ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ
ເວລາອອກຂ່າວ: 2022-12-06 09:24:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໄດ້​ໄຂຂຶ້ນ​ໃນ​ວັນ​ທີ 5 ທັນ ວາ 2022 ນີ້, ທີ່​ຫໍ​ສະພາ​ແຫ່ງ​ຊາດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ປະ ທານ​ສະພາ​ແຫ່ງ​ຊາດ, ​ເປັນກຽດ ​ເຂົ້າ​ຮ່ວມ​ຂອງ ທ່ານ​ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນກາງ​ພັກ, ປະ ທານ​ປະເທດ​ແຫ່ງ ​ສປປ ລາວ, ມີ​ທ່ານ ພັນ​ຄຳ ວິພາ​ວັນ ນາຍົກ ລັດຖະມົນຕີ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ ບັນດາ​ທ່ານ ຮອງ​ປະ ທານ ແລະ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ແຫ່ງ​ ຊາດ​​ແຕ່​ລະ​ເຂດ​ເລືອກ​ຕັ້ງ, ບັນ ດາ​ທ່ານ ລັດຖະມົນຕີ ແລະ ພາກ ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ໄຊ​ສົມ​ພອນ ພົມວິຫານ ໄດ້​ກ່າວ​ສູນ​ທອນ​ພົດ​ໄຂ​ກອງ​ປະ ຊຸມ​ວ່າ: ປະຕິບັດ​ຕາມ​ມາດຕາ 59 ຂອງ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ປະຈຳ​ປີ​ຂອງ​ສະພາ​ແຫ່ງ​ຊາດ ໂດຍ​ຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ, ສິດ ແລະ ໜ້າທີ່ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍ​ ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ​ປີ 2020) ໂດຍ​ປະຕິບັດ​ຕາມ​ມະຕິ​ຂອງຄະ ນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະ ບັບ​ເລກ​ທີ 263/​ຄປຈ ລົງ​ວັນ ​ທີ 28/10/2022 ວ່າ​ດ້ວຍການ ດຳ ເນີນ​ກອງ​ປະຊຸມສະໄໝ​ ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ເພື່ອ​ປະຕິບັດ​ຕາມເນື້ອ​ໃນ​ຈິດໃຈດັ່ງກ່າວ, ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນ, ວັນ​ທີ 5 ທັນວາ 2022 ແລະ ຈະ​ດຳເນີນ​ໄປ​ເຖິງ​ວັນ​ທີ 30 ທັນວາ 2022 ຢູ່​ທີ່​ຫ້ອງ​ປະຊຸມ​ໃຫຍ່​ສະ ພາ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ ເຊິ່ງ​ຈະ​ໃຊ້​ເວລາ​ດຳເນີນ​ກອງ​ປະຊຸມ​ທັງ​ໝົດ 20 ວັນ (ບໍ່​ລວມ​ເອົາ​ວັນ​ພັກ​ທາງ​ລັດ​ຖະ​ການ). ກອງ​ປະຊຸມ​ຄັ້ງ​ນີ້, ຈະ​ໄດ້ພິຈາ ລະນາ ແລະ ຮັບຮອງ​ເອົາ​ບັນຫາ​ ສຳຄັນ​ພື້ນຖານ​ຂອງ​ປະເທດ​ຊາດ ດັ່ງນີ້: 1. ວຽກ​ງານ​ຂອງ​ລັດຖະບານ, 2. ວຽກ​ງານ​ອົງ ການ​ກວດ​ສອບ​ແຫ່ງ​ລັດ ແລະ ອົງການ​ກວດກາ​ແຫ່ງ​ລັດ, 3. ວຽກ​ງານ​ສານ​ປະຊາຊົນ​ສູງ​ສຸດ ແລະ ອົງການ​ໄອ​ຍະ​ການ​ປະຊາ ຊົນ​ສູງ​ສຸດ, 4. ພິຈາລະນາ, ຮັບ ຮອງ​ເອົາ​ການ​ສ້າງ ແລະ ປັບປຸງ​ກົດໝາຍ ຈຳນວນ 12 ສະບັບ, 5. ວຽກ​ງານ​ສະພາ​ແຫ່ງ​ຊາດ, 6. ບົດ​ປະກອບ​ຄຳ​ເຫັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, 7. ມະຕິ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ລວມ​ມີ 20 ສະບັບ ແລະ ວຽກ​ງານ​ສຳຄັນ​ຕ່າງໆ. ອີກ​ເທື່ອ​ໜຶ່ງ, ໃນ​ນາມ​ຕາງໜ້າ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຂ້າພະເຈົ້າ ຂໍ​ເຊີນຊວນ​ບັນດາ​ທ່ານ​ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກ​ສຶກ​ສາ, ປັນຍາ​ຊົນ, ກຳມະ ກອນ, ຊາວ​ຜູ້​ອອກແຮງ​ງານ, ພໍ່​ແມ່​ພີ່ນ້ອງ, ປະຊາຊົນ​ບັນດາເຜົ່າ​ທຸກ​ຊັ້ນ​ຄົນ​ໃນ​ທົ່ວ​ປະ ເທດ ແລະ ພີ່ນ້ອງ​ຊາວ​ລາວ​ທີ່​ອາໄສ​ຢູ່​ຕ່າງ ປະເທດ ຈົ່ງ​ຕິດຕາມ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ຄັ້ງ​ນີ້, ຕະຫຼອດ​ໄລຍະ​ການ​ດຳເນີນ​ກອງ​ປະຊຸມ, ຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ຮັບຜິດຊອບ​ໂທລະສັບ​ສາຍ​ດ່ວນ ເພື່ອ​ຮັບ​ເອົາ​ຄຳ​ຄິ​ເຫັນ ແລະ ຄຳ​ສະເໜີ​ໂດຍ​ກົງ​ຈາກ​ປະຊາຊົນ ທີ່​ຈະ​ສົ່ງ​ໄປ​ຍັງ​ກອງ​ປະຊຸມ, ບັນດາ​ທ່ານ​ສາມາດ​ສົ່ງ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະເໜີ​ໄປ​ຍັງ​ກອງ​ປະຊຸມ​ໄດ້​ຕາມ​ວິທີ​ລຸ່ມ​ນີ້: ໂທ​ສາຍ​ດ່ວນ: 156 ຮັບ​ໃຊ້​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX. ໂດຍ: ຈັນທະ​ວົງ ອຸ່ນ​ວິໄລ​ຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ