ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປາຖະກະຖາ​ວັນຊາດ ແລະ ວັນ​ຄ້າຍ​ວັນ​ເກີດ​ ປະທານ​ ໄກສອນ ​ພົມວິຫານ
ເວລາອອກຂ່າວ: 2022-12-05 08:33:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 181 | ຄວາມນິຍົມ:



ວັນ​ທີ 1 ທັນວາ 2022 ນີ້, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ຕັ້ງ​ປາຖະກະຖາ​ວັນ​ສ້າງຕັ້ງ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຄົບຮອບ 47 ປີ ແລະ ວັນ​ຄ້າຍ​ວັນ​ເກີດ​ປະທານ​ໄກສອນ ພົມວິຫານ ຄົບຮອບ 102 ປີ​ຂຶ້ນ, ໂດຍ​ການ​ເປັນ​ປະທານ ແລະ ປາຖະກະຖາ​ຂອງ ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ບັນດາ​ສະຫາຍ​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ​ໃຫຍ່, ຫ້ອງ​ວ່າການ, ກົມ, ກອງອ້ອມ​ຂ້າງ​ກະຊວງ​ປ້ອງ​ກັນ​ປະ ເທດ, ກົມ​ກອງ​ເຂດ​ໃຈກາງ ແລະ ພະນັກງານ-ນັກຮົບ​ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພົນຕີ ສອນ​ທອງ ພົມ​ລາ​ວົງ ໄດ້​ຫວນ​ຄືນມູນເຊື້ອ ແລະ ຄວາມ​ໝາຍ​ສຳຄັນ​ຂອງ​ວັນຊາດ ທີ 2 ທັນວາ. ເຊິ່ງ ​ເປັນມູນເຊື້ອ​ທີ່​ມີປະຫວັດສາດ​ອັນຍາວນານ​ຫຼາຍ​ພັນປີ, ມີ​ມູນເຊື້ອທີ່​ສະຫງ່າ​ອົງອາດແຫ່ງ​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານຂອງ​ສັດຕູ​ຈາກພາຍນອກ ແລະ ສ້າງສາ​ພັດທະນາ ໂດຍ​ສືບ​ທອດ​ມູນເຊື້ອ​ອັນອົງອາດ​ຂອງ​ບັນພະບຸລຸດ​ດັ່ງກ່າວ​ນັ້ນ, ປະຊາຊົນ​ລາວ​ບັນດາເຜົ່າພາຍໃຕ້ການນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ສາມັກຄີ​ກັນ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຕ້ານ​ການ​ຮຸກ​ຮານ ແລະ ການ​ຄອບ​ຄອງ​ຂອງ​ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ທັງ​ແບບ​ເກົ່າ ແລະ ແບບ​ໃໝ່ ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ຢ່າງ​ມີ​ໄຊ, ສະຖາປະນາ​ຂຶ້ນເປັນ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຢ່າງ​ສະຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2 ທັນວາ 1975 ເຊິ່ງ​ໄດ້​ກາຍເປັນ​ວັນທີ່​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ທົ່ວ​ພັກ, ທົ່ວ​ລັດ ແລະ ທົ່ວ​ປວງ​ຊົນ​ລາວ ແມ່ນ​ວັນ​ແຫ່ງ​ໄຊຊະນະ​ອັນ​ຍິ່ງໃຫຍ່ໃນປະຫວັດສາດ​ແຫ່ງການຕໍ່ສູ້​ເປັນ​ພັນໆ​ປີ​ຂອງ​ຊາດລາວເຮົາ; ແມ່ນ​ວັນ​ທີ​່ປະຊາຊົນລາວບັນດາເຜົ່າ​ໄດ້​ມີ​ອິດສະຫຼະພາບ ແລະ ໄດ້​ເປັນ​ເຈົ້າ​ຂອງ​ປະເທດ​ຊາດ​ຢ່າງ​ແທ້​ຈິງ; ແມ່ນ​ວັນ​ທີ່​ປະເທດ​ລາວ​ໄດ້​ມີ​ເອກະລາດ​ຢ່າງ​ສົມບູນ ແລະ ມີ​ອະທິປະ​ໄຕ​ຢ່າງ​ຄົບ​ຖ້ວນ, ມີ​ທີ່​ຕັ້ງ​ອັນ​ສົມກຽດ ແລະ ມີ​ຖານະ​ເທົ່າ​ທຽມ​ ກັບ​ປະເທດອື່ນໆໃນ​ເວທີ​ປະຊາ​ຄົມ​ໂລກ. ພ້ອມ​ທັງໄດ້​ຍົກ​ໃຫ້​ເຫັນຜົນງານ, ຄຸນງາມຄວາມດີ, ຊີວິດ ແລະ ການເຄື່ອນໄຫວ​ຂອງ​ປະທານ ​ໄກສອນ​ ພົມວິຫານ ແມ່ນ​ນັກ​ຮັກ​ຊາດ​ຜູ້​ຍິ່ງ​ໃຫຍ່, ແມ່ນ​ລູກ​ຜູ້​ປະເສີດ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ, ແມ່ນ​ນັກ​ປະຕິວັດ​ຜູ້​ດີເລີດ, ເພິ່ນ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ການ​ປະຕິວັດ​ລາວ ທີ່​ມີ​ຄວາມ​ປີ​ຊາ​ສາມາດ, ມີ​ຄວາມ​ສະຫຼາດ​ຫຼັກແຫຼມ, ມີ​ໄຫວ​ພິບ​ອັນ​ແຫຼມ​ຄົມ ແລະ ມີ​ນ້ຳໃຈ​ຕໍ່ສູ້​ເດັດດ່ຽວ​ໜຽວ​ແໜ້ນ, ເປັນ​ຜູ້ນຳ​ທີ່ ແສນ​ເຄົາລົບ​ຮັກ​ຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນ​ວິລະ​ບູ​ລຸດ​ຂອງ​ຊາດ​ລາວ​ເຮົາ. ໂອກາດ​ນີ້, ສະຫາຍ ພົນ​ຕີ ສອນ​ທອງ ພົມ​ລາ​ວົງ ຍັງ​ໄດ້​ເນັ້ນ​ໃຫ້​ຄະນະ​ພັກ​ແຕ່​ລະ​ຂັ້ນ​ເພີ່ມ​ທະວີ​ວຽກ​ໂຄສະນາ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ​ໃຫ້​ແກ່ ພະນັກງານ, ສະມາຊິກ​ພັກ ແລະ ປະຊາຊົນ​ບັນດາເຜົ່າ​ໃຫ້​ເຊີດ​ຊູນ້ຳໃຈ​ຮັກ​ຊາດ, ເອກະລາດ, ເປັນ​ເຈົ້າ​ຕົນ ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ເພື່ອ​ສ້າງ​ປະເທດ​ຊາດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມແຂງ ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມ​ສາມັກຄີ​ປອງ​ດອງ, ຍຸຕິ​ທຳ ແລະ ສີວິໄລ, ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຂອງ​ພວກ​ຄົນ​ບໍ່​ດີທີ່​ສວຍ​ໃຊ້​ຄວາມ​ຫຍຸ້ງຍາກ​ທາງ​ດ້ານເສດຖະກິດ-ການ​ເງິນ ແລະ ບັນຫາ​ຢາ​ເສບ​ຕິດ ເພື່ອ​ມ້າງເພ​ຄວາມ​ສາມັກຄີ​ພາຍ​ໃນ​ປະເທດ​ເຮົາ​ຮັບປະກັນການ​ປົກ​ປັກ​ຮັກສາ ແລະ ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ພາຍ​ໃນ​ສັງຄົມ​ໃຫ້​ໜັກ​ແໜ້ນ​ຍິ່ງໆ​ຂຶ້ນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ