ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍ​ບໍລິເວນ 107 ສະຫຼຸບ​ການ​ສ້າງ​ນັກຮົບ ແລະ​ ກອງ​ວັດທະນະທຳ
ເວລາອອກຂ່າວ: 2022-12-06 09:05:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນ​ວັນ​ທີ 28 ພະຈິກ 2022 ນີ້, ໂຮງໝໍ​ບໍລິເວນ 107 ໄດ້​ສະຫຼຸບ​ການ​ສ້າງ​ນັກຮົບ ແລະ ກົມ​ກອງ​ວັດທະນະທຳ ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພັນ​ເອກ ຕິ​ເບດ ສີແພງຄູນ ຫົວໜ້າ​ຫ້ອງ​ການເມືອງ ​ກົມ​ໃຫຍ່​ພະລາທິການ​ກອງ ທັບ, ມີ​ ສະຫາຍ ພັນ​ເອກ ໄພ​ວັນ ຈັນທະ​ສຸກ ອຳນວຍ​ການ​ໂຮງໝໍ​ບໍລິເວນ 107, ມີ​ຄະນະ​ພັກ-ຄະນະ​ອຳນາດການ, ບັນດາ​ຄະນະ​ໜ່ວຍ​ພັກ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຍຸ​ຄອນ ຜາ​ລີ​ເພັງ ຫົວໜ້າ​ການເມືອງ ​ໂຮງໝໍ​ບໍລິເວນ 107 ໄດ້​ລາຍ​ງານ​ຜົນ​ໄດ້​ຮັບ​ໃນ​ການ​ສ້າງ​ນັກຮົບ ແລະ​ ກອງ​ວັດທະນະທຳ​ໃນ​ໄລຍະ​ຜ່ານ ​ມາ ນັບ​ແຕ່​ມື້​ປະກາດ​ຮັບຮອງ​ໂຮງໝໍ​ບໍລິເວນ 107 ເປັນ​ກອງ​ວັດທະນະທຳ ​ຄັ້ງ​ທີ I ຈົນ​ເຖິງ​ປັດຈຸບັນ ໂດຍ​ອີງໃສ່ 5 ມາດຖານ​ຂອງ​ການຈັດຕັ້ງ​ວຽກ​ງານ​ວັດທະນະທຳ, ​ໄດ້​ຍົກ​ສູງ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ວິຊາ​ສະເພາະ-ເຕັກນິກ​ການ​ແພດ ເຊິ່ງ​ສະແດງ​ຄື: ໃນ​ປີ 2022 ນີ້​ ມີ​ຄົນ​ເຈັບ​ເຂົ້າ​ມາ​ໃຊ້​ບໍລິການ​ທັງ​ໝົດ 58.723 ເທື່ອ​ຄົນ. ໃນ​ນັ້ນ​, ມີ​ຄົນ​ເຈັບ​ກວດ 35.038 ເທື່ອ​ຄົນ, ເຂົ້າ​ນອນ​ປິ່ນປົວ 23.685 ເທື່ອ​ຄົນ, ຄົນ​ເຈັບ​ມີ​ປະກັນ​ຕົນ, ຄູ່​ສົມລົດ ແລະ ​ລູກ 13.053 ເທື່ອ​ຄົນ, ຜ່າຕັດ​ສະໝອງ 2 ກໍລະນີ, ຜ່າຕັດ​ໃຫຍ່ 324 ກໍລະນີ, ຜ່າຕັດ​ກາງ 215 ກໍລະນີ, ຜ່າຕັດ​ນ້ອຍ 849 ກໍລະນີ, ຜ່າຕັດ​ຜ່ານ​ທໍ່ 3 ກໍລະນີ, ດ້ານ​ວຽກ​ງານ​ພະລາທິການ ​ຮັບປະກັນ​ຮັບ​ໃຊ້​ສະພາບ​ສຸກ​ເສີນ, ພື້ນຖານ​ວັດຖຸ​ອຸປະໂພກ-ບໍລິໂພກ, ພາຫະນະ​ເຕັກນິກ, ນ້ຳມັນ​ເຊື້ອ​ໄຟ​ຮັບປະກັນ​ໄດ້100%, ວຽກ​ງານ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ຮ່າງ ໄດ້​ຕໍ່​ເຕີມ​ຫ້ອງການ​ພະ ​ແນກ​ຊຶມ​ເຊື້ອ, ຂັ້ນ​ຫ້ອງການ​ຂະແໜງ​ສ້ອມແປງ​ເຄື່ອງມື​ການ​ແພດ ແລະ ເທ​ເບຕົງ​ທາງ​ຂຶ້ນ​ປະຕູໂຂງ​ໃຫຍ່ ລວມ​ມູນ​ຄ່າ 108.118.000 ກີບ ​ສຳເລັດ 100% ດ້ວຍ​ທຶນ​ຂອງ​ກົມ​ກອງ. ນອກ​ນັ້ນ, ​ກໍຍັງ​ມີ​ພື້ນຖານ​ໂຄງ​ຮ່າງ​ທີ່​ກຳລັງ​ສືບຕໍ່​ປັບປຸງ​ເປັນຕົ້ນ​ແມ່ນ​ຫ້ອງ​ມູນເຊື້ອ ແລະ ​ເຄື່ອງ​ດົນຕີ​ເອ​ເລັກ​ໂທນ, ຜ່ານ​ການ​ຕີ​ລາຄາ​ປະ​ເມີນ​ຜົນ​ສາ​ມາ​ຄັດ​ເລືອກ​ນັກຮົບ​ວັດທະນະທຳ​ໄດ້ 340 ສະຫາຍ. ໂດຍ: ນາງ ສຸ​ລິ​ຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ