47 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ເວລາອອກຂ່າວ: 2022-12-07 09:23:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239840406 | ຄວາມນິຍົມ:
( ຕໍ່ຈາກສະບັບກ່ອນ)
ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ- ASEAN); ສປປ ລາວເປັນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການ ເງິນລະຫວ່າງປະເທດ ( IMF),
ສະມາຊິກຂອງທະນາຄານພັດທະນາແຫ່ງເອເຊຍ (ADB), ເປັນສະມາຊິກແຫ່ງສົນທິສັນຍາກ່ຽວກັບບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນ
ຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ (IPO); 26 ຕຸລາ 2013 ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກ( WTO ). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ໃນປີ 2021 ການທ່ອງ ທ່ຽວພົບຄວາມຫຍຸ້ງຍາກ ຍ້ອນການແຜ່ລະບາດຂອງພະຍາດໂຄ
ວິດ-19 ຮອບໃໝ່ເຮັດໃຫ້ນັກທ່ອງທ່ຽວໄດ້ຮັບຜົນກະທົບຢ່າງໜັກ ແລະ ບໍ່ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາ ປະເທດໄດ້ຕາມແຜນທີ່ວາງໄວ້. ເລີ່ມແຕ່ເດືອນ 5 ປີ 2022 ປະຕິບັດຕາມມາດຕະການເປີດປະເທດມີ ນັກທ່ອງທ່ຽວເຂົ້າມາທ່ອງ
ທ່ຽວບັນລຸໄດ້ 1.681.000 ຄົນ.
(4) ວຽກງານແຮງງານ-ສະຫວັດດີການສັງຄົມ. ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆລັດຖະບານໄດ້ເພີ່ມຄ່າແຮງງານຂຶ້ນໃຫ້ຜູ້ອອກແຮງງານໃຫ້ຖືກກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ເອົາໃຈໃສ່ສ້າງບັນດານິຕິກຳເປັນຕົ້ນກົດໝາຍ ວ່າດ້ວຍ ປະກັນສັງຄົມ, ດຳລັດ ວ່າດ້ວຍ ການສ້າງ ແລະ ພັດທະນາສີມືແຮງງານ, ດຳລັດ ວ່າດ້ວຍການສົງເຄາະ, ດຳລັດວ່າດ້ວຍກອງທຶນປະກັນ ແລະ ຄຸ້ມຄອງໄພພິບັດ, ປັບປຸງດຳລັດວ່າດ້ວຍການ ປົກປ້ອງ ແລະ ສິດຜົນປະໂຫຍດຂອງຄົນພິການກົດໝາຍວ່າດ້ວຍການຄຸ້ມຄອງແຮງງານ, ກົດໝາຍວ່າ ດ້ວຍການຈັດຫາງານ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ. ໄດ້ປັບປຸງ ແລະ ກໍ່ສ້າງ ສູນພັດທະນາສີມືແຮງງານ ໃນຂອບເຂດທົ່ວປະເທດ, ໃນທົ່ວປະເທດມີສູນພັດທະນາສີມືແຮງງານ ແລະ ສູນວິຊາຊີບທັງໝົດ 153 ກວ່າແຫ່ງ, ຮອດປີ 2020 ສາມາດພັດທະນາສີມືແຮງງານໄດ້ທັງໝົດ 409.107 ຄົນ, ຍິງ 19.793 ຄົນ ເທົ່າກັບ 62,17%, ສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານຢູ່ພາຍ ໃນ ແລະ ຕ່າງປະເທດໄດ້ທັງໝົດ 553.674 ຄົນ, ຍິງ 240.749 ຄົນ ເທົ່າກັບ 77,31%, ໃນປີ 2021 ການຝຶກສີມືແຮງງານໄດ້ທັງໝົດ 12.305 ຄົນ ລື່ນແຜນ 53,8 1%, ສາມາດສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 7.167 ຄົນ ເທົ່າກັບ 25,59% ຂອງ ແຜນການ, ຂະ
ຫຍາຍອັດຕາປົກຄຸມປະກັນສັງຄົມໄດ້ 27.907 ຄົນ, ເທົ່າກັບ 89% ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໄດ້ 692 ທ່ານ ເທົ່າກັບ 22,7% ຂອງແຜນການ, ເປັນເງິນ 15.26 ຕື້ກີບເທົ່າກັບ 19,51% ຂອງແຜນ
ການ, ເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ການຜະລິດ ແລະ ເຂດຊຸມຊົນ, ເຂດຈຸດສຸມເສດຖະກິດໄດ້ປະມານ 1,699,21 ເຮັກຕາ ເທົ່າກັບ 26,7%, ແລະ
ມີຜູ້ໄດ້ຮັບເຄາະຮ້າຍຈາກອຸບັດເຫດລະເບີດບໍ່ທັນແຕກຕົກຄ້າງ ຈຳນວນ 25 ຄົນ ແລະ ສາມາດ ລະດົມ ແລະ ຮັບບໍລິຈາກເລືອດ ໄດ້ປະມານ 44.157 ຖົງ ເທົ່າກັບ 68,56%. ໄດ້ປະຕິບັດນະໂຍບາຍ ອຸດໜູນວ່າງງານຕໍ່ຜູ້ປະກັນຕົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນ 9 ເດືອນປີ 2021, ມີ 719 ບໍລິສັດ/ຫົວໜ່ວຍແຮງງານມີຜູ້ປະກັນຕົນໄດ້ຮັບນະໂຍບາຍ 36.025 ເທື່ອ ຄົນເປັນເງິນ ທັງໝົດ 28.930 ລ້ານກີບ. ມາຮອດປະຈຸບັນ, ໄດ້ປະຕິ
ບັດນະໂຍບາຍອຸດໜູນວ່າງງານສະເພາະໂຄວິດ-19 ທັງໝົດ 867
ບໍລິສັດ/ຫົວໜ່ວຍແຮງງານ, ມີຜູ້ອອກແຮງງານ 48.966 ເທື່ອຄົນ, ເປັນເງິນທັງໝົດ 42.187 ລ້ານກີບ. ການສ້າງວຽກເຮັດງານທຳ, ການຈັດຫາງານນັບແຕ່ເດືອນມີນາ 2020 ເປັນຕົ້ນມາມີຜູ້ອອກແຮງ ງານພາຍໃນໄດ້ຮັບຜົນກະທົບທັງໝົດ 74.104 ເທື່ອຄົນ ໃນຈຳນວນ 1.141 ບໍລິສັດ ແລະ ໄດ້ປະຕິບັດ ນະໂຍບາຍເງິນ
ອຸດໜູນວ່າງງານທັງໝົດ 67,74 ຕື້ກີບ; ສະເພາະ 6 ເດືອນຕົ້ນປີ
2022, ມີຜູ້ໄດ້ຮັບເງິນ ນະໂຍບາຍອຸດໜູນວ່າງງານ 18.965 ເທື່ອຄົນ ເປັນເງິນ 21,28 ຕື້ກີບ. ສຳລັບແຮງງານລາວ ທີ່ກັບຄືນປະເທດມີທັງໝົດ 243.095 ຄົນ; ສະເພາະ 6 ເດືອນຕົ້ນປີນີ້, ມີ 21.218 ຄົນ. ໃນນັ້ນ, ແຮງງານທີ່ໄປຖືກຕ້ອງຕາມບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍ ມີ 83.322 ຄົນ ແລະ ບໍ່ຖືກຕ້ອງແມ່ນ 159.773 ຄົນ; ໄດ້ສ້າງສູນຊ່ວຍເຫຼືອສຸກເສີນຢູ່ຂັ້ນສູນກາງ ແລະ ແນະນຳໃຫ້ຂະແໜງແຮງງານ ແລະ ສະຫວັດດີການສັງຄົມຂອງແຂວງ, ຂອງເມືອງ ໃນການຂຶ້ນທະບຽນ ເພື່ອຈັດເຂົ້າສູ່ຕຳແໜ່ງງານພາຍໃນ ແລະ ຈັດຕັ້ງການເຝິກຝີມືແຮງງານ ເພື່ອເຂົ້າສູ່ຕຳແໜ່ງງານ ແລະ ປະກອບອາຊີບອິດສະຫຼະ ຊຶ່ງສາມາດຈັດຫາວຽກເຮັດ ງານທຳໄດ້ທັງໝົດ 13.802 ຄົນ ແລະ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດໄດ້ 13.361 ຄົນ (5) ວຽກງານນິຕິບັນຍັດ. ນັບແຕ່
ມື້ສ້າງຕັ້ງສະພາປະຊາຊົນສູງສຸດ ໃນວັນທີ 2 ທັນວາ 1975 ໃນເມື່ອ
ກ່ອນກໍຄືສະພາແຫ່ງຊາດໃນປັດຈຸບັນ ແລະ ສະພາປະຊາຊົນຂັ້ນແຂງ ໃນຖານະເປັນຕົວແທນສິດຜົນປະໂຫຍດຂອງປະຊາຊົນໄດ້ມີບົດບາດພົ້ນເດັ່ນກ່ອນເກົ່າໃນ
ການເຄື່ອນໄຫວຄົ້ນຄວ້າ ແລະ ຕົກລົງບັນຫາສຳຄັນຕົວຈິງຂອງຊາດກໍ່ຄືທ້ອງຖິ່ນຕາມພາລະບົດບາດຂອງຕົນ. ອົງການບໍລິຫານລັດໄດ້ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງເສດຖະກິດ-ສັງຄົມສ້າງພື້ນຖານອັນເຂັ້ມແຂງໃຫ້ແກ່ການຫັນໄປສູ່ການຄຸ້ມຄອງລັດຕາມກົດໝາຍ ແລະ ເປັນການຈັດຕັ້ງປະຕິບັດຕົວຈິງທີ່ສອດ
ຄ່ອງກັບເປົ້າໝາຍສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ປີ 2022 ພວກເຮົາມີກົດໝາຍທີ່ປະກາດໃຊ້ທັງໝົດ 169 ກວ່າສະບັບ, ລັດຖະບັນ
ຍັດ 40 ກວ່າສະບັບ, ດຳລັດ 160 ກວ່າສະບັບ ແລະ ນິຕິກຳອື່ນໆ 190
ກວ່າສະບັບ.
4. ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພາລະກິດການປົກປັກຮັກສາປະເທດຊາດ ແມ່ນໜຶ່ງໃນສອງໜ້າທີ່ຍຸດທະສາດສຳຄັນຂອງປະເທດ ພວກເຮົາ. ສະນັ້ນ ພັກເຮົາໄດ້ຊີ້ນຳ-ນຳພາໂດຍກົງ, ເດັດຂາດ ແລະຮອບດ້ານຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ບັນຫາທີ່ເປັນໃຈກາງຕົ້ນຕໍແມ່ນເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ, ນັກຮົບມີຄວາມໜັກແໜ້ນທາງດ້ານການເມືອງ - ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ, ເປັນກຳລັງທີ່ຈົງຮັກ ພັກດີ, ບໍລິສຸດສັດຊື່ຕໍ່ຊາດ, ຕໍ່ພັກຕໍ່ປະຊາຊົນ ແລະ ອຸດົມການສັງຄົມນິຍົມ, ສົມກັບເປັນເຄື່ອງມືອັນ ແຫຼມຄົມຂອງພັກ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດກຳລັງປະກອບອາວຸດປະຊາຊົນເຮົາຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າອົບຮົມ, ຫັດແອບສິລະປະຍຸດ, ຍຸດທະ
ວິທີ ໃຫ້ມີຄວາມຊຳນານຕິດພັນກັບການຍົກລະດັບຄວາມສາມາດບັນຊາສູ້ຮົບທີ່ມີແບບແຜນທັນສະໄໝເປັນກ້າວໆ ໂດຍສຸມໃສ່ສ້າງທັງ 3 ປະເພດກຳລັງໄປ
ພ້ອມໆກັນ. ໃນນັ້ນ, ຕ້ອງສ້າງກຳລັງຫຼວງໃຫ້ເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງ ມີກຳລັງແຮງ ແລະ ຄວາມສາມາດສູ້ຮົບມີໄຊໃນທຸກສະຖານະການສ້າງກຳລັງທ້ອງ
ຖິ່ນໃຫ້ເປັນຫົວໜ່ວຍສູ້ຮົບເຂັ້ມແຂງ ນອນຢູ່ ໃນຍຸດທະສາດຂອງທ້ອງຖິ່ນ, ມີກຳລັງແຮງ ແລະ ມີຄວາມສາມາດປົກປັກຮັກສາທ້ອງຖິ່ນຂອງຕົນ; ສ້າງກຳລັງກອງ
ຫຼອນ-ກຳລັງປ້ອງກັນຄວາມສະຫງົບບ້ານໃຫ້ມີຄວາມໜັກແໜ້ນ, ມີຄວາມສາມາດເຮັດໜ້າທີ່ເຄື່ອນໄຫວຮັກສາຄວາມສະຫງົບ, ຕອບຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ ອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມ ຮັບຜິດຊອບລະອຽດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຢ່າງຈິງຈັງ ແຕ່ເດືອນສິງຫາ ປີ 2001 ເປັນຕົ້ນມາ ໄດ້ມີຄວາມຄືບໜ້າໃນຫຼາຍດ້ານເປັນຕົ້ນ: ທຳລາຍແຫຼ່ງການຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍ ໄດ້ ເປັນຈຳນວນຫຼວງຫຼາຍ.
5. ວຽກງານການຕ່າງປະເທດ. ສປປ ລາວ ໄດ້ເປີດກວ້າງ ການພົວພັນກັບຕ່າງປະເທດ ແລະ ຮ່ວມມືສາກົນໂດຍຢຶດໝັ້ນແນວ ທາງການຕ່າງປະເທດ “ສັນຕິ
ພາບ ເອກະລາດ ມິດຕະພາບ ແລະ
( ອ່ານຕໍ່ສະບັບໜ້າ)
ການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ”; ສົ່ງເສີມການພົວພັນຮ່ວມມືກັບ ຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບບົນພື້ນຖານຫຼັກການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງ
ມີຜົນປະໂຫຍດ. ການເຄື່ອນໄຫວ ພົວພັນຢ່າງຕັ້ງໜ້າໃນຂອບການ ຮ່ວມມືຂອງອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ໃນປີ 1995 ສປປ ລາວ ໄດ້ຖືກເລືອກຕັ້ງໃຫ້ເປັນຮອງປະທານກອງປະຊຸມສະມັດຊາໃຫຍ່ອົງການ ສະຫະປະຊາຊາດ (ສປຊ) ວັນທີ 23 ກໍລະກົດ 1997 ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງ
ສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ-ASEAN); ສປປ ລາວເປັນສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ, ຂອງອົງການບັນດາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກຂອງກອງທຶນການເງິນລະຫວ່າງປະເທດ ( IMF), ສະມາຊິກຂອງທະນາຄານພັດທະນາແຫ່ງເອເຊຍ (ADB), ເປັນສະມາ
ຊິກແຫ່ງສົນທິສັນຍາກ່ຽວກັບ ບັນຫາຢາເສບຕິດ, ສິ່ງແວດລ້ອມ ແລະ ສົນທິສັນຍາສາກົນອື່ນໆ; ເຂົ້າຮ່ວມໃນລັດຖະສະພາສາກົນ ( IPO ); 26 ຕຸລາ 2013 ສປປ
ລາວ ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ( WTO). ປັດຈຸບັນ ສປປ ລາວ ມີການພົວພັນການທູດກັບ 148 ປະເທດ(ຈາກ 193 ປະເທດທົ່ວໂລກ) ມີສຳ
ນັກງານຜູ້ຕາງໜ້າການທູດ ຂອງສປປ ລາວ ຢູ່ຕ່າງປະເທດ 41 ແຫ່ງ. ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ,
ສະຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງການກົງສູນ 1 ແຫ່ງກົງສູນກິຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖານທູດຕ່າງປະເທດ ມີ ສຳນັກງານ
ຢູ່ລາວ 28 ແຫ່ງ, ກົງສຸນໃຫຍ່ 6 ແຫ່ງ, 18 ອົງການສາກົນທີ່ຂຶ້ນກັບລັດຖະບານ ແລະ ມີກົງ ສູນກິຕິມະສັກ 18 ປະເທດປະຈຳລາວ, ມີດ່ານສາ ກົນ 28 ແຫ່ງ, ໄດ້ສ້າງຕັ້ງສະມາຄົມມິດຕະພາບ ກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນວີຊາກັບ 37 ປະເທດ, ສຳລັບຜູ້ຖືໜັງສືຜ່ານແດນການ ທູດ ແລະ ລັດຖະການ, ຍົກເວັ້ນ
ວີຊາສອງຝ່າຍສຳລັບຜູ້ຖືໜັງສືຜ່ານແດນທໍາມະດາກັບ 11 ປະເທດ, ໃນນັ້ນມີ 9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ. ຍົກເວັ້ນວິຊາຝ່າຍດຽວ
ສໍາລັບຜູ້ຖືໜັງສືຜ່ານແດນທຳ ມະດາກັບ 8 ປະເທດຄື: ສ.ເກົາຫຼີ, ຍີ່ປຸ່ນ, ສະຫະພັນສະວິດ, ລຸກຊຳບວກ, ດານມາກ, ສະວີເດັນ, ຟືນ ແລນ ແລະ ນອກແວ, ມີການພົວພັນກັບພັກການເມືອງຫຼາຍກວ່າ 140 ພັກ ແລະ ມີການພົວພັນດ້ານເສດຖະກິດຫຼາຍກວ່າ 50 ປະເທດ; ການເຄື່ອນໄຫວ ວຽກງານການທູດລາວໃນໄລຍະ 47 ປີ ຜ່ານມາ ແມ່ນມີຜົນສຳເລັດອັນໃຫຍ່ຫຼວງເມື່ອທຽບກັບປີ 1975 ສປປ ລາວ ມີສາຍພົວພັນການທູດພຽງແຕ່ 44 ປະເທດ, ຍ້ອນມີການພົວພັນຮ່ວມມືດັ່ງ ກ່າວ ຈຶ່ງເຮັດໃຫ້ ສປປ ລາວ ມີບົດບາດພົ້ນເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ. ການພົວພັນລາວ - ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມື
ຮອບດ້ານຢູ່ໃນລະດັບສູງສຸດ ໂດຍການນຳພັກ-ລັດ ຂັ້ນສູງ ສຸດຂອງສອງປະເທດ ໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ ເຊິ່ງປະກອບມືເລຂາທິການໃຫຍ່, ປະ
ທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ການນຳລະດັບຕ່າງໆ. ໂດຍສະເພາະປີ 2022 ເປັນປີສາມັກຄີມິດຕະພາບ ລາວ-
ຫວຽດນາມ ວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ ໂດຍມີ ການຈັດຕັ້ງສະເຫຼີມສະຫຼອງຢ່າງເປັນຂະບວນການຟົດຟື້ນແຕ່ຂັ້ນສູນກາງຮອດທ້ອງຖິ່ນ. ການພົວພັນ ສປປ ລາວ - ສປ ຈີນ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ, ສອງພັກ-ລັດ ເລີ່ມມີການພົວພັນກັນມາແຕ່ປີ 1959 ແລະ ສ້າງຕັ້ງສາຍພົວພັນການທູດໃນປີ 1961 ແລະ ໄດ້ຮັບການຊຸກຍູ້ສົ່ງເສີມ, ຍົກລະດັບການພົວພັນ
ຢ່າງຕໍ່ເນື່ອງນັບມື້ນັບເຂົ້າສູ່ລວງເລິກ, ສະແດງອອກໃນປີ 2000, 2009, 2016, 2017, 2018 ແລະ ປີ 2019 ການນຳຂອງສອງພັກລາວ-ຈີນ ໄດ້ກຳນົດການ ພົວພັນລະຫວ່າງສອງປະເທດ ຕາມທິດ “ໝັ້ນຄົງຍາວນານບ້ານໃກ້ເຮືອນຄຽງທີ່ດີໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ”; ການພົວພັນລະຫວ່າງສອງປະເທດໄດ້ຍົກລະດັບຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”; ການນຳສອງພັກ ລາວ -ຈີນ ໄດ້ຕີລາຄາ ແລະ ສະເໜີວ່າ “ການພົວພັນ ລາວ - ຈີນ ບໍ່ແມ່ນ ການພົວພັນທົ່ວ ໄປແຕ່ເປັນການພົວພັນຄູ່ຮ່ວມ ຊາຕາກຳທີ່ມີຄວາມໝາຍຍຸດທະສາດ”ຍັງໄດ້ລະບຸເຂົ້າໃນຖະແຫຼງການຮ່ວມລາວ-ຈີນ ຄັ້ງທຳອິດວ່າ “ສອງປະເທດເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດ ທະສາດ” ໃນເດືອນພະຈິກ 2017 ການນຳສອງຝ່າຍໄດ້ ຢືນຢັນຄືນອີກຄັ້ງໜຶ່ງເຖິງຄວາມ ຮັບຮູ້ການເປັນຄູ່ຮ່ວມຊາຕາກຳລາວ-ຈີນ; ການນຳສອງຝ່າຍເຫັນດີເປັນເອກະພາບກັນເລີ່ມຕົ້ນສ້າງ “ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ- ຈີນ”ພ້ອມກັນນັ້ນກໍໄດ້ລົງນາມ ຮ່ວມກັນໃນວັນທີ 30 ເມສາ 2019 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ. ອັນພົ້ນເດັ່ນແມ່ນ ສປປ
ລາວ ແລະ ສປ ຈີນ ລົງນາມໃນແຜນແມ່ບົດ ວ່າດ້ວຍ ການຮ່ວມມືກັນຊຸກຍູ້ເພື່ອສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ປິ່ນອ້ອມກໍຄືມີການສ້າງແມ່ບົດແລວເສດຖະກິດ
ລາວ-ຈີນ ພ້ອມດຽວກັນນັ້ນ ສປປ ລາວ ໄດ້ເປີດສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ຕື່ມອີກ ທີ່ນະຄອນຊາງຊາ ເພື່ອເປັນການສົ່ງເສີມການພົວພັນລະ ຫວ່າງ
ສອງປະເທດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ