ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ຄຳ​ມ່ວນ ເຊື່ອມ​ຊຶມ​ນິຕິ​ກຳ​ ການ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ
ເວລາອອກຂ່າວ: 2022-12-01 09:09:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 866 | ຄວາມນິຍົມ:



ວັນ​ທີ 29 ພະຈິກ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຈັດ​ກອງ​ປະຊຸມ​ເຊື່ອມ​ຊຶມ​ນິຕິ​ກຳ​ການ​ກະກຽມ​ດຳເນີນ ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ສົມ​ແຄນ ອັບປະສອນ ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ມີ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ພັກ​ອົງການ 5 ຫ້ອງ, ເລຂາ, ຮອງ​ເລຂາ​ຮາກ​ຖານ​ພັກ ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ກຳມະການ​ຄະນະ​ພັກ​ກອງ​ບັນຊາ​ການ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ ກອງ​ບັນຊາ​ການ​ທະ ຫານ​ແຂວງ ວ່າ​ດ້ວຍ ການ​ກະກຽມ​ທາບ​ທາມ ແລະ ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ, ຄຳ​ສັ່ງ​ແນະນຳ ວ່າ​ດ້ວຍ​ການ​ກະກຽມ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ ແລະ ແຜນການ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ວ່າ​ດ້ວຍ ການ​ລົງ​ເຄື່ອນ​ໄຫວ​ທາບ​ທາມ​ດຳເນີນ​ຊີວິດ​ການເມືອງ​ທ້າຍ​ສະ ໄໝ ແລະ ດຳເນີນ​ກອງ​ປະຊຸມ​ໃຫຍ່​ ຂອງ​ຄະນະ​ພັກ​ຮາກ​ຖານ ແລະ ໜ່ວຍ​ພັກ​ຮາກ​ຖານປີ 2023. ຈຸດປະສົງກໍເພື່ອ​ແນໃສ່ເຮັດ​ໃຫ້ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ​ຖືກຕ້ອງ​ຕາມ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI ແລະ ບົດແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ຮັບປະກັນ​ຄວາມ​ເປັນເອກ​ກະ​ພາບ ໃນ​ທົ່ວ​ກຳລັງ​ປະກອບ​ອາວຸດ ທັງ​ເປັນ​ບັ້ນ​ດຳເນີນ​ຊີວິດ​ການເມືອງ​ປັບປຸງ​ປົວແປງ​ພັກ, ດຳເນີນ​ການ​ສຳ​ຫຼວດ​ກວດກາຕີ​ລາຄາ​ຜົນສຳເລັດ​ການ​ນຳພາ​ລວມ​ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ, ປັບປຸງ​ແບບແຜນ​ການ​ນຳພາ ແລະ ວິທີ​ເຮັດ​ວຽກ​ໃນ​ຊຸມ​ປີ​ຕໍ່ໜ້າ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ, ປັບປຸງ​ບູລະນະ​ລະບົບ​ການຈັດຕັ້ງ​ພັກ ໃຫ້​ມີ​ຄວາມ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ, ສາມາດ​ນຳພາ​ກົມ​ກອງ​ປະຕິບັດ​ໜ້າທີ່​ການເມືອງ​ໃຫ້​ມີ​ຜົນສຳເລັດ, ທັງ​ເປັນ​ການ​ສະຫຼຸບ​ຕີ​ລາຄາ​ຄືນ​ໝາກຜົນ​ແຫ່ງ​ການຈັດຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ທີ່​ຄະນະ​ພັກ​ຂັ້ນ​ຕົນ​ວາງ​ອອກ, ຊອກ​ໃຫ້​ເຫັນ​ຜົນສຳເລັດ, ຈຸດ​ດີ, ຈຸດ​ອອ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້ ພ້ອມ​ທັງ​ກຳນົດ​ເອົາ​ທິດ​ທາງ​ແຜນການ​ນຳພາ​ໃນ​ຊຸມ​ປີ​ຕໍ່ໜ້າ, ສະຫຼຸບ​ສັງ​ລວມ​ບັນດາ​ຂໍ້​ມູນ​ການ​ນຳພາ-ຊີ້​ນຳ ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ ເປັນ​ບ່ອນ​ອີງ​ໃຫ້​ແກ່​ການຈັດຕັ້ງ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VI ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ທີ່​ຈະ​ໄຂ​ຂຶ້ນ​ໃນ​ປີ 2024 ແລະ ເພື່ອ​ເປັນ​ການ​ກຳນົດ​ຈັດ​ແບ່ງ​ວັນ, ເວລາທາບ​ທາມ​ແຕ່​ລະ​ຮອບ, ດຳເນີນ​ຊີວິດ​ການເມືອງ​ທ້າຍ​ສະໄໝ, ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ບັນດາ​ຮາກ​ຖານ​ພັກ​ທົ່ວ​ທະຫານ​ແຂວງ ໃຫ້​ສຳເລັດ​ຕາມ​ກຳນົດ​ເວລາທີ່​ກົມ​ໃຫຍ່​ການເມືອງ​ກອງທັບ​ກຳນົດ​ໄວ້ ພ້ອມ​ທັງ​ກຳນົດ​ຈັດ​ແບ່ງ​ບັນດາ​ສະຫາຍ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຂົ້າ​ຮ່ວມ​ເປັນ​ປະທານ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ຮາກ​ຖານ​ພັກ ໃຫ້​ຖືກຕ້ອງ​ຕາມ​ພາລະ​ບົດບາດ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ