ງເປັນລະບົບສື່ສານໂດຍໄດ້ຈັດຕັ້ງສູນບັນຊາສື່ສານຂຶ້ນຢູ່ທີ່ສູນບັນຊາຊ້ອມຮົບ, ສຳລັບວຽກງານຮັບປະກັນດ້ານວຽກງານສື່ສານເທື່ອນີ້ ໄດ້ຈັດຕັ້ງຢູ່ໃນ 3 ທາງຕິດຕໍ່ຄື: ຕິດຕໍ່ດ້ວຍໂຟນີ(ວິທະຍຸຄື່ນສັ້ນ) ແມ່ນໃຊ້ເຂົ້າໃນການຕິດຕໍ່ກັບຮູບແຖວສູ້ຮົບ ກຳລັງທີ່ເຂົ້າຮ່ວມ, ຮັບປະກັນຕິດຕໍ່ທາງດ້ານໂທລະສັບ ທາງສາຍພາກສະໜາມສຳເລັດຕາມແຜນການ, ຮັບປະກັນການຕິດຕໍ່ທາງດ້ານອິນເຕີເນັດ ທາງດ້ານສາຍສົ່ງ ເພື່ອຮັບປະກັນການຕິດຕໍ່ທາງດ້ານລົດຕັງ, ຮັບປະກັນຕິດຕໍ່ໃຫ້ຝ່າຍຣັດເຊຍ ຕາມຄວາມມຸ່ງປະສົງຂອງຜູ້ບັນຊາ. ພາຍຫຼັງຕິດຕັ້ງລະບົບຕິດຕໍ່ສື່ສານແລ້ວ ພວກເຮົາກໍໄດ້ປະຕິບັດຢ່າງເຂັ້ມງວດໃນການນຳໃຊ້ລະບົບສື່ສານແຕ່ລະຊະນິດໃຫ້ສາມາດຮັບປະກັນໄດ້ທັນເວລາ, ຊັດເຈນຕາມຄາດໝາຍທີ່ກຳນົດໄວ້ ພາຍຫຼັງຈັດຕັ້ງສຳເລັດ ກໍໄດ້ທົດລອງນຳໃຊ້ປະຕິບັດໃນການຫັດແອບແຕ່ລະວັນໃຫ້ຊຳນານງານ, ເຊິ່ງພວກເຮົາສາມາດເຫັນໄດ້ບັນຫາທີ່ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນ ການນຳໃຊ້ວິທະຍຸສື່ສານຈາກລົດຕັງ, ເຊິ່ງພວກເຮົາຍັງພົບຂໍ້ຫຍຸ້ງຍາກ ຍ້ອນວ່າພວກເຮົາບໍ່ທັນມີວິທະຍຸທີ່ສາມາດຕິດຕໍ່ກັບລະບົບຕິດລົດ, ດັ່ງນັ້ນພວກເຮົາຈຶ່ງໄດ້ໝູນໃຊ້ທຸກວິທີ, ຊອກຫາວິທີການ ແລະ ໃນທີ່ສຸດສາມາດແກ້ໄຂໄດ້.
ພາຍຫຼັງຈັດຕັ້ງເປັນລະບົບ ແລະ ສາມາດຖອດຖອນໄດ້ບັນດາ ບົດຮຽນ ໃນການຈັດຕັ້ງຮັບປະ ກັນເທື່ອນີ້, ມາເຖິງປັດຈຸບັນໃນການຈັດວາງພາຫະນະສື່ສານຕາມພູມີປະເທດທີ່ເປີດແປນພວກເຮົາໄດ້ຈັດຕັ້ງໃນການແຊມ ກາຍເປັນລະບົບ, ເປັນຕົ້ນພາກ ສ່ວນໂທລະສັບທາງສາຍລວດ ໄດ້ແຊມກາຍດ້ວຍການຝັງດິນ, ບ່ອນທີ່ມີປ່າໄມ້ພວກເຮົາໄດ້ເອົາຂຶ້ນຈຸດສູງເພື່ອໃຫ້ຫຼີກລ່ຽງຈາກການທຳລາຍຈາກລະເບີດຝ່າຍສັດຕູ ແລະ ກຸ່ມຄົນບໍ່ດີ. ທາງ ດ້ານການຕິດຕໍ່ທາງດ້ານເຕັກ ໂນໂລຊີຂໍ້ມູນຂ່າວສານໄດ້ສົມທົບກັບ ບໍລິສັດຢູນິເທວ, ບໍລິສັດເບດເທເລຄົມ ເພື່ອຮັບ ປະກັນທາງດ້ານອິນເຕີເນັດໃຫ້ສູນບັນຊາ ທັງສອງກຳລັງ ລາວ-ຣັດເຊຍ ສາມາດຮັບປະກັນໄດ້ 100%.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ