ຫ້ອງການກອງບັນຊາການທະຫານແຂວງອັດຕະປື ສະຫຼຸບວຽກງານ ປະຈຳປີ 2022
ເວລາອອກຂ່າວ: 2022-12-05 08:36:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:
ວັນທີ 30 ພະຈິກ 2022 ນີ້, ຫ້ອງການກອງບັນຊາການທະ
ຫານແຂວງອັດຕະປື ສະຫຼຸບວຽກງານປະຈຳປີ 2022 ແລະ ວາງທິດ
ທາງແຜນການ ປີ 2023 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຈັນ ສີຫາວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອັດຕະປື ມີບັນດາ
ຄະນະຫ້ອງ, ຄະນະພັກຮາກຖານ,
ຕະຫຼອດຮອດພະນັກງານຫຼັກ
ແຫຼ່ງເຂົ້າຮ່ວມ.
ໃນໄລຍະຜ່ານມາ ພະນັກ
ງານ-ນັກຮົບ ສາມາດສ້າງໄດ້ຜົນງານຫຼາຍດ້ານ ໂດຍສະເພາະວຽກ
ງານວິຊາສະເພາະຂອງຕົນ, ຜົນ
ສຳເລັດດັ່ງກ່າວແມ່ນຍ້ອນຄວາມໃກ້ຊິດຕິດແທດຂອງຂັ້ນເທິງ ກໍຄືພະນັກງານຂັ້ນນຳພາ-ບັນຊາ ໄດ້ເອົາໃຈໃສລົງຕິດຕາມ, ກວດກາການປະຕິບັດວຽກງານຂອງ ພະນັກງານ-ນັກຮົບ ໃນເເຕ່ລະພະ
ເເນກທີ່ຂຶ້ນກັບ ໂດຍສະເພາະສະ
ມາຊິກພັກເປັນເເບບຢ່າງທີ່ດີ, ໃນການປະຕິບັດຂໍ້ກຳນົດ ກົດລະ
ບຽບຂອງພັກ, ກົດໝາຍຂອງລັດ,
ເຊື່ອໝັ້ນຕໍ່ການນຳພາຂອງພັກ,
ມີເເນວຄິດການເມືອງໜັກແໜ້ນ
ສາມາດເຮັດສຳເລັດວຽກງານ
ທີ່ຂັ້ນເທິງມອບໝາຍໃຫ້, ພະນັກ
ງານ-ສະມາຊິພັກມີຄວາມຫ້າວ
ຫັນຕໍ່ໜ້າທີ່ວຽກງານຂອງຕົນ.
ສະຫາຍ ພັນເອກ ບຸນຈັນ
ສີຫາວົງ ໄດ້ໂອ້ລົມສະແດງຄວາມ
ຍ້ອງຍໍຊົມເຊີຍຕໍ່ສະມາຊິກພັກ,
ພະນັກງານ-ນັກຮົບ ທີ່ສາມາດ
ສ້າງໄດ້ຜົນສຳເລັດຫຼາຍດ້ານ,
ພ້ອມຮຽກຮ້ອງເຖິງ ພະນັກງານ-
ນັກຮົບ ຕ້ອງເອົາໃຈໃສ່ເຝິກຝົນ
ຕົນເອງ ເພື່ອໃຫ້ກາຍເປັນພະນັກ
ງານທີ່ດີເດັ່ນໃນຕໍ່ໜ້າ.
ໂດຍ: ແສງຫຼ້າ ກຸວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ