ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນໍາກະຊວງປ້ອງກັນເທດເຊັນປື້ມໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ຈຽງເຈີມິ່ງ
ເວລາອອກຂ່າວ: 2022-12-04 06:53:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ວັນທີ 3 ທັນວາ 2022ນີ້, ທີ່ສະຖານ ທູດຈີນ ປະຈໍາລາວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງ ສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດພ້ອມດ້ວຍຄະນະໄດ້ວາງພວງມາລາ ແລະ ເຂົ້າເຊັນປື້ມໄວ້ອາໄລເຖິງດວງວິນຍານຂອງສະຫາຍຈຽງເຈີມິ່ງ ອະດີດເລຂາທິການໃຫຍ່, ອາດີດປະທານປະທດແຫ່ງ ສປ ຈີນ, ອາດີດປະທານກໍາມະທິການການທະຫານສູນກາງກອງທັບປົດປ່ອຍຈີນ. ເນື່້ອໃນປື້ມໄວ້ໄລໄດ້ລະບຸວ່າ:ພວກຂ້າພະເຂົ້າມີຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງທີ່ໄດ້ຮູ້ຂ່າວຄາວວ່າສະຫາຍຈຽງເຈີມິ່ງ ອະດີດເລຂາທິການໃຫຍ່, ອາດີດປະທານປະທດແຫ່ງ ສປ ຈີນ, ອາດີດປະທານກໍາມະທິການການທະຫານສູນກາງກອງທັບປົດປ່ອຍຈີນ.ໄດ້ເຖິງແກ່ມໍລະນະກໍາໃນວັນທີ 30 ພະຈິກ 2022 ໃນເວລາ 12: 13 ໂມງ ເຊິ່ງເປັນສູນເສ່ຍຄັ້ງຍິ່ງໃຫຍ່ຂອງຜູ້ນໍາທີ່ແສນຄົບລົບຮັກຂອງປະຊາຊົນຈີນກໍຄືປະຊາຊົນລາວໃນນາມ ກະຊວງປ້ອງກັນປະເທດກໍຄືນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວ ແລະ ໃນນາມສວນຕົວ,ຂໍໄວ້ອາໄລຢ່າງສຸດຊື້ງ ແລະ ປັນຄວາມທຸກໂສກ ຕໍ່ການຈາກໄປ ສະຫາຍຈຽງເຈີມິ່ງ ອະດີດເລຂາທິການໃຫຍ່, ອາດີດປະທານປະທດແຫ່ງ ສປ ຈີນ, ອາດີດປະທານກໍາມະທິການການທະຫານສູນກາງກອງທັບປົດປ່ອຍຈີນ, ຕະຫຼອດໄລຍະຜ່ານມາສະຫາຍຍັງໄດ້ປະກອບສວນສໍ່າຄັນ ຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ສປຈີນ. ຂໍໃຫ້ດວງວິນຍານຂອງສະຫາຍ ຈຽງເຈີມິ່ງ ຈົ່ງໄປສູ່ສຸຂະຕິ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ