
47 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ເວລາອອກຂ່າວ: 2022-12-06 09:14:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1565 | ຄວາມນິຍົມ:
(ຕໍ່ຈາກສະບັບກ່ອນ)
ການທ່ອງທ່ຽວພົບຄວາມຫຍຸ້ງ ຍາກ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຮັດໃຫ້ການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກ ແລະ ບໍ່ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາປະເທດໄດ້ຕາມແຜນທີ່ວາງໄວ້. ເລີ່ມແຕ່ເດືອນ ພຶດສະພາ ປີ 2022 ປະຕິບັດຕາມມາດຕະການເປີດປະເທດມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວບັນລຸ1.681.000 ເທື່ອຄົນ.
(4) ວຽກງານແຮງງານ- ສະຫວັດດີການສັງຄົມ: ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ລັດຖະບານໄດ້ເພີ່ມຄ່າແຮງງານຂຶ້ນໃຫ້ຜູ້ອອກແຮງງານ ໃຫ້ຖືກກັບ
ສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ເອົາໃຈໃສ່ສ້າງບັນດານິຕິກຳ ເປັນຕົ້ນ ກົດໝາຍ ວ່າດ້ວຍປະກັນສັງຄົມ, ດຳລັດ ວ່າດ້ວຍການສ້າງ ແລະ ພັດທະນາສີມືແຮງງານ, ດຳລັດ ວ່າດ້ວຍການສົງເຄາະ, ດຳລັດ ວ່າດ້ວຍ ກອງທຶນປະກັນ ແລະ ຄຸ້ມຄອງໄພພິບັດ, ປັບປຸງດຳລັດ ວ່າດ້ວຍ ການປົກປ້ອງ ແລະ ສິດ
ຜົນປະໂຫຍດຂອງຄົນພິການກົດໝາຍ ວ່າດ້ວຍ ການຄຸ້ມຄອງແຮງງານ, ກົດໝາຍ ວ່າດ້ວຍການຈັດຫາງານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງ
ງານ. ໄດ້ປັບປຸງ ແລະ ກໍ່ສ້າງສູນພັດທະນາສີມືແຮງງານໃນຂອບເຂດທົ່ວປະເທດ, ໃນທົ່ວປະເທດມີສູນພັດທະນາສີມືແຮງງານ ແລະ ສູນວິຊາຊີບ ທັງໝົດ 153 ແຫ່ງ, ຮອດປີ 2020 ສາມາດພັດທະນາສີມືແຮງງານໄດ້ທັງໝົດ 409.107 ຄົນ, ຍິງ 19.793 ຄົນ ເທົ່າກັບ 62,17%, ສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານຢູ່ພາຍ ໃນ ແລະ ຕ່າງປະເທດໄດ້ທັງໝົດ 553.674 ຄົນ, ຍິງ 240.749 ຄົນ ເທົ່າກັບ 77,31%, ໃນປີ 2021 ການເຝິກສີມືແຮງງານໄດ້ ທັງໝົດ 12.305 ຄົນ ລື່ນແຜນ 53,8 1%, ສາມາດສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 7.167 ຄົນ ເທົ່າກັບ 25,59% ຂອງແຜນການ, ຂະຫຍາຍອັດຕາປົກຄຸມປະກັນສັງຄົມໄດ້ 27.907 ຄົນ ເທົ່າກັບ 89% ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໄດ້ 692 ທ່ານ ເທົ່າກັບ 22,7% ຂອງແຜນການ, ເປັນເງິນ 15,26 ຕື້ກີບ ເທົ່າກັບ 19,51% ຂອງແຜນການ, ເກັບກູ້ລະເບີດບໍ່ທັນແຕກອອກຈາກ ເນື້ອທີ່ການຜະລິດ ແລະ ເຂດຊຸມຊົນ,
ເຂດຈຸດສຸມເສດຖະກິດໄດ້ປະມານ 1.699,21 ເຮັກຕາ ເທົ່າກັບ26,7%, ແລະ ມີຜູ້ໄດ້ຮັບເຄາະຮ້າຍຈາອຸບັດຕິເຫດລະເບີດບໍ່ທັນແຕກຕົກຄ້າງ ຈຳນວນ 25 ຄົນ ແລະ ສາມາດລະດົມ ແລະ ຮັບບໍລິຈາກເລືອດ ໄດ້ປະມານ 44.157 ຖົງ ເທົ່າກັບ 68,56%. ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານຕໍ່ຜູ້ປະກັນຕົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ 9 ເດືອນປີ 2021, ມີ 719 ບໍລິສັດຫົວໜ່ວຍແຮງງານມີຜູ້ປະກັນຕົນໄດ້ຮັບນະໂຍບາຍ 36.025 ເທື່ອຄົນ ເປັນເງິນທັງໝົດ 28.930 ລ້ານກີບ. ມາຮອດປັດຈຸບັນ, ໄດ້ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ທັງ ໝົດ 867 ບໍລິສັດ
ຫົວໜ່ວຍແຮງງານ, ມີຜູ້ອອກແຮງງານ 48.966 ເທື່ອຄົນ, ເປັນເງິນທັງໝົດ 42.187 ລ້ານກີບ. ການສ້າງວຽກເຮັດງານທຳ, ການຈັດຫາງານ ນັບແຕ່ເດືອນ
ມີນາ 2020 ເປັນຕົ້ນມາ, ມີຜູ້ອອກແຮງງານພາຍໃນໄດ້ຮັບຜົນກະທົບທັງໝົດ 74.104 ເທື່ອຄົນໃນຈຳນວນ 1.141 ບໍລິສັດ ແລະ ໄດ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານທັງໝົດ 67,74 ຕື້ກີບ; ສະເພາະ 6 ເດືອນຕົ້ນປີ 2022, ມີຜູ້ໄດ້ຮັບເງິນນະໂຍບາຍອຸດໜູນວ່າງງານ 18.965 ເທື່ອຄົນ ເປັນເງິນ 21,28 ຕື້ກີບ. ສຳລັບແຮງງານລາວ ທີ່ກັບຄືນປະເທດມີທັງໝົດ 243.095 ຄົນ; ສະເພາະ 6 ເດືອນຕົ້ນປີນີ້, ມີ 21.218 ຄົນ. ໃນນັ້ນ, ແຮງງານທີ່ໄປຖືກຕ້ອງຕາມບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍ ມີ 83.322 ຄົນ ແລະ ບໍ່ຖືກຕ້ອງ 159.773 ຄົນ; ໄດ້ສ້າງສູນຊ່ວຍເຫຼືອສຸກເສີນຢູ່ຂັ້ນສູນກາງ ແລະ ແນະນຳໃຫ້ຂະແໜງແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງ, ຂອງເມືອງໃນການຂຶ້ນທະບຽນ ເພື່ອຈັດເຂົ້າສູ່ຕຳແໜ່ງງານພາຍໃນ ແລະ ຈັດຕັ້ງການເຝິກຝີມືແຮງງານ ເພື່ອເຂົ້າສູ່ຕຳ
ແໜ່ງງານ ແລະ ປະກອບອາຊີບອິດສະຫຼະ ເຊິ່ງສາມາດຈັດຫາວຽກເຮັດງານທຳໄດ້ທັງໝົດ 13.802 ຄົນ ແລະ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດໄດ້ 13.361 ຄົນ
(5) ວຽກງານນິຕິບັນຍັດ: ນັບແຕ່ມື້ສ້າງຕັ້ງສະພາປະຊາຊົນ ສູງສຸດ ໃນວັນທີ 2 ທັນວາ 1975 ໃນເມື່ອກ່ອນ ກໍຄືສະພາແຫ່ງ ຊາດໃນປັດຈຸບັນ ແລະ ສະພາປະ
ຊາຊົນຂັ້ນແຂວງ ໃນຖານະເປັນຕົວແທນສິດຜົນປະໂຫຍດຂອງປະຊາຊົນ ໄດ້ມີບົດບາດພົ້ນເດັ່ນກວ່າເກົ່າໃນການເຄື່ອນໄຫວຄົ້ນຄວ້າ ແລະ ຕົກລົງບັນຫາສຳ
ຄັນຕົວຈິງຂອງຊາດ ກໍຄື ທ້ອງຖິ່ນຕາມພາລະບົດບາດຂອງຕົນ. ອົງການບໍລິຫານລັດໄດ້ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງເສດຖະກິດ-ສັງຄົມ ສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດຕາມກົດໝາຍ ແລະ ເປັນການຈັດຕັ້ງປະຕິບັດຕົວຈິງທີ່ສອດຄ່ອງກັບເປົ້າໝາຍສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ປີ 2022 ມີກົດໝາຍທີ່ປະກາດໃຊ້ທັງໝົດ 169 ສະບັບ, ລັດຖະບັນຍັດ 40 ກວ່າສະບັບ, ດຳລັດ 160 ກວ່າສະບັບ ແລະ ນິຕິກຳອື່ນໆ 190 ກວ່າສະບັບ.
4. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພາ ລະກິດການປົກປັກຮັກສາປະ ເທດຊາດ ແມ່ນໜຶ່ງໃນສອງໜ້າທີ່ຍຸດທະສາດສຳຄັນຂອງປະ
ເທດ. ສະນັ້ນ, ພັກເຮົາໄດ້ຊີ້ນຳ-ນຳພາໂດຍກົງ, ເດັດຂາດ ແລະ ຮອບ
ດ້ານຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ບັນຫາທີ່ເປັນໃຈກາງຕົ້ນຕໍແມ່ນເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ, ນັກຮົບ ມີຄວາມໜັກແໜ້ນທາງ
ດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກຳລັງທີ່ຈົງຮັກພັກດີ, ບໍລິສຸດສັດຊື່ຕໍ່ຊາດ, ຕໍ່ພັກຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ, ສົມກັບ
ເປັນເຄື່ອງມືອັນແຫຼມຄົມຂອງພັກ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດກຳລັງປະກອບອາວຸດປະຊາຊົນຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າອົບຮົມ, ຫັດແອບສິລະປະ
ຍຸດ, ຍຸດທະວິທີໃຫ້ມີຄວາມຊຳນານຕິດພັນກັບການຍົກລະດັບຄວາມສາມາດບັນຊາສູ້ຮົບທີ່ມີແບບແຜນທັນສະໄໝເປັນກ້າວໆໂດຍສຸມໃສ່ສ້າງທັງ 3 ປະເພດ
ກຳລັງໄປພ້ອມໆກັນ. ໃນນັ້ນ, ຕ້ອງສ້າງກຳລັງຫຼວງໃຫ້ເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງ ມີກຳລັງແຮງ ແລະ ຄວາມສາມາດສູ້ຮົບມີໄຊໃນທຸກສະຖານະການສ້າງ
ກຳລັງທ້ອງຖິ່ນໃຫ້ເປັນຫົວໜ່ວຍສູ້ຮົບເຂັ້ມແຂງ ນອນຢູ່ໃນຍຸດທະສາດຂອງທ້ອງຖິ່ນ, ມີກຳລັງແຮງແລະ ມີຄວາມສາມາດປົກປັກຮັກສາທ້ອງຖິ່ນຂອງຕົນ; ສ້າງ
ກຳລັງກອງຫຼອນ-ກຳລັງປ້ອງກັນຄວາມສະຫງົບບ້ານໃຫ້ມີຄວາມໜັກແໜ້ນ, ມີຄວາມສາມາດເຮັດໜ້າທີ່ເຄື່ອນໄຫວຮັກສາຄວາມສະຫງົບ, ຕອບຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາ
ຢາເສບຕິດອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຢ່າງຈິງຈັງແຕ່ເດືອນສິງຫາ 2001 ເປັນຕົ້ນມາ
ໄດ້ມີຄວາມຄືບໜ້າໃນຫຼາຍດ້ານເປັນຕົ້ນ: ທຳລາຍແຫຼ່ງການຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍໄດ້ເປັນຈຳນວນຫຼວງຫຼາຍ.
5. ວຽກງານການຕ່າງປະເທດ. ສປປ ລາວ ໄດ້ເປີດກວ້າງການ
ພົວພັນກັບຕ່າງປະເທດ ແລະ ຮ່ວມມືສາກົນໂດຍຢຶດໝັ້ນແນວ ທາງການຕ່າງປະເທດ “ສັນຕິ ພາບ ເອກະລາດມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນ
ສະເໝີປາຍເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການສ້າງປະຊາຄົມອາຊຽນ”; ສົ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບບົນພື້ນຖານຫຼັກການເຄົາລົບ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງ ມີຜົນປະໂຫຍດ. ການເຄື່ອນໄຫວ ພົວພັນຢ່າງຕັ້ງໜ້າໃນຂອບການ ຮ່ວມມືຂອງອະນຸພາກພື້ນ, ພາກ ພື້ນ ແລະ ສາກົນ, ໃນປີ 1995 ສປປ ລາວ ໄດ້ຖືກເລືອກຕັ້ງໃຫ້ ເປັນຮອງປະທານກອງປະຊຸມສະ ມັດຊາໃຫຍ່ອົງການສະຫະປະ ຊາຊາດ (ສປຊ) ວັນທີ 23 ກໍລະກົດ1997 ສປປ ລາວ ໄດ້ ເຂົ້າເປັນສະມາຊິກສົມບູນຂອງ (ອ່ານຕໍ່ສະບັບໜ້າ)
ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ- ASEAN); ສປປ ລາວ ເປັນສະມາຊິກ ຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການ ເງິນລະຫວ່າງປະເທດ ( IMF), ສະມາຊິກຂອງທະນາຄານພັດທະນາແຫ່ງເອເຊຍ (ADB), ເປັນ ສະມາຊິກແຫ່ງສົນທິສັນຍາກ່ຽວກັບບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ ( IPO ); 26 /10/ 2013 ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກ( WTO ). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ມີ ສຳນັກງານຜູ້ຕາງໜ້າການທູດຂອງ ສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະ ລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງການ ກົງສູນ 1 ແຫ່ງກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖາທູດຕ່າງປະເທດ ມີ ສຳນັກງານຢູ່ລາວ 28 ແຫ່ງ, ກົງສຸນໃຫຍ່ 6 ແຫ່ງ, 18 ອົງການສາກົນທີ່ຂຶ້ນກັບລັດຖະບານ ແລະ ມີກົງ ສູນກິຕິມະສັກ 18 ປະເທດປະຈຳລາວ, ມີດ່ານສາກົນ 28 ແຫ່ງ, ໄດ້ສ້າງຕັ້ງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ, ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ຍົກເວັ້ນວີຊາສອງຝ່າຍສຳລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ, ໃນນັ້ນມີ 9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ. ຍົກເວັ້ນວິຊາຝ່າຍດຽວສໍາລັບຜູ້ຖືໜັງສືຜ່ານແດນທຳ ມະດາກັບ 8 ປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ສະຫະພັນສະວິດ, ລຸກຊຳບວກ, ດານມາກ, ສະວີເດັນ, ຟືນ ແລນ ແລະ ນອກແວ, ມີການພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ມີການພົວພັນດ້ານ ເສດຖະກິດ ຫຼາຍກວ່າ 50 ປະເທດ; ການເຄື່ອນໄຫວວຽກງານການທູດລາວໃນໄລຍະ 47 ປີ ຜ່ານມາ ແມ່ນມີຜົນສຳເລັດອັນໃຫຍ່ຫຼວງເມື່ອທຽບກັບປີ 1975 ສປປ ລາວ ມີສາຍພົວພັນການທູດພຽງແຕ່ 44 ປະເທດ, ຍ້ອນມີການພົວພັນຮ່ວມມືດັ່ງກ່າວ ຈຶ່ງເຮັດໃຫ້ ສປປ ລາວ ມີບົດບາດພົ້ນເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ. ການພົວພັນລາວ - ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຢູ່ໃນລະດັບສູງສຸດ ໂດຍການນຳພັກ-ລັດ ຂັ້ນສູງ ສຸດຂອງສອງປະເທດ ໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ ຊຶ່ງປະກອບມືເລຂາທິການໃຫຍ່, ປະທານປະ ເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ການນຳລະດັບຕ່າງໆ. ໂດຍສະເພາະ ປີ 2022 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ໂດຍມີ ການຈັດຕັ້ງສະເຫຼີມສະຫຼອງຢ່າງເປັນຂະບວນການຟົດຟື້ນແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ການພົວພັນ ສປປ ລາວ - ສປ ຈີນ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ, ສອງ ພັກ - ລັດ ເລີ່ມມີການພົວພັນກັນມາແຕ່ປີ 1959 ແລະ ສ້າງຕັ້ງສາຍພົວພັນການທູດໃນປີ 1961 ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ, ຍົກລະດັບການພົວພັນຢ່າງຕໍ່ເນື່ອງນັບມື້ນັບເຂົ້າສູ່ລວງເລິກ, ສະແດງອອກໃນປີ 2000, 2009, 2016, 2017, 2018 ແລະ ປີ 2019 ການນຳຂອງສອງພັກລາວ-ຈີນ ໄດ້ກຳນົດການ ພົວພັນລະຫວ່າງສອງປະເທດ ຕາມທິດ “ໝັ້ນຄົງຍາວນານບ້ານໃກ້ເຮືອນຄຽງທີ່ດີໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”; ການພົວພັນລະຫວ່າງສອງປະເທດ ໄດ້ຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດ ຮອບດ້ານ”; ການນຳສອງພັກລາວ - ຈີນ ໄດ້ຕີລາຄາ ແລະ ສະເໜີວ່າ “ການພົວພັນລາວ - ຈີນ ບໍ່ແມ່ນ ການພົວພັນທົ່ວໄປ ແຕ່ເປັນການພົວພັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ”ຍັງໄດ້ລະບຸເຂົ້າ ໃນຖະແຫຼງການຮ່ວມລາວ - ຈີນ ຄັ້ງທຳອິດວ່າ “ສອງປະເທດເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດ ທະສາດ” ໃນເດືອນພະຈິກ 2017 ການນຳສອງຝ່າຍໄດ້ຢືນຢັນຄືນອີກຄັ້ງໜຶ່ງເຖິງຄວາມຮັບຮູ້ການເປັນຄູ່ ຮ່ວມຊາຕາກຳລາວ - ຈີນ; ການນຳສອງຝ່າຍເຫັນດີເປັນເອກະພາບກັນເລີ່ມຕົ້ນສ້າງ “ແຜນແມ່ບົດ ວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ - ຈີນ”ພ້ອມກັນນັ້ນກໍ່ໄດ້ລົງນາມຮ່ວມກັນໃນວັນທີ 30 ເມສາ 2019 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ອັນພົ້ນເດັ່ນແມ່ນ ສປປ ລາວ ແລະ ສປ ຈີນ ລົງນາມໃນແຜນ ແມ່ບົດ ວ່າດ້ວຍການຮ່ວມມືກັນຊຸກຍູ້ເພື່ອສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ປິ່ນອ້ອມກໍຄືມີການສ້າງແມ່ ບົດແລວເສດຖະກິດລາວ - ຈີນພ້ອມດຽວກັນນັ້ນ ສປປ ລາວ ໄດ້ເປີດສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ຕື່ມອີກ ທີ່ນະຄອນຊາງຊາ ເພື່ອເປັນການສົ່ງເສີມການພົວພັນລະຫວ່າງສອງປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ